Lao (ພາສາລາວ)English (United Kingdom)
ສ້າງເຂດທົດລອງການປັບຕົວເຂົ້າກັບການປ່ຽນແປງ ພູມອາກາດ ໃນແຂວງສະຫວັນນະເຂດ PDF Print E-mail
Written by ສຸກັນຍາ   
Thursday, 21 January 2010 11:24

ຄະນະກຳມະການແມ່ນ້ຳຂອງ ແລະ ລັດທະບານ ສປປລາວ ໄດ້ຕົກລົງ ສ້າງຕັ້ງເຂດທົດລອງເພື່ອຮັບມືກັບຜົນກະທົບທີ່ເປັນໄປໄດ້ ຂອງການປ່ຽນແປງພູມອາກາດ ຕໍ່ການປູຝັງ  ແລະ  ການດຳລົງຊີວິດ ຂອງປະຊາຊົນ ໃນຊົນນະບົດ  ເພື່ຶອເກັບເອົາຂໍ້ມູນ ເບື້ອງຕົ້ນທີ່ກ່ຽວຂ້ອງ ຈຳນວນຫນື່ງຊຶ່ງມີບ້ານແກ້ງກອກເຫນື້ອ,ບ້ານນາກະທ້າງ ແລະ ບ້ານຕະແຫລວ ເມືອງຈຳພອນ ແຂວງສະຫວັນນະເຂດໄດ້ຖືກຄັນເລືອກເປັນເຂດທົດລອງ.

ເຂດດັ່ງກ່າວ ແມ່ນເຂດທີ່ອ່ອນໄຫວທີ່ສຸດໃນໂລກ ຕໍ່ກັບການປ່ຽນແປງພູມອາກາດໃນໄລຍະຍາວ ຍ້ອນຊັດສ່ວນຂອງປະຊາກອນຈຳນວນຫລວງຫລາຍ

ຍັງດຳລົງຊີວິດໂດຍມີລາຍ ໄດ້ຕ່ຳ ແລະ ຄວາມສາມາດໃນການແກ້ໄຂບັນຫາດັ່ງກ່າວ ໃນລະດັບຂົງເຂດອຶ່ນໃນອ່າງແມ່ນ້ຳຂອງຕອນລຸ່ມ, ປະຊາຊົນກຳລັງ

ປະເຊີນ ກັບຄວາມສ່ຽງ ຂອງການປ່ຽນແປ່ງ ຂອງ ພູມອາກາດ ເປັນຕົ້ນແມ່ນ ໄພນ້ຳຖ້ວມ ແລະໄພແຫ້ງແລ້ງ. ເຂດປຸກຝັງ ແມ່ນຖືກກະທົບໂດຍການປ່ຽນ

ແປງຂອງພູອາກາດ. ບັນດາກິດຈະກຳ ການສ້າງຕັ້ງ ເຂດທົດລອງ ໃນ ອ່າງແມ່ນ້ຳຂອງຕອນລຸມຈະໃຫ້ປະໂຫຍດໂດຍກົງແກ່ຊຸມຊົນ ແລະ ໃຫ້ບົດຮຽນສຳ

ລັບການ ຂະຫຍາຍເຂດອອກໃຫ້ກ້ວາງຂວາງ ແລະ ການສ້າງຕັ້ງເຂດທົດລອງ ທີ່ຄ້າຍຄືກັນນີ້ ຈະໄດ້ປະຕີບັດໃນປະເທດໄທ, ກຳປູເຈຍ ແລະ ຫວຽດນາມ.

ໜັ່ງສືພິມປະເທດລາວ 15/1/2010

 

Last Updated on Monday, 25 January 2010 15:01