|
ອິດທິພົນພາຍຸເກດສະໜາ ສ້າງຄວາມເສຍຫາຍໜັກ ແກ່ບັນດາແຂວງພາກໃຕ້ |
|
|
|
|
Written by ຂ່າວສານປະເທດລາວ
