|
ໂຄງການເຊໂປນ ໄດ້ຮັບໃບຢັ້ງຢືນ ISO 14001 ໃນການປະຕິບັດຄຸ້ມຄອງດ້ານສິ່ງແວດລ້ອມ |
|
|
|
|
Written by Som Oula YAPHICHIT
|
|
Thursday, 04 June 2009 10:10 |
|

ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ທີ່ຈະມາເຖິງນີ້ ບໍລິສັດ ອອສ ລ້ານຊ້າງມິເນໂຣນ ຈຳກັດ ເຊໂປນ (ອອສ ລຊມລ ເຊໂປນ) ແຈ້ງໃຫ້ຊາບວ່າ: ທາງໂຄງການ ຂຸດຄົ້ນ ບໍ່ແຮ່ຄຳ-ທອງແດງ ເຊໂປນ ໄດ້ຮັບການຢັ້ງຢືນລະດັບAS/NZS ISO 14001 ກ່ຽວກັບລະບົບວຽກງານ ດ້ານການຄຸ້ມຄອງ ສິ່ງແວດລ້ອມ ຂອງໂຄງການ ແມ່ນບໍລິສັດທຳອິດ ທີ່ສາມາດ ປະຕິບັດຕາມມາດຕະຖານ ຊຶ່ງບໍ່ສະເພາະແຕ່ຢູ່ໃນປະເທດລາວ ເທົ່ານັ້ນ ແຕ່ຍັງກວມເຖິງບ່ອນທີ່ບໍລິສັດທີ່ໄດ້ປະຕິບັດ ວຽກງານ ຢູ່ໃນພາກພື້ນອາຊີນຳອີກດ້ວຍ.
ໃນຕົ້ນປີ ທີ່ຜ່ານມນີ້ ກໍຄືໃນວັນທີ 17 ມີນາ 2009 ອົງການ ກວດກາອິດສະຫຼະ ທີ່ໄດ້ຈົດທະບຽນຢ່າງຖືກຕ້ອງນັ້ນ ກໍຄືບໍລິສັດ ເອັນຊີເອັດ ອິນເຕີເນຊັນແນວ ຈຳກັດ (NCS InternationalPty Limited) ຈາກປະເທດອົດສະຕຣາລີ ທີ່ໄດ້ເຫັນ ດີຢັ້ງຢືນ ກ່ຽວກັບການປະຕິບັດ ທີ່ໄດ້ຕາມມາດຕະຖານສາກົນລະດັບ AS/NZS ISO 14001:2004 ໃຫ້ແກ່ໂຄງການ ຂຸດຄົ້ນບໍ່ແຮ່ຄຳ-ທອງແດງ ເຊໂປນ.
ບໍລິສັດ ອອສ ລຊມລ ເຊໂປນ ໄດ້ເຮັດວຽກຮ່ວມກັບກຸ່ມໜຶ່ງທີ່ສຳຄັນ ເຊິ່ງປະກອບມີຫຼາຍບໍລິສັດ ທີ່ບໍ່ພຽງແຕ່ໄດ້ ຈັດຕັ້ງປະຕິບັດ ຕາມລະບຽບ ການປະຕິບັດງານ ກ່ຽວກັບສິ່ງແວດລ້ອມລະດັບສາກົນເທົ່ານັ້ນ ແຕ່ຍັງໄດ້ຊອກຫາຫົນທາງເພື່ອ ທີ່ຈະໄດ້ຮັບການກວດກາຄືນ ແລະ ໄດ້ຮັບການຢັ້ງຢືນ ໃນລະດັບໂລກດັ່ງກ່າວ ການໄດ້ຮັບການຢັ້ງຢືນນີ້ ແມ່ນຈະໄດ້ຊ່ວຍໃຫ້ ທາງບໍລິສັດ ໄດ້ສຸມທຸກຄວາມພະຍາຍາມ ໃນການຮັກສາ ແລະ ຄຸ້ມຄອງ ສິ່ງແວດລ້ອມ ແລະ ກໍເພື່ອຮັບປະກັນ ວ່າການດຳເນີນວຽກງານ ການຂຸດຄົ້ນບໍ່ແຮ່ ແມ່ນໄດ້ສົ່ງຜົນກະທົບໜ້ອຍທີ່ສຸດ ຕໍ່ສະພາບແວດລ້ອມ ແລະ ຊຸມຊົນທ້ອງຖິ່ນອ້ອມຂ້າງໂຄງການຢູ່ໃນພາກສະໜາມ.
ນອກຈາກນີ້ ບໍລິສັດ ອອສ ລຊມລ ເຊໂປນ ກໍຍັງໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບລັດຖະບານລາວ ນັບຕັ້ງແຕ່ຂັ້ນທ້ອງຖິ່ນ ຈົນຮອດຂັ້ນສູນກາງ ໂດຍສະເພາະ ແມ່ນ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (WREA) ທັງນີ້ກໍເພື່ອ ຮັບປະກັນວ່າ ເງື່ອນໄຂ ທີ່ຈຳເປັນຂອງວຽກງານ ການຄຸ້ມຄອງສິ່ງແວດລ້ອມຂອງ ສ ປ ປ ລາວ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ພະແນກ ສິ່ງແວດລ້ອມຂອງ ໂຄງການ ເຊໂປນ ຢູ່ພາກສະໜາມ ກໍໄດ້ຖືກສ້າງຕັ້ງຂຶ້ນ ເພື່ອຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງ ແລະ ຕິດຕາມກວດກາ ບັນຫາສິ່ງແວດລ້ອມ ຊຶ່ງປະກອບມີ: ການກວດກາດ້ານຄຸນນະພາບຂອງອາກາດ ຊີວະນາໆພັນ ຄຸນນະພາບນ້ຳ ແລະ ແຜນງານ ກ່ຽວກັບການ ທີ່ຈະປິດບໍ່ແຮ່ ໃນໄລຍະຍາວ ໃນອະນາຄົດນຳອີກ. |