ການຮ່ວມມືສາກົນ ເພື່ອຈັດຕັ້ງປະຕິບັດ ສົນທິສັນຍາວຽນນາ ແລະ ອະນຸສັນຍາ ມົງເຣອານ PDF Print E-mail
Written by Som Oula YAPHICHIT   
Tuesday, 25 November 2008 15:48

ໃນລະຫວ່າງວັນທີ 18-21 ພະຈິກ 2008 ຄະນະຜູ້ແທນ ສປປ ລາວ ທີ່ ນຳໂດຍ ທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວໜ້າອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໄດ້ເຂົ້າຮ່ວມ ກອງປະຊຸມ ຄັ້ງທີ 20 ຂອງ ບັນດາປະເທດພາຄີ ຕໍ່ອະນຸສັນຍາ ມົງເຣອານ ວ່າດ້ວຍ ການຫຼຸຸດຜ່ອນ ແລະ ຢຸດຕິ ການນຳໃຊ້ສານເຄມີ ທີ່ທຳລາຍຊັ້ນໂອໂຊນ ທີ່ໄດ້ຈັດຂື້ນທີ່ໂດຮາ, ປະເທດ ກາຕ້າ ຊຶ່ງ ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາ ຖະແຫຼງການໂດຮາ ທີ່ມີເນື້ອໃນ ເນັ້ນໜັກໃສ່ ການທຳລາຍ ສານ ODS ທີ່ຍັງມີຄ້າງໃນສາງ;

ດຳເນີນການສຶກສາ ເພື່ອປະເມີນຄວາມເປັນໄປໄດ້ ທາງດ້ານເຕັກນິກ ແລະ ເສດຖະກິດ ໃນການທຳລາຍ ສານ ODS ເຫຼົ່ານັ້ນ ໂດຍໃຫ້ຈັດຕັ້ງປະຕິບັດເປັນແບບໂຄງການທົດລອງ; ການປັບປຸງງົບປະມານ ກອງທືນຫຼາຍຝ່າຍ ສຳລັບ ນຳໃຊ້ໃນໄລຍະ 2009-2011 ແນໃສ່ ຊ່ວຍເຮັດໃຫ້ບັນດາປະເທດກຳລັງພັດທະນາ ສາມາດປະຕິບັດພັນທະ ໄດ້ຕາມຄາດໝາຍ; ຮຽກຮ້ອງມາຍັງບັນດາ ປະເທດພາຄີ ໃຫ້ມີແຜນງານ ສັງເກດການ ແລະ ເກັບກຳຂໍ້ມູນ ກ່ຽວກັບສະພາບຊັ້ນໂອໂຊນ ແລະ ສາຍກ່ຽວພັນ ກັບບັນຫາ ການປ່ຽນແປງດິນຟ້າອາກາດ ໂດຍຮ່ວມມືກັບ ອົງການ NASA ສ້າງຕັ້ງ ສະຖານີຕິດຕາມສະພາບຊັ້ນໂອໂຊນ ທີ່ປະເທດກາຕ້າ ພ້ອມດຽວກັນ ສວນອຸດທະຍານ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ປະເທດກາຕ້າ ກໍ່ຈະໄດ້ຮ່ວມມືກັບ ອົງການ UNEP ສ້າງຕັ້ງ ສູນຄົ້ນຄວ້າສາຍກ່ຽວພັນ ລະຫວ່າງຊັ້ນໂອໂຊນ ແລະ ການປ່ຽນແປງດິນຟ້າອາກາດ. 

ນອກນັ້ນ ກອງປະຊຸມຄັ້ງທີ 20 ຂອງບັນດາປະເທດພາຄີ ຕໍ່ອະນຸສັນຍາ ມົງເຣອານ ຍັງໄດ້ຮັບຮອງ ຂໍ້ມະຕິ ຈຳນວນ 29 ຂໍ້ ທີ່ມີເນື້ອໃນ ເນັ້ນໜັກໃສ່ ສະພາບທາງດ້ານການເງີນ ສຳລັບ ຈັດຕັ້ງປະຕິບັດ ອະນຸສັນຍາ ມົງເຣອານ ໃນການດຳເນີນ ການຄົ້ນຄວ້າ ແລະ ສັງເກດການ ຢ່າງເປັນ ລະບົບ, ການຄົ້ນຄວ້າ ສານທົດແທນ ເມຕິນໂບຼມາຍ, ສິ່ງທ້າທາຍ ໃນການທຳລາຍ ສານ ODS ທີ່ຮັກສາໄວ້ໃນສາງ, ຄວາມຈຳເປັນ ນຳໃຊ້ສານ ODS ເພື່ອ ຜະລິດຕະພັນຢາປົວພະຍາດຫືດ ແລະ ນຳໃຊ້ສານ ເມຕິນໂບຼມາຍ ເພື່ອວຽກງານກະສິກຳ ແລະ ກັກກັນພືດ.

ທັງໝົດນີ້ແມ່ນເພື່ອບັນລຸ ມະຕິຕົກລົງ ໃນກອງປະຊຸມ ບັນດາປະເທດພາຄີ ຕໍ່ອະນຸສັນຍາ ມົງເຣອານ ຄັ້ງທີ 19 ທີ່ເລັ່ງລັດໃຫ້ມີການ ຫຼຸດຜ່ອນ ແລະ ຢຸດຕິການນຳໃຊ້ສານ ໄຮໂດຣຄຣໍໂຣ ຟູອໍໂຣຄາບອນ (HCFCs) ຂອງ ປະເທດພາຄີໃຫ້ໄວຂື້ນ. ສານກຸ່ມນີ້ ຍັງສາມາດ ເຮັດໃຫ້ ສະພາບ ອຸນນະພູມ ຂອງໂລກຮ້ອນຂື້ນ. ເຖິງຢ່າງໃດກໍ່ຕາມ ເນື່ອງຈາກຂໍ້ຈຳກັດ ທາງດ້ານເສດຖະກິດ ແລະ ເຕັກໂນໂລຊີ ສານກຸ່ມນີ້ ຈື່ງຖືກນຳໃຊ້ ເປັນພຽງ ສານທົດແທນ ສານ CFCs ໃນບັນດາ ປະເທດ ກຳລັງພັດທະນາ ແລະ ໃນປະຈຸບັນ ແມ່ນມີແນວໂນ້ມ ການຜະລິດ ແລະ ການນຳໃຊ້ ທີ່ເພິ່ມສູງຂື້ນຫຼາຍ, ຊື່ງເຮັດໃຫ້ນັກວິທະຍາສາດ ມີຄວາມກັງວົນ ໃນການຄວບຄຸມ ແລະ/ຫຼື ຫຼຸດຜ່ອນ ອັດຕາການນຳໃຊ້ ສານກຸ່ມດັ່ງກ່າວ. ສະນັ້ນ ກອງປະຊຸມຄັ້ງທີ່ 20 ນີ້ ຈື່ງມີມະຕິຕົກລົງ ມອບໃຫ້ ຄະນະຊ່ຽວຊານປະເມີນ ດ້ານເຕັກໂນໂລຊີ ແລະເສດຖະກິດ ດຳເນີນການສຶກສາທາງເລຶອກ ແທນ ສານ HCFCs ສຳລັບ ບັນດາ ປະເທດ ພາຄີ ພິເສດ ແມ່ນບັນດາປະເທດທີ່ມີ ສະພາບອຸນນະພູມສູງ ໄວເທົ່າທີ່ຈະໄວໄດ້.

ສຳລັບ ສປປ ລາວ ແມ່ນສືບຕໍ່ ປະຕິບັດຕາມພັນທະ ພາຍໃຕ້ ອະນຸສັນຍາມົງເຣອານ ໂດຍ ໃນເວລານີ້ ແມ່ນກຳລັງ ຢູ່ໃນຊ່ວງ ຂອງການຫຼຸດຜ່ອນ ແລະ ຢຸດຕິ ການນຳໃຊ້ສານເຄມີ ກຸ່ມ CFCs ຊຶ່ງ ຈະຕ້ອງ ຢຸດຕິການນຳສານດັ່ງກ່າວ ເຂົ້າ ສປປ ລາວ ຕັ້ງແຕ່ວັນທີ່ 01 ມັງກອນ 2010. ການຄວບຄູມ ໃນຂົງເຂດ ຕ່າງໆ ແມ່ນມີ ດັ່ງນີ້: ຂົງເຂດ ອຸດສາຫະກຳ ສປປ ລາວ ແມ່ນເປັນພຽງປະເທດ ທີ່ນຳໃຊ້ສານ HCFCs ອັນເປັນສານ ທົດແທນ CFCs ຊຶ່ງອາດໄດ້ນຳເຂົ້າ ໃນຮູບແບບ ເຄມີປະສົມ ຫຼື ຜະລິດຕະພັນ ທີ່ບັນຈຸສານຕ່າງໆ. ສະນັ້ນ ການຫຼຸດຜ່ອນ ແລະ ຢຸດຕິການນຳໃຊ້ ສານທົດແທນດັ່ງກ່າວ (HCFCs) ຈື່ງບໍ່ມີຜົນກະທົບ ກັບພາກ ອຸດສະຫະກຳ. ສຳລັບ ຜູ້ບໍລິໂພກທັງຫຼາຍ ແລະ ກຸ່ມນາຍຊ່າງສ້ອມແປງ ເຄື່ອງເຮັດຄວາມເຢັນຕ່າງໆ ແມ່ນຕ້ອງມີ ການກະກຽມ ມາດຕະການທີ່ເໝາະສົມ ເພື່ອຮອງຮັບ ຜົນກະທົບດັ່ງກ່າວ ຊື່ງ ມາດຕະການເຫຼົ່ານີ້ ແມ່ນໄດ້ກຳນົດ ຢູ່ໃນແຜນງານ ຄຸ້ມຄອງການຢຸດຕິ ການນຳໃຊ້ ສານເຄມີທີ່ທຳລາຍຊັ້ນໂອໂຊນ (ODS) ໄລຍະສຸດທ້າຍ 2008-2010 ໂດຍການສະໜັບສະໜູບ ຈາກ ລັດຖະບານ ຝຣັ່ງເສດ ຜ່ານກອງທືນຫຼາຍຝ່າຍ ທີ່ອະນຸມັດ ໃນເດືອນ ເມສາ 2008.
 
ກອງປະຊຸມຄັ້ງນີ້ ແມ່ນໄດ້ດຳເນີນ ຢ່າງມີຄວາມສະຫງົບ ເປັນໄປຕາມລະບຽບ ແລະ ວາລະວາງອອກ ພິເສດເປັນກອງປະຊຸມຄັ້ງທຳອິດ ໃນ ປະຫວັດສາດ ທີ່ໄດ້ຮັບຜົນສຳເລັດ ໂດຍບໍ່ໄດ້ແຈກຢາຍເຈ້ຍເອກະສານ ເພາະປະເທດເຈົ້າພາບ ປະກອບ ເຄື່ອງຄອມພີວເຕີພົກພາ ຊຶ່ງຫຼັງຈາກສຳເລັດກອງປະຊຸມ ປະເທດເຈົ້າພາບ ກໍ່ໄດ້ມອບໃຫ້ ກອງເລຂາ ໂອໂຊນ, ອົງການສະຫະປະຊາຊາດ ເພື່ອແຜນງານສິ່ງແວດລ້ອມ ເພື່ອນຳໄປໝູນໃຊ້ ເຂົ້າໃນກອງປະຊຸມປະເທດພາຄີຄັ້ງຕໍ່ໄປ ທີ່ຈະຈັດຂື້ນ ທີ່ເມືອງ Sharm el-Sheikh, ປະເທດ ອີຢີບ ໃນປີ 2009 ອັນຖືວ່າເປັນບົດຮຽນທີ່ດີ ຄວນສືບຕໍ່ດຳເນີນການ.
 
ກອງປະຊຸມ ໄດ້ຕີລາຄາວ່າ ການປະຕິບັດພັນທະ ພາຍໃຕ້ອະນຸສັນຍາມົງເຣອານ ໄດ້ປະສົບຜົນສຳເລັດ ຊຶ່ງ ເປັນທີ່ຍອມຮັບ ຢ່າງກວ້າງຂວາງ ໃນທົ່ວໂລກ ໃນການປົກປ້ອງທັງຊັ້ນໂອໂຊນ ແລະ ລະບົບສະພາບອາກາດຂອງໂລກ ໂດຍການປະຕິບັດ ມາດຕະການ ຄວບຄູມ ການຫຼຸຸດຜ່ອນ ສານເຄມີທີ່ທຳລາຍຊັ້ນໂອໂຊນ ຢ່າງສະໝ່ຳສະເໜີ. ກອງປະຊຸມ ກໍ່ໄດ້ໝັ້ນໃຈວ່າ ສ.ປ ຈີນ ແລະ ອິນເດຍ ຈະສາມາດ ຢຸດຕິການຜະລິດ ສານ CFCs ຕາມເວລາທີ່ກຳນົດໄວ້.

ນອກຈາກນີ້ ກອງປະຊຸມ ຍັງເຫັນໄດ້ ຄວາມສຳຄັນ ໃນການກຳຈັດ ແລະ ທຳລາຍສານ ODS ທີ່ຄ້າງສາງ ພ້ອມທັງ ໄດ້ພິຈາລະນາ ງົບປະມານກອງທືນຫຼາຍຝ່າຍ ສຳລັບ ຄວາມຈຳເປັນນຳໃຊ້ ສານ CFCs ເພື່ອຜະລິດຕະພັນຢາປົວພະຍາດຫືດ ແລະ ນຳໃຊ້ສານ ເມຕິນໂບຼມາຍ ເພື່ອວຽກງານກະສິກຳ.

ສຳລັບ ສປປ ລາວ ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຄະນະຜູ້ແທນລາວ ແມ່ນໄດ້ອອກຄຳເຫັນ ຕໍ່ກອງປະຊຸມ ຄົບຄະນະ ລະດັບສູງ, ພິເສດໄດ້ລາຍງານ ຜົນສຳເລັດ, ຄວາມຄືບໜ້າ ຂອງການກະກຽມ ເພື່ອຈັດຕັ້ງປະຕິບັດໃນຕໍ່ໜ້າ ແຜນງານຄຸ້ມຄອງ ການຢຸດຕິການນຳໃຊ້ ສານ ODS ໄລຍະສຸດທ້າຍ 2008  2010 ທີ່ກວມມີບັນດາໂຄງການຫຍ່ອຍ ຄື : ປັບປຸງລະບຽບການ ແລະ ບັງຄັບໃຊ້, ຄວບຄຸມການສົ່ງຜ່ານ ແລະ ສືບຕໍ່ຝຶກອົບຮົມພະນັກງານພາສີ; ສ້າງຈິດສຳນຶກ ກຸ່ມເປົ້າໝາຍ ແລະ ເຜີຍແຜ່ຂໍ້ມູນຂ່າວສານ; ຝຶກອົບຮົມ ແລະ ອອກໃບຢັ້ງຢືນ ໃຫ້ນາຍຊ່າງສ້ອມແປງເຄື່ອງເຮັຄວາມເຢັນ ແລະ ຊຸກຍູ້ການສ້າງຕັ້ງ ສະມາຄົມ ນາຍຊ່າງດັ່ງກ່າວ; ຊ່ວຍເຫຼືອທາງດ້ານວິຊາການ ໃຫ້ແກ່ຂະແໜງການເຮັດຄວາມເຢັນ ແລະ ເຄື່ອງປັບອາກາດເຄື່ອນທີ່ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນງານຄຸ້ມຄອງ ການຢຸດຕິ ການນຳໃຊ້ສານເຄມີ ທີ່ທຳລາຍຊັ້ນໂອໂຊນ ໄລຍະສຸດທ້າຍ ໃຫ້ມີປະສິດທິຜົນ.