Lao (ພາສາລາວ)English (United Kingdom)
ໂຄງຮ່າງການຈັດຕັ້ງ PDF Print E-mail
Written by soukanya tkm   
Monday, 18 January 2010 13:01

 

ມາດຕາ 8: ໜ້າທີ່ຂອງສູນຄົ້ນຄ້ວາ ຊັບພະຍາກອນນ້ຳ

 

8.1.     ໂດຍປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ, ສ້າງ, ຈັດຕັ້ງປະຕິບັດ ແລະ ສະຫລຸບ ຕີລາຄາ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ລວມທັງແຜນງົບປະມານ, ແຜນກໍ່ ສ້າງພະນັກງານ ແລະ ແຜນການຮ່ວມມືກັບຕ່າງປະເທດ ຂອງສູນ ໃນໄລຍະ 5 ປີ, ປະຈຳປີ, ງວດ ແລະ ເດືອນ;

 

 

 

 

8.2.     ດຳເນີນການຄົ້ນຄ້ວາຊັບພະຍາກອນນ້ຳ ຕາມແຜນການ ແລະ ລາຍງານໃຫ້ຂັ້ນເທິງ ຢ່າງເປັນ ລະບົບປົກກະຕິ;

8.3.     ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ດຳເນີນການຄົ້ນຄ້ວາດ້ານສິ່ງແວດລ້ອມ ເຊັ່ນ: ໃນຂົງ ເຂດການຈັດຕັ້ງປະຕິບັດນະໂຍບາຍ, ການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງສິ່ງເສດ ເຫລືອ ແລະ ຜົນກະທົບຂອງສານເຄມີອັນຕະລາຍ ແລະ ອື່ນໆ;

8.4.     ສ້າງ, ທົດລອງ, ປັບປຸງ ແລະ ຕີລາຄາຄວາມແທດເໝາະ ຕົວແບບຈຳລອງຕ່າງໆ ໃນຂົງເຂດ ຊັບພະຍາກອນນ້ຳ ແລະ ສິ່ງແວດ໌໙ອມເພື່ອເປັນເຄື່ອງມືຮັບໃຊ້ໃນການວາງແຜນ ແລະ ຄຸ້ມຄອງ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໃຫ້ມີປະສິດທິຜົນ ແລະ ສອດຄ່ອງກັບ ສະພາບ ເປັນຈິງຂອງ ສປປ ລາວ;

8.5.     ດຳເນີນການສຳຫລວດ, ຕິດຕາມກວດກາ ສະພາບທາງດ້ານປະລິມານ ແລະ ຄຸນນະພາບຂອງ   ນ້ຳໄຕ້ດິນໃນຂອບເຂດທົ່ວປະເທດ ແລ້ວລາຍງານໃຫ້ຂັ້ນເທິງຢ່າງເປັນລະບົບປົກກະຕິ;

8.6.     ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ໂຄສະນາ ແລະ ເຜີຍແຜ່ ຜົນສຳເລັດຂອງ ວຽກງານ ຄົ້ນຄ້ວາຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ;

8.7.     ໂຄສະນາ ເຜີຍແຜ່ ຜົນສຳເລັດຂອງການຄົ້ນຄ້ວາສິ່ງແວດລ້ອມ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ;

8.8.     ໃຫ້ການບໍລິການດ້ານວິຊາການໃນການຄົ້ນຄ້ວາ ກ່ຽວກັບ ຊັບພະຍາກອນນ້ຳ ແລະ ສິ່ງແວດ ລ້ອມ; ແລະ

8.9.     ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າ ສນສ.

Last Updated on Tuesday, 23 November 2010 20:40