|
ກາບກອນ ສະຖາບັນ ຄົ້ນຄົ້ວຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ
(ຮັກຊາດ ແລະ ພັດທະນາ)
ແຕ່ງໂດຍ: ນ. ວິຣະນີ ແສງຈັນທຣ໌
- ຂົງເຂດການຄົ້ນຄວ້າ ສັບພະສິ່ງທັງປວງ
ເໝືອນດັ່ງດວງປັນຍາ ປະດິດມາໝູນໃຊ້
ສະຖາບັນໄດ້ແບ່ງວຽກ ດາດີຖ້ວນທຸກທີ່
ມີທັງກວດການ້ຳ ອາກາດທາດເບື່ອ
ຍາມເມື່ອໄດ້ກວດສອບ ສະເໝີດ້ວຍມາດຕະຖານ ທ່ານເອີຍ!
- ການງານຍຸກໃໝ່ຄົ້ນ ດານສືບຍັ້ງທາງໄກ
ສິ່ງແວດລ້ອມປ່ຽນໄວ ພາບຜ່ານດາວທຽມຊື້
ພ້ອມກັບຕີຄວາມໝາຍອອກ ຂໍແນວທາງຊີ້ຊ່ອງ
ຕົວແບບຈຳລອງໃຊ້ ວິທີການແບບໃໝ່
ປະຍຸກໃຊ້ວຽກງານນ້ຳ ດິນຟ້າອາກາດປ່ຽນແປງ ແທ້ນາ!
- ແຍງລົງທົ່ວສະຖາບັນ ຫ້າວຫັນສາມັກຄີ
ກໍຈຶ່ງບັນເກີດມີ ພະລັງອັນແຮງກ້າ
ໄປທາງໝ້າ ພັດທະນາກ້າແກ່ນ
ເບັ່ງບານຊູໝູນຍູ້ ອົງການໃຫ້ໝັ້ນທ່ຽງ
ພ້ອມທັງພາກັນກ້າວ ນຳພາຊາດຮຸ່ງຈະເລີນ ແທ້ແລ້ວ! |