Lao (ພາສາລາວ)English (United Kingdom)
ໜ້າທີ່ ແລະ ສິດ ສຄນສ PDF Print E-mail
Written by ສຸກັນຍາ   
Tuesday, 08 December 2009 13:48
  1. ໂດຍສອດຄ່ອງກັບແນວທາງ ນະໂຍບາຍຂອງພັກ, ຜັນຂະຫຍາຍຍຸດທະສາດ, ແຜນດຳເນີນ ງານ ກ່ຽວກັບ ການຄຸ້ມຄອງ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໃຫ້ກາຍເປັນແຜນການ, ແຜນງານ, ໂຄງການ, ແຜນເຄື່ອນໄຫວວິຊາການ ໄລຍະ 5 ປີ, ປະຈຳປີ, ງວດ ແລະ ເດືອນ;  ຂຶ້ນແຜນນຳໃຊ້ ງົບປະມານຂອງລັດ, ລາຍຮັບວິຊາການ ແລະ ເງິນຊ່ວຍເຫລືອລ້າ;
  2. ໂດຍປະສານສົມທົບກັບຫ້ອງການ,  ບັນດາກົມ ແລະ ກອງເລຂາ ອ້ອມຂ້າງ ອຊນສ ຈັດຕັ້ງ ປະຕິບັດ ແລະ ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ, ລວມທັງ ແຜນງົບປະມານ, ແຜນກໍ່ສ້າງພະນັກງານ ແລະ ແຜນການຮ່ວມມືກັບ ຕ່າງປະເທດ ຂອງ ສນສ ໄລຍະ 5 ປີ, ປະຈຳປີ, ງວດ ແລະ ເດືອນ ແລ້ວລາຍງານໃຫ້ຂັ້ນເທິງ ຢ່າງເປັນລະບົບ ປົກກະຕິ;
  3. ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ດຳເນີນການ ຄົ້ນຄ້ວາ ດ້ານຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ເຊັ່ນ: ໃນຂົງເຂດການຈັດຕັ້ງປະຕິບັດ ນະໂຍບາຍ, ການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງສິ່ງເສດເຫລືອ ແລະ ຜົນກະທົບ ຂອງ ສານເຄມີອັນຕະລາຍ ແລະ ອື່ນໆ ຕາມແຜນການທີ່ໄດ້ກຳນົດໄວ້. ສ້າງ, ທົດລອງ, ປັບປຸງ ແລະ ຕີລາຄາຄວາມແທດເໝາະ ຕົວແບບຈຳລອງຕ່າງໆ ໃນຂົງເຂດຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ເພື່ອເປັນເຄື່ອງມືຮັບໃຊ້ໃນການວາງແຜນ ແລະ ຄຸ້ມຄອງຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໃຫ້ມີປະສິດທິຜົນ ແລະ ສອດຄ່ອງ ກັບສະພາບເປັນຈິງຂອງ ສປປ ລາວ;
  4. ສ້າງ, ສົ່ງເສີມ ແລະ ຕິດຕາມຕີລາຄາ ການຈັດຕັ້ງປະຕິບັດ ວຽກງານຂອງ ບັນດາເຄືອຂ່າຍ ການຄົ້ນຄ້ວາ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ;
  5. ຂຶ້ນບັນຊີ, ສົ່ງເສີມ ແລະ ສະເໜີຍ້ອງຍໍ ນັກຄົ້ນຄ້ວາ ດ້ານຊັບພະຍາກອນນ້ຳ ແລະ ສິ່ງແວດ ລ້ອມ ຜູ້ດີເດັ່ນ ຕາມລະບຽບການ;
  6. ສັງລວມ ແລະ ເຜີຍແຜ່ ຜົນສຳເລັດຂອງ ການຄົ້ນຄ້ວາ ດ້ານຊັບພະຍາກອນນ້ຳ ແລະ ສິ່ງແວດ ລ້ອມຂອງສາກົນ, ພາກພື້ນ ແລະ ຢູ່ ສປປ ລາວ ຢ່າງເປັນ ປົກກະຕິ;
