Lao (ພາສາລາວ)English (United Kingdom)
No valid database connection Got error 28 from storage engine SQL=SELECT a.*, COUNT( b.id ) AS numitems, CASE WHEN CHAR_LENGTH(a.alias) THEN CONCAT_WS(':', a.id, a.alias) ELSE a.id END as slug FROM jos_categories AS a LEFT JOIN jos_content AS b ON b.catid = a.id AND b.state = 1 AND ( b.publish_up = '0000-00-00 00:00:00' OR b.publish_up <= '2012-02-06 07:12' ) AND ( b.publish_down = '0000-00-00 00:00:00' OR b.publish_down >= '2012-02-06 07:12' ) AND b.access <= 0 WHERE a.section = 10 AND a.published = 1 AND a.access <= 0 GROUP BY a.id HAVING numitems > 0 ORDER BY a.ordering
ສຄນສ

ຫ້ອງການ ອຊນສ



ຂອບເຂດສິດ ສຄນສ PDF Print E-mail
Written by soukanya tkm   
Tuesday, 08 December 2009 14:00
  1. ສະເໜີສ້າງຕັ້ງ,ຍຸບເລີກ,ປັບປຸງກົງຈັກການຈັດຕັ້ງ,ແຕ່ງຕັ້ງ,ຍົກຍ້າຍ,ຍ້ອງຍໍ,ເລື່ອນຊັ້ນ,ເລື່ອນຂັ້ນ,ປົດຕ່ຳແໜ່ງ,ປະຕິບັດວິໄນ ແລະ ປະຕິບັດນະໂຍ ບາຍ ອື່ນໆ ຕໍ່ພະນັກງານຂັ້ນຕ່າງໆ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ.
  2. ອອກບົດແນະນຳ, ແຈ້ງການ, ຄຳສັ່ງ, ຂໍ້ຕົກລົງ, ລະບຽບພາຍໃນ ແລະ ຮຽກໂຮມປະຊຸມ ຕ່າງໆ ພາຍໃນ ສຄນສ.
  3. ສະເໜີແຕ່ງຕັ້ງພະນັກງານພາຍໃນສະຖາບັນ ໄປຮ່ວມປະຊຸມ, ສຳມະນາ,ຝຶກອົບຮົມ,ທັດສະນະສຶກສາ,ຄື່ອນໄຫວ ວຽກງານຢູ່ ພາຍໃນ ແລະ ຕ່າງປະເທດ ກ່ຽວກັບ ວຽກງານຄົ້ນຄ້ວາ ແລະ ຕິດຕາມ ກວດກາ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ.
  4. ເຂົ້າຮ່ວມກອງປະຊຸມທຸກລະດັບທັງພາຍໃນ ແລະ ຕ່າງປະເທດ,ເຈລະຈາ, ເຊັນສັນຍາ, ເຊັນບົດບັນທຶກຄວາມເຂົ້າໃຈກັບ ຕ່າງ ປະ ເທດແລະອົງການຈັດຕັ້ງສາກົນຕ່າງໆ ທີ່ພົວພັນເຖິງ ວຽກງານ ຄົ້ນຄ້ວາ ແລະຕິດຕາມກວດກາ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ຕາມ ການມອບ ໝາຍ ຂອງຂັ້ນເທິງ.
  5. ສະເໜີຍ້ອງຍໍ ດ້ວຍຮູບການທີ່ເໝາະສົມ ຕໍ່ຜູ້ທີ່ມີຫົວຄິດປະດິດສ້າງ, ນັກວິທະຍາສາດ, ນັກຄົ້ນ ຄ້ວາທີ່ດີເດັ່ນໃນການຄຸ້ມຄອງ ຊັບພະ ຍາກອນນ້ຳ ແລະ ສິ່ງແວດລ້ອມ ຕາມລະບຽບ ການ.
  6. ສະເໜີວ່າຈ້າງ ຊ່ຽວຊານ ຫລື ແຮງງານຊົ່ວຄາວ ປະກອບໃສ່ແຕ່ລະໜ້າວຽກ ພາຍໃນ ສະຖາບັນ ແຕ່ລະໄລຍະ ຕາມຄວາມ ເໝາະສົມ ຕາມລະບຽບຫລັກການຂອງລັດ.
  7. ເກັບຄ່າທຳນຽມ, ຄ່າບໍລິການດ້ານການວິໄຈ ແລະ ການໃຫ້ບໍລິການຂໍ້ມູນ ດ້ານເຕັກໂນໂລຊີ ອາວະກາດ ເຊັ່ນ: ເຕັກໂນໂລຊີ ສືບຢັ່ງທາງໄກ (Remote Sensing-RS) ແລະ ລະບົບຂໍ້ມູນສື່ສານ ດ້ານພູມສາດ (GIS) ເພື່ອຮັບໃຊ້ໃນການຄຸ້ມຄອງ ຊັບພະ ຍາກອນນ້ຳ ແລະ ສິ່ງແວດລ້ອມ ຕາມລະບຽບຫລັກການ; ສະເໜີນຳໃຊ້ ລາຍຮັບວິຊາການຂອງ ສຄນສ.
  8. ປະຕິບັດສິດອື່ນໆ ຕາມການມອບໝາຍຂອງ ຫົວໜ້າ ອຊນສ.
 
ໜ້າທີ່ ແລະ ສິດ ສຄນສ PDF Print E-mail
Written by ສຸກັນຍາ   
Tuesday, 08 December 2009 13:48
  1. ໂດຍສອດຄ່ອງກັບແນວທາງ ນະໂຍບາຍຂອງພັກ, ຜັນຂະຫຍາຍຍຸດທະສາດ, ແຜນດຳເນີນ ງານ ກ່ຽວກັບ ການຄຸ້ມຄອງ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໃຫ້ກາຍເປັນແຜນການ, ແຜນງານ, ໂຄງການ, ແຜນເຄື່ອນໄຫວວິຊາການ ໄລຍະ 5 ປີ, ປະຈຳປີ, ງວດ ແລະ ເດືອນ;  ຂຶ້ນແຜນນຳໃຊ້ ງົບປະມານຂອງລັດ, ລາຍຮັບວິຊາການ ແລະ ເງິນຊ່ວຍເຫລືອລ້າ;
  2. ໂດຍປະສານສົມທົບກັບຫ້ອງການ,  ບັນດາກົມ ແລະ ກອງເລຂາ ອ້ອມຂ້າງ ອຊນສ ຈັດຕັ້ງ ປະຕິບັດ ແລະ ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ, ລວມທັງ ແຜນງົບປະມານ, ແຜນກໍ່ສ້າງພະນັກງານ ແລະ ແຜນການຮ່ວມມືກັບ ຕ່າງປະເທດ ຂອງ ສນສ ໄລຍະ 5 ປີ, ປະຈຳປີ, ງວດ ແລະ ເດືອນ ແລ້ວລາຍງານໃຫ້ຂັ້ນເທິງ ຢ່າງເປັນລະບົບ ປົກກະຕິ;
Read more...
 
ທີ່ຕັ້ງ ແລະ ພາລະບົດບາດ ສຄນສ PDF Print E-mail
Written by soukanya tkm   
Tuesday, 08 December 2009 13:38

ສະຖາບັນ ຄົ້ນຄ້ວາ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ເອີ້ນຫຍໍ້ວ່າ “ສຄນສ” ແມ່ນການຈັດຕັ້ງ ໜຶ່ງ ທີ່ມີຖານະທຽບເທົ່າກົມ, ສັງກັດໃນໂຄງປະ ກອບການຈັດຕັ້ງ ຂອງອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ), ສຳນັກງານນາຍົກລັດຖະມົນຕີ, ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ ອຊນສ ໃນການຄົ້ນຄ້ວາ, ການຕິດຕາມກວດກາ ສານເຄມີ ແລະ ຄຸນນະພາບ ສິ່ງແວດລ້ອມ, ການນຳໃຊ້ເຕັກໂນໂລຊີອາວະກາດ ແລະ ໃຫ້ການບໍລິການໃນ ຂົງເຂດ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ.