Lao (ພາສາລາວ)English (United Kingdom)
ໂຄງຮ່າງການຈັດຕັ້ງ PDF Print E-mail
Written by ສະກັນຍາ   
Friday, 15 January 2010 15:50

ໜ້າທີ່ຂອງແຕ່ລະພະແນກ

ມາດຕາ 7: ໜ້າທີ່ຂອງພະແນກແຜນການ ແລະ ການຮ່ວມມື

 

7.1.     ຜັນຂະຫຍາຍຍຸດທະສາດ, ແຜນດຳເນີນ ງານ ກ່ຽວກັບ ການຄຸ້ມຄອງ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໃຫ້ກາຍເປັນແຜນການ, ແຜນງານ, ໂຄງການ, ແຜນເຄື່ອນໄຫວວິຊາການ ໄລຍະ 5 ປີ, ປະຈຳປີ, ງວດ ແລະ ເດືອນ; ໂດຍສອດຄ່ອງກັບແນວທາງນະໂຍບາຍ ຂອງ ພັກ, ຂຶ້ນແຜນນຳໃຊ້ ງົບປະມານຂອງລັດ, ລາຍຮັບວິຊາການ ແລະ ເງິນຊ່ວຍເຫລືອລ້າ ໃຫ້ມີປະສິດທິຜົນ ແລະ ຕາມລະບຽບການ;

 

7.2.     ຂຶ້ນແຜນບຸກຂະລາກອນ, ແຜນກໍ່ສ້າງ, ບຳລຸງ ແລະ ຍົກລະດັບດ້ານວິຊາການ ໃນຂົງເຂດ ວຽກງານຄົ້ນຄ້ວາ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ວຽກງານຕິດຕາມກວດກາ ຄຸນນະ ພາບ ສິ່ງແວດລ້ອມ ແລະ ເຕັກໂນໂລຊີ ສືບຢັ່ງທາງໄກ;

7.3.     ຈັດຕັ້ງປະຕິບັດ ແລະ ສະຫລຸບຕີລາຄາການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ, ລວມທັງແຜນງົບປະມານ, ແຜນກໍ່ສ້າງພະນັກງານ ແລະ ແຜນການຮ່ວມມືກັບ ຕ່າງ ປະເທດ  ຂອງ ສນສ ໄລຍະ 5 ປີ, ປະຈຳປີ, ງວດ ແລະ ເດືອນ;

7.4.     ຄົ້ນຄ້ວາ ສະເໜີຊັບຊ້ອນ, ຈັດວາງ ແລະ ນຳໃຊ້ພະນັກງານວິຊາການ ພາຍໃນສະຖາບັນ ຕາມ ຕ່ຳແໜ່ງງານ ໃຫ້ເໝາະສົມກັບຄວາມຮູ້ ຄວາມສາມາດຂອງແຕ່ລະຄົນ ໂດຍສອດຄ່ອງກັບ ການ ຂະຫຍາຍຕົວຂອງວຽກງານ ໃນແຕ່ລະໄລຍະ;

7.5.     ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາການ ຊ່ວຍເຫລືອ ທາງດ້ານທຶນຮອນ ແລະ ວິຊາການ ກ່ຽວກັບ ການຄົ້ນຄ້ວາ, ການຕິດຕາມກວດກາ, ການຄຸ້ມຄອງແຫລ່ງພັນທຸກຳ, ການນຳໃຊ້ເຕັກໂນໂລຊີອາວະກາດ (GIS), ສືບຢັ່ງທາງໄກ,  ຄຸນນະພາບສິ່ງແວດລ້ອມ ແລະ ການຄຸ້ມຄອງ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ;

7.6.     ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຮ່ວມມືໃນການ ຈັດຕັ້ງປະຕິບັດ ບັນດາສົນທິສັນຍາ, ອານຸສັນຍາ, ຂໍ້ຕົກລົງ ທີ່ກ່ຽວຂ້ອງກັບວຽກງານ ຄົ້ນຄ້ວາ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ຕາມການມອບໝາຍຂອງຂັ້ນເທິງ;

7.7.     ເກັບຄ່າທຳນຽມ ໃນການໃຫ້ບໍລິການດ້ານການວິໄຈ, ຄ່າບໍລິການຂໍ້ມູນ ດ້ານເຕັກໂນໂລຊີ ການ ສືບຢັ່ງທາງໄກ ແລະ ລະບົບຂໍ້ມູນສື່ສານ ດ້ານພູມສາດ ເພື່ອຮັບໃຊ້ໃນ ການຄຸ້ມຄອງ ຊັບພະຍາ ກອນນ້ຳ ແລະ ສິ່ງແວດລ້ອມ ຕາມລະບຽບການ;

7.8.     ຄຸ້ມຄອງ ແລະ ນຳໃຊ້ຊັບສົມບັດສ່ວນລວມ, ອຸປະກອນ, ພາຫະນະ ທີ່ ອຊນສ ອະນຸມັດໃຫ້ ຢ່າງມີ ຄວາມຮັບຜິດຊອບສູງ; ແລະ

7.9.     ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າ ສນສ.

Last Updated on Wednesday, 06 October 2010 11:33