ທີ່ຕັ້ງ ແລະ ພາລະບົດບາດ ຫ້ອງການ ອຊນສ
ສະຖາບັນ ຄົ້ນຄ້ວາ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ເອີ້ນຫຍໍ້ວ່າ “ສຄນສ” ແມ່ນການຈັດຕັ້ງ ໜຶ່ງ ທີ່ມີຖານະທຽບເທົ່າກົມ, ສັງກັດໃນໂຄງປະ ກອບການຈັດຕັ້ງ ຂອງອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ), ສຳນັກງານນາຍົກລັດຖະມົນຕີ, ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ ອຊນສ ໃນການຄົ້ນຄ້ວາ, ການຕິດຕາມກວດກາ ສານເຄມີ ແລະ ຄຸນນະພາບ ສິ່ງແວດລ້ອມ, ການນຳໃຊ້ເຕັກໂນໂລຊີອາວະກາດ ແລະ ໃຫ້ການບໍລິການໃນ ຂົງເຂດ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ.