ອາຊຽນ ຮ່ວມມືສົ່ງເສີມການຄຸ້ມຄອງຊັບພະຍາກອນນ້ຳ PDF Print E-mail
Written by Som Oula YAPHICHIT   
Wednesday, 22 July 2009 09:49

ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໂດຍ ກົມຊັບພະຍາກອນນ້ຳ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ໜ່ວຍງານ ວິຊາການ ອາຊຽນ ກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳ ຄັ້ງທີ 9 ຂຶ້ນ ລະຫວ່າງ ວັນທີ 20-21 ກໍລະກົດ 2009 ຢູ່ທີ່ ສູນຮ່ວມມືສາກົນ ລາວ-ຍີ່ປຸ່ນ (ICTC) ນະຄອນຫລວງວຽງຈັນ ໂດຍການ ເປັນປະທານ ຮ່ວມຂອງ ທ່ານ ຈັນທະເນດ ບົວລະພາ ຮອງຫົວໜ້າ ກົມຊັບພະຍາກອນນ້ຳ  ແລະ ທ່ານ ລາມອນ ອາລິກປາລາ ປະທານ ໜ່ວຍງານ ວິຊາການ ອາຊຽນ ກ່ຽວກັບການຄຸ້ມຄອງ ຊັບພະຍາກອນນ້ຳ ມີບັນດາ ນັກວິຊາການ ຈາກປະເທດ ສະມາຊິກ ເຂົ້າຮ່ວມ.


ກອງປະຊຸມ ແມ່ນແນໃສ່ປຶກສາຫາລື ແລະ ປັບປຸງ ການຈັດຕັ້ງ ແຜນຍຸດທະສາດ ອາຊຽນ ກ່ຽວກັບ ການຄຸ້ມຄອງ ຊັບພະຍາກອນນ້ຳ ຂອງບັນດາ ປະເທດອາຊຽນ ນອກນີ້ ຍັງເປັນການ ທົບທວນຄືນແຜນ ຂອງປະເທດສະມາຊິກ ອາຊຽນ ກ່ຽວກັບ ວຽກງານ ວັດທະນະທຳ-ສັງຄົມ ປັບປຸງ ການກຳນົດ ໜ້າວຽກ ແລະ ຄວາມຮັບຜິດຊອບ ຂອງປະເທດ ສະມາຊິກ ເພື່ອຈັດ ຕັ້ງແຜນຍຸດທະສາດອາຊຽນ ກ່ຽວກັບ ການຄຸ້ມຄອງ ຊັບພະຍາກອນນ້ຳ ໃນອະນາຄົດ.

 

ໜ່ວຍງານ ວິຊາການອາຊຽນດັ່ງກ່າວ ແມ່ນຈະໄດ້ຈັດ ກອງປະຊຸມ ຂອງຕົນ ຂຶ້ນໃນທຸກໆປີ ກອງປະຊຸມຄັ້ງນີ້ ແມ່ນໄດ້ ສະແດງອອກເຖິງ ການປະກອບສ່ວນ ຢ່າງຕັ້ງໜ້າຂອງ ສ ປ ປ ລາວ ໃນການຈັດຕັ້ງ ປະຕິບັດ ສົ່ງເສີມ ວຽກງານ ຊັບພະຍາກອນນ້ຳ ຂົງເຂດອາຊຽນ ໃຫ້ມີການເຕີບໃຫຍ່ ຂະຫຍາຍຕົວ ແລະ ແທດເໜາະ ກັບສະພາບຕົວຈິງ ເປັນໂອກາດອັນດີທີ່ລາວ ເຮົາຈະໄດ້ເຜີຍແຜ່ ຮີດຄອງ ປະເພນີ ອັນດີງາມ ຂອງຊາດ ກໍຄື ການຈັດຕັ້ງ ປະຕິບັດວຽກງານ ການຄຸ້ມຄອງ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ຕໍ່ປະເທດສະມາຊິກຕື່ມອີກ.

Last Updated on Thursday, 23 July 2009 15:37