|
Written by soukanya tkm
|
|
Tuesday, 08 December 2009 14:00 |
- ສະເໜີສ້າງຕັ້ງ,ຍຸບເລີກ,ປັບປຸງກົງຈັກການຈັດຕັ້ງ,ແຕ່ງຕັ້ງ,ຍົກຍ້າຍ,ຍ້ອງຍໍ,ເລື່ອນຊັ້ນ,ເລື່ອນຂັ້ນ,ປົດຕ່ຳແໜ່ງ,ປະຕິບັດວິໄນ ແລະ ປະຕິບັດນະໂຍ ບາຍ ອື່ນໆ ຕໍ່ພະນັກງານຂັ້ນຕ່າງໆ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ.
- ອອກບົດແນະນຳ, ແຈ້ງການ, ຄຳສັ່ງ, ຂໍ້ຕົກລົງ, ລະບຽບພາຍໃນ ແລະ ຮຽກໂຮມປະຊຸມ ຕ່າງໆ ພາຍໃນ ສຄນສ.
- ສະເໜີແຕ່ງຕັ້ງພະນັກງານພາຍໃນສະຖາບັນ ໄປຮ່ວມປະຊຸມ, ສຳມະນາ,ຝຶກອົບຮົມ,ທັດສະນະສຶກສາ,ຄື່ອນໄຫວ ວຽກງານຢູ່ ພາຍໃນ ແລະ ຕ່າງປະເທດ ກ່ຽວກັບ ວຽກງານຄົ້ນຄ້ວາ ແລະ ຕິດຕາມ ກວດກາ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ.
- ເຂົ້າຮ່ວມກອງປະຊຸມທຸກລະດັບທັງພາຍໃນ ແລະ ຕ່າງປະເທດ,ເຈລະຈາ, ເຊັນສັນຍາ, ເຊັນບົດບັນທຶກຄວາມເຂົ້າໃຈກັບ ຕ່າງ ປະ ເທດແລະອົງການຈັດຕັ້ງສາກົນຕ່າງໆ ທີ່ພົວພັນເຖິງ ວຽກງານ ຄົ້ນຄ້ວາ ແລະຕິດຕາມກວດກາ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ຕາມ ການມອບ ໝາຍ ຂອງຂັ້ນເທິງ.
- ສະເໜີຍ້ອງຍໍ ດ້ວຍຮູບການທີ່ເໝາະສົມ ຕໍ່ຜູ້ທີ່ມີຫົວຄິດປະດິດສ້າງ, ນັກວິທະຍາສາດ, ນັກຄົ້ນ ຄ້ວາທີ່ດີເດັ່ນໃນການຄຸ້ມຄອງ ຊັບພະ ຍາກອນນ້ຳ ແລະ ສິ່ງແວດລ້ອມ ຕາມລະບຽບ ການ.
- ສະເໜີວ່າຈ້າງ ຊ່ຽວຊານ ຫລື ແຮງງານຊົ່ວຄາວ ປະກອບໃສ່ແຕ່ລະໜ້າວຽກ ພາຍໃນ ສະຖາບັນ ແຕ່ລະໄລຍະ ຕາມຄວາມ ເໝາະສົມ ຕາມລະບຽບຫລັກການຂອງລັດ.
- ເກັບຄ່າທຳນຽມ, ຄ່າບໍລິການດ້ານການວິໄຈ ແລະ ການໃຫ້ບໍລິການຂໍ້ມູນ ດ້ານເຕັກໂນໂລຊີ ອາວະກາດ ເຊັ່ນ: ເຕັກໂນໂລຊີ ສືບຢັ່ງທາງໄກ (Remote Sensing-RS) ແລະ ລະບົບຂໍ້ມູນສື່ສານ ດ້ານພູມສາດ (GIS) ເພື່ອຮັບໃຊ້ໃນການຄຸ້ມຄອງ ຊັບພະ ຍາກອນນ້ຳ ແລະ ສິ່ງແວດລ້ອມ ຕາມລະບຽບຫລັກການ; ສະເໜີນຳໃຊ້ ລາຍຮັບວິຊາການຂອງ ສຄນສ.
- ປະຕິບັດສິດອື່ນໆ ຕາມການມອບໝາຍຂອງ ຫົວໜ້າ ອຊນສ.
|