|
ຂຽນໂດຍ Administrator
|
|
ວັນຈັນທີ່ 07 ທັນວາ 2009 ເວລາ 23: 08 |
|
There are no translations available.
ກອງປະຊຸມລັດຖະມົນຕີ ອະນຸພາກພື້ນ ຄັ້ງທີ 15 ກອງປະຊຸມລັດຖະມົນຕີການຮ່ວມ ມື ອະນຸພາກ ພື້ນແມ່ນ້ຳຂອງ 6 ປະເທດ (GMS) ອັນປະກອບມີ: ລາຊະອານາຈັກ ກຳປູເຈຍ, ສປ ຈີນ, ສປປ ລາວ, ສະຫະພາບ ມຽນມາ, ລາຊະອານາຈັກໄທ, ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໄດ້ພົບປະຫາລືກັນ ໃນວັນທີ 19 ມິຖຸນາ 2009 ທີ່ຊະອຳ, ແຂວງເພັດຊະບູລີ,ລາຊະອານາຈັກໄທ.
ນອກຈາກລັດຖະມົນຕີ GMS ຂອງ ແຕ່ລະປະເທດເຂົ້າຮ່ວມແລ້ວ ຍັງມີ ຮອງ ປະທານ ທະນາຄານພັດທະນາອາຊີ, ຜູ້ໃຫ້ ການສະນັບສະໜູນແກ່ແຜນງານ GMS, ບັນດາຕົວແທນຂອງ ປະເທດ ແລະອົງການ ຜູ້ໃຫ້ທຶນຕະຫຼອດ ຮອດບັນດາ ເຈົ້າໜ້າທີ່ ອາວຸໂສ GMS ແລະ ADB ລວມທັງໝົດ 250 ຄົນ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ອທົບທວນຜົນສຳເລັດ ແລະ ຄວາມຄືບ ໜ້າໃນ ການຈັດຕັ້ງປະຕິບັດບັນດາກິດຈະ ກຳຕ່າງໆຂອງແຜນງານວຽງຈັນ2008. ນອກຈາກນັ້ນຍັງຮັບຮອງເອົາຍຸດທະສາດ ແລະ ແຜນດຳເນີນງານສຳຫຼັບການພັດທະ ນາ ໃນ 4 ຂົງເຂດທີ່ສຳຄັນຄື: ການພັດທະ ນາຊັບພະຍາກອນມະນຸດ; ການຂະຫຍາຍ ການຮ່ວມມືດ້ານພະລັງງານ ແລະ ການ ພັດທະນາແລວທາງເສດຖະກິດເໜືອ -ໃຕ້ ແລະ ແລວທາງເສດຖະກິດຕາເວັນອອກ - ຕາເວັນຕົກ ແລະ ການຮ່ວມມືດ້ານ ການ ລົງທືນໃນGMS.
ນອກຈາກນັ້ນການປືກສາຫາລືກັນ ແບບວົງແຄບ ສຳຫຼັບລັດຖະມົນຕີເພື່ອເລັງ ໃສ່ການແກ້ໄຂບັນຫາ ທີ່ເປັນບູລິມະສິດ ໃນ ຕໍ່ໜ້າ, ໃນນັ້ນລວມມີ 3 ບັນຫາທີ່ນຳມາປຶກ ສາຫາລືນຳກັນຄື:
1. ການເລັ່ງລົງມືຈັດຕັ້ງປະຕິບັດອຳ ນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງຂ້າມຊາຍແດນພາຍໃຕ້ສັນຍາ CBTA ໃຫ້ເປັນຮູບປະທຳຂື້ນມາໃນຂົງ ເຂດ GMS.
2. ທິດທາງການຮ່ວມມືໃນການພັດ ທະນາບັນດາປະເທດ GMS ໃນ 10 ປີຕໍ່ໜ້າ (2012 - 2022) ໃນນັ້ນຕ້ອງສ້າງຄວາມ ເຊື່ອມໂຍງ ລະຫວ່າງຂໍ້ລິເລີ້ມຂອງ GMS ກັບຂໍ້ລິເລີມຂອງອາຊຽນໃນການຫຼຸດລະ ດັບຄວາມແຕກໂຕນຂອງການຂະຫຍາຍ ຕົວລະຫວ່າງບັນດາປະເທດ GMS ນຳກັນ ໂດຍສະເພາະລະຫວ່າງບັນດາປະເທດ ສະມາຊິກພັດທະນາກວ່າກັບບັນດາປະ ເທດສທາ ຊິກທີ່ພັດທະນາໄວກວ່າ.
3. ນຳເອົາບັນຫາການປ່ຽນແປງດິນ ຟ້າອາກາດ ເຂົ້າໃນຂອບວຽກ ຍຸດທະສາດ 10 ປີ ຕໍ່ໜ້າ ຂອງແຜນງານຮ່ວມມື GMS (2012-2022). ເຂົ້າຮ່ວມກອງປະຊຸມຄັ້ງນີ້ນຳໂດຍ ທ່ານ ນ.ເຂັມແພງ ພົນເສນາ, ລັດຖະມົນຕີ ປະຈຳ ສຳນັກງານ ນາຍົກລັດຖະມົນຕີ, ຫົວໜ້າ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ທັງເປັນລັດຖະມົນຕີ GMS ສຳຫຼັບສປປລາວ ພ້ອມດ້ວຍຄະນະຜູ້ແທນ ຂອງ ສປປ ລາວ ຈາກ 5 ຂະແໜງການທີ່ກ່ຽວ ຂ້ອງ (ກະຊວງ ໂຍທາທິການ ແລະ ຂົນສົ່ງ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງ ແຜນການ ແລະ ການລົງທຶນ, ກອງເລຂາ GMS).
ໃນກອງປະຊຸມ ທ່ານໄດ້ກ່າວເນັ້ນ ຄວາມຈຳເປັນ ໃນການເລັ່ງລັດຈັດຕັ້ງປະຕິ ບັດສັນຍາການຂົນສົ່ງຂ້າມແດນ (CBTA) ໃຫ້ເປັນຮູບປະທຳໂດຍໄວ ໂດຍການຫັນ ແລວທາງຂົນສົ່ງໄປສູ່ແລວທາງ ເສດຖະກິດ ເພື່ອເຮັດ ໃຫ້ເວທີແລວທາງເສດ ຖະກິດ ສາມາດດຳເນີນງານຕົວຈິງໄປພ້ອມ ກັບ ການຄຸ້ມຄອງ ສິ່ງແວດລ້ອມ, ຊັບພະຍາ ກອນ ທຳມະຊາດ ຢ່າງມີປະສິດທິຜົນ ແລະ ໃຫ້ມີຄວາມຍືນຍົງ ລວມທັງການປ່ຽນແປງ ດີນຟ້າອາກາດ ທີ່ຈະສົ່ງຜົນກະທົບຕໍ່ການ ດຳລົງຊີວິດຂອງປະຊາຊົນ. ທ່ານຍັງໄດ້ ກ່າວເນັ້ນວ່າ ” ຕ້ອງມີມາດຕະການທີ່ຈຳ ເປັນຈາກຫຼາຍຂະແໜງການ ແລະ ມີພື້ນ ຖານອັນກວ້າງຂວາງ ເພື່ອຮັບມືກັບໄພຂົ່ມ ຂູ່ເຫຼົ່ານັ້ນ ເພື່ອຊ່ວຍປະເທດພວກເຮົາປັບ ຕົວ ແລະ ຫຼຸດຜ່ອນຜົນກະທົບຈາກການ ປ່ຽນແປງຂອງດີນຟ້າອາກາດເພື່ອສາມາດ ບັນລຸຈຸດປະສົງ ທີ່ຈະໃຫ້ມີການເຕີບໂຕ ທາງເສດຖະກິດ ທີ່ບໍ່ສ້າງມົນລະພິດຕໍ່ ສິ່ງແວດລ້ອມ ຫຼື ປ່ອຍອາຍກາກບອນ ໃນ ປະລິມານຕຳ່ທີ່ສຸດ”
|
|
LAST_UPDATED2 |