Lao (ພາສາລາວ)English (United Kingdom)
ໂຄງຮ່າງການຈັດຕັ້ງ ແລະ ຫນ້າທີ່ ສູນສືບຢັ່ງທາງໄກ PDF ພິມ ອີເມລ
ຂຽນໂດຍ soukanya tkm   
ວັນພະຫັດທີ່ 14 ມັງກອນ 2010 ເວລາ 10: 39

 

ວ່າດ້ວຍຫນ້າທີ່ ສູນສືມຢັ່ງທາງໄກ

ມາດຕາ 11: ໜ້າທີ່ຂອງສູນສືບຢັ່ງທາງໄກ

 

11.1.   ໂດຍປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ, ສ້າງ, ຈັດຕັ້ງປະຕິບັດ ແລະ ສະຫລຸບ ຕີລາຄາ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ລວມທັງແຜນງົບປະມານ, ແຜນ ກໍ່ສ້າງພະນັກງານ ແລະ ແຜນການຮ່ວມມືກັບຕ່າງປະເທດ ຂອງສູນ ໃນໄລຍະ 5 ປີ, ປະຈຳປີ, ງວດ ແລະ ເດືອນ;

 

11.2.   ສຶກສາຜັນຂະຫຍາຍ ແລະ ສົ່ງເສີມ ການນຳໃຊ້ເຕັກໂນໂລຊີສືບຢັ່ງທາງໄກ (Remote Sensing​-RS) ແລະ ລະບົບຂໍ້ມູນສື່ສານດ້ານພູມສາດ (GIS) ເພື່ອຮັບໃຊ້ໃນການ ຄຸ້ມຄອງ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ;

11.3.   ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສຳຫລວດ ແລະ ຕິດຕາມສະພາບ ຊັບພະຍາ ກອນນ້ຳ ແລະ ສິ່ງແວດລ້ອມ ໂດຍນຳໃຊ້ເຕັກໂນໂລຊີສືບຢັ່ງທາງໄກ.  ສ້າງຖານຂໍ້ມູນ ສືບຢັ່ງ ທາງໄກ ແລະ ລະບົບຂໍ້ມູນພູມສາດ ເພື່ອຮັບໃຊ້ການຄຸ້ມຄອງ ແລະ ພັດທະນາ ເສດຖະ ກິດ ຂອງ ບັນດາຂະແໜງການ ແລະ ທ້ອງຖິ່ນ ໃຫ້ເປັນລະບົບ ເອກະພາບ ໃນຂອບເຂດ ທົ່ວ ປະເທດ;

11.4.   ລົງສຳຫລວດພື້ນທີ່ຕົວຈິງ ປຽບທຽບກັບພາບຖ່າຍດາວທຽມ ເກັບກຳ, ສັງລວມ, ວິເຄາະ, ຕີລາຄາ ແລະ ແປພາບຖ່າຍດາວທຽມ ເພື່ອສ້າງເປັນແຜນທີ່ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ;

11.5.   ໂຄສະນາເຜີຍແຜ່ ຜົນສຳເລັດການເຄື່ອນໄຫວວຽກງານ ຂອງສູນສືບຢັ່ງທາງໄກ;

11.6.   ໃຫ້ການບໍລິການດ້ານວິຊາການ ກ່ຽວກັບ ວຽກງານສືບຢັ່ງທາງໄກ; ແລະ

11.7.   ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າ ສນສ.

LAST_UPDATED2