|

ກອງປະຊຸມປຶກສາຫາລືກ່ຽວກັບບົດລາຍງານການ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການປ້ອງກັນ ຕະຝັ່ງເຈື່ອນ ແລະ ພັດທະນາ ແຄມຂອງຢູ່ ນວ ຈັດຂຶ້ນວັນທີ 6 ເມສາ 2010 ທີ່ໂຮງແຮມດອນຈັນພາເລດ ໂດຍເປັນ ປະທານຮ່ວມລະຫວ່າງທ່ານ ສົມວັນດີ ນາຖາວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ແລະ ທ່ານ ນູລິນ ສິນບັນດິດ ລັດຖະມົນຕີຊ່ວຍວ່າການ ປະຈຳສຳນັກງານນາຍົກ ຮອງຫົວໜ້າອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ຊຶ່ງມີ ອຳນາດການປົກຄອງເມືອງ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ເຈົ້າຂອງໂຄງການ ຜູ້ຮັບເໝົາກໍ່ສ້າງ ພ້ອມດ້ວຍ ປະຊາຊົນທີ່ ຖືກໂຄງການເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ເປັນຂີດໝາຍອັນສຳຄັນ ເພື່ອປຶກສາຫາລືເນື້ອໃນຂອງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການ ປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ເປັນໜຶ່ງໃນ 21 ໂຄງການທີ່ກຽມໃສ່ ງານສະເຫຼີມສະຫຼອງວັນສ້າງຕັ້ງນະຄອນວຽງຈັນ ຄົບຮອບ 450 ປີ ໂຄງການດັ່ງກ່າວເລີ່ມແຕ່ບ້ານເກົ້າລ້ຽວ ຫາ ບ້ານ ທາດຂາວ (ຫຼັກ 3) ມີຄວາມຍາວທັງໝົດ 12,4 ກິໂລແມັດ ນອນຢູ່ໃນ 3 ເມືອງຄື: ເມືອງສີໂຄດ ຕະບອງ ຈັນທະບູລີ ແລະ ເມືອງສີສັດຕະນາກ ໜ້າວຽກຫຼັກຂອງໂຄງການກວມເອົາການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ການກໍ່ສ້າງທາງລຽບ ຕາມແຄມນ້ຳ ຂອງ ແລະ ການກໍ່ສ້າງສວນເຈົ້າອະນຸ.
ໂຄງການໄດ້ເລີ່ມລົງມືກໍ່ສ້າງແຕ່ປີ 2008 ເປັນຕົ້ນມາ ແລະ ຄາດວ່າຈະສຳເລັດພາຍໃນປີ 2013 ໃນປັດຈຸບັນພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງ ຊຶ່ງເຈົ້າຂອງໂຄງການກຳລັງຂຸ້ນຂ້ຽວຊຸກຍູ້ ແລະ ຄຸ້ມຄອງການກໍ່ສ້າງ ເພື່ອໃຫ້ ສຳເລັດຕາມເປົ້າໝາຍທີ່ວາງໄວ້ ການກໍ່ສ້າງແມ່ນປະສົມ ປະສານຈາກສອງທາງເລືອກຄື: ທາງເລືອກບີ ແລະ ຊີ ຊຶ່ງທາງ ເລືອກບີ ເປັນການກໍ່ສ້າງຕາມແລວເກົ່າ ແລະ ສ່ວນທາງເລືອກຊີ ແມ່ນເປັນການກໍ່ ສ້າງຈາກແລວເກົ່າຍື່ນອອກໄປສູ່ ແມ່ນ້ຳປະມານ 7 ແມັດ.
ຄືດັ່ງທີ່ຮູ້ນຳກັນແລ້ວວ່າ ລັດຖະບານໄດ້ຕັດສິນໃຈສູງໃນການລົງທຶນທີ່ໃຊ້ງົບປະມານຫຼາຍ ເພື່ອກໍ່ສ້າງໂຄງການນີ້ ແນ່ໃສ່ ປ້ອງກັນໄພນ້ຳຖ້ວມ ແລະ ໃນ ຄະນະດຽວກັນກໍພັດທະນາຄວາມສວຍງາມລຽບຕາມແຄມຂອງ ເຖິງຢ່າງໃດກໍຕາມ ການພັດທະນາແມ່ນມີທັງຜົນບວກ ແລະ ລົບ ດັ່ງນັ້ນ ກອງປະຊຸມຄັ້ງ ນີ້ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນປຶກສາຫາລືນຳກັນ ມີຄວາມເປັນເອກະພາບຮ່ວມກັນ ເພື່ອກ້າວໄປສູ່ການຈັດຕັ້ງປະຕິບັດໂຄງການຢ່າງມີປະສິດທິຜົນ.
ກອງປະຊຸມຍັງຈະໄດ້ຮ່ວມກັນຮັບຟັງການສະເໜີບັນຫາທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງໂຄງການຕໍ່ສິ່ງແວດລ້ອມ ແລະ ສັງຄົມ ລວມທັງການດຳເນີນ ການແກ້ໄຂບັນຫາທີ່ສຳເລັດ ບັນຫາທີ່ກຳລັງແກ້ໄຂ ແລະ ວາງແຜນການຈະແກ້ໄຂ ໂດຍ ສະເພາະຕໍ່ການຍົກຍ້າຍຈັດສັນປະຊາຊົນ ແລະ ການຊົດເຊີຍ ທົດແທນຄ່າເສຍຫາຍ ຊຶ່ງໄດ້ມີການດຳເນີນການໃນ ໄລຍະຜ່ານມາ
* ຂັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ 07-04-2010 |