  7. ດຳເນີນການສຳຫລວດ, ຕິດຕາມກວດກາ ສະພາບທາງດ້ານປະລິມານ ແລະ ຄຸນນະພາບ ຂອງ ນ້ຳໄຕ້ດິນໃນຂອບເຂດທົ່ວປະເທດ ເພື່ອເປັນບ່ອນອີງດ້ານວິຊາການ ໃນການຄຸ້ມຄອງ ຊັບພະ ຍາກອນນ້ຳ ໂດຍສະເພາະແຫລ່ງນ້ຳໄຕ້ດິນ ໃຫ້ມີຄວາມຍືນຍົງ  ແລ້ວລາຍງານໃຫ້ຂັ້ນເທິງ ຢ່າງເປັນລະບົບ ປົກກະຕິ;
  8. ໂດຍປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ສັງລວມ, ຂຶ້ນບັນຊີ, ປົກປ້ອງ, ນຳໃຊ້ ແລະ ຄຸ້ມຄອງ ແຫລ່ງພັນທຸກຳ ໃນຂອບເຂດທົ່ວປະເທດ. ເຕົ້າໂຮມ, ສົ່ງເສີມ ແລະ ພັດທະນາຕຳລາ ຄວາມຮູ້ ຫລື ມູນເຊື້ອອັນດີງາມຂອງທ້ອງຖິ່ນ ໃຫ້ກ້າວມາເປັນເຕັກໂນໂລຊີ ໃນການປົກປັກ ຮັກສາຊີວະນາໆພັນ. ສົ່ງເສີມ ແລະ ຕິດຕາມກວດກາ ການຄຸ້ມຄອງ ແລະ ນຳໃຊ້ຊີວະນາໆພັນ ໃຫ້ຍືນຍົງ. ສ້າງ ແລະ ເຜີຍແຜ່ ບົດລາຍງານ ກ່ຽວກັບ ສະພາບ ຊີວະນາໆພັນ ຢູ່ ສປປ ລາວ ທຸກໆ 4 ປີ. ສົ່ງເສີມ, ຂະຫຍາຍ, ຕິດຕາມ ຕີລາຄາ ການຈັດຕັ້ງປະຕິບັດວຽກງານຂອງ ບັນດາ ສູນຊີວະນາໆພັນ ໃນຂອບເຂດທົ່ວປະເທດ ແລ້ວລາຍງານໃຫ້ຂັ້ນເທິງຢ່າງ ເປັນລະບົບ ປົກກະຕິ;
  9. ດຳເນີນການຕິດຕາມກວດກາດ້ານວິຊາການ ກ່ຽວກັບ ສານເຄມີ, ສິ່ງເສດເຫລືອອັນຕະລາຍ ແລະ ຄຸນນະພາບ ສິ່ງແວດລ້ອມ ເຊັ່ນ: ຄຸນນະພາບນ້ຳ, ດິນ, ອາກາດ, ສຽງ, ຄວາມສັ່ນ ສະເທືອນ, ຊີວະນາໆພັນ ແລະ ອື່ນໆ ໃຫ້ສອດຄ່ອງກັບມາດຕະຖານຄຸນນະພາບ ສິ່ງແວດລ້ອມ,  ພ້ອມທັງສ້າງ ແລະ ເຜີຍແຜ່ ບົດລາຍງານສະພາບ ສານເຄມີ ແລະ ຄຸນນະພາບ ສິ່ງແວດລ້ອມ ແຫ່ງຊາດ ຢ່າງເປັນລະບົບ ທຸກໆ 4 ປີ;
  10. ໂດຍສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ,ສ້າງຕັ້ງ, ນຳໃຊ້ ແລະ ຄຸ້ມຄອງ ຫ້ອງທົດລອງ ສິ່ງແວດລ້ອມແຫ່ງຊາດ ເພື່ອດຳເນີນການ ວິໄຈຄຸນນະພາບສິ່ງແວດລ້ອມ ພ້ອມທັງຢັ້ງຢືນ ດ້ານ ວິຊາການຜົນຂອງການວິໄຈດັ່ງກ່າວ; ຂະຫຍາຍຕາໜ່າງຫ້ອງທົດລອງ ສິ່ງແວດລ້ອມ ລົງສູ່ ທ້ອງຖິ່ນ ຕາມຄວາມແທດເໝາະ ໃນແຕ່ລະໄລຍະ;
  11. ສຶກສາຜັນຂະຫຍາຍ ແລະ ສົ່ງເສີມ ການນຳໃຊ້ເຕັກໂນໂລຊີ ສືບຢັ່ງທາງໄກ (Remote Sensing​-RS) ແລະ ລະບົບຂໍ້ມູນສື່ສານດ້ານພູມສາດ (GIS) ເພື່ອຮັບໃຊ້ໃນການຄຸ້ມຄອງ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ.  ໂດຍປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ສຳຫລວດ ແລະ ຕິດຕາມກວດກາ ສະພາບ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໂດຍນຳໃຊ້ ເຕັກໂນໂລຊີສືບຢັ່ງທາງໄກ.  ລົງສຳຫລວດພື້ນທີ່ຕົວຈິງ ເພື່ອປຽບທຽບກັບພາບຖ່າຍດາວທຽມ ເກັບກຳ, ສັງລວມ, ວິເຄາະ, ຕີລາຄາ ແລະ ແປພາບຖ່າຍດາວທຽມ ເພື່ອສ້າງເປັນແຜນທີ່ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ. ສ້າງຖານຂໍ້ມູນສືບຢັ່ງທາງໄກ ແລະ ລະບົບຂໍ້ມູນ ພູມສາດ ເພື່ອຮັບໃຊ້ການຄຸ້ມຄອງ ແລະ ພັດທະນາເສດຖະກິດ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ໃຫ້ເປັນລະບົບ ເອກະພາບ ໃນຂອບເຂດທົ່ວປະເທດ;
  12. ໂຄສະນາ ແລະ ເຜີຍແຜ່ ຜົນສຳເລັດວຽກງານຂອງ ສນສ ໃຫ້ແກ່ສັງຄົມຮັບຮູ້ ຢ່າງເປັນລະບົບ ປົກກະຕິ;
  13. ຄຸ້ມຄອງ ແລະ ນຳໃຊ້ຊັບສົມບັດສ່ວນລວມ, ອຸປະກອນ, ພາຫະນະ ທີ່ ອຊນສ ອະນຸມັດໃຫ້ ຢ່າງມີ ຄວາມຮັບຜິດຊອບສູງ ແລ້ວລາຍງານໃຫ້ຂັ້ນ ເທິງຢ່າງເປັນລະບົບປົກກະຕິ.
  14. ຄຸ້ມຄອງ, ສະເໜີຊັບຊ້ອນ, ຈັດວາງ ແລະ ນຳໃຊ້ພະນັກງານວິຊາການພາຍໃນສະຖາບັນ ຕາມ ຕ່ຳແໜ່ງງານໃຫ້ເໝາະສົມກັບຄວາມຮູ້ ຄວາມສາ ມາດ ຂອງແຕ່ລະຄົນ ແລະ ໂດຍສອດຄ່ອງກັບ ການຂະຫຍາຍຕົວຂອງວຽກງານ ໃນແຕ່ລະໄລຍະ;
  15. ໃຫ້ການບໍລິການດ້ານວິຊາການ ກ່ຽວກັບ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ  ຕາມການ ມອບໝາຍຂອງ ຫົວໜ້າ ອຊນສ;
  16. ພົວພັນ, ຮ່ວມມື ແລະ ປະສານງານເປັນເຄືອຂ່າຍ ກັບສະຖາບັນຄົ້ນຄ້ວາ ແລະ ບັນດາ ຄູ່ຮ່ວມ ພັດທະນາພາຍໃນ ແລະ ຕ່າງປະເທດ, ອະນຸພາກ ພື້ນ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງ ເອົາການຊ່ວຍເຫລືອ ທາງດ້ານທຶນຮອນ ແລະ ວິຊາການ ກ່ຽວກັບ ການຄົ້ນຄ້ວາ, ການຕິດຕາມ ກວດ ກາ, ການຄຸ້ມຄອງແຫລ່ງພັນທຸກຳ, ການນຳໃຊ້ເຕັກໂນໂລຊີອາວະກາດ (GIS), ສືບຢັ່ງທາງໄກ,  ຄຸນນະພາບສິ່ງແວດລ້ອມ ແລະ ການຄຸ້ມຄອງ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ຕາມການມອບໝາຍຂອງຂັ້ນເທິງ. ພ້ອມທັງຕິດຕາມ, ສັງລວມ, ສະຫລຸບ ຕີລາຄາ ຜົນການຈັດຕັ້ງປະຕິ ບັດ ແລ້ວລາຍງານໃຫ້ຂັ້ນເທິງ ຢ່າງເປັນລະບົບປົກກະຕິ.
  17. ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງຢູ່ພາຍໃນ ແລະ ຕ່າງປະເທດ ຈັດຕັ້ງປະຕິບັດ ບັນດາສົນທິສັນຍາ, ອານຸສັນຍາ, ຂໍ້ຕົກລົງ ທີ່ກ່ຽວ ຂ້ອງກັບວຽກງານ ຄົ້ນຄ້ວາ, ວຽກງານຕິດຕາມ ກວດກາ ຄຸນນະພາບສິ່ງແວດລ້ອມ ແລະ ວຽກງານນຳໃຊ້ເຕັກໂນໂລຊີອາວະກາດ ເຂົ້າໃນການ ຄຸ້ມຄອງ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ຕາມການມອບໝາຍຂອງຂັ້ນເທິງ.
  18. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າ ອຊນສ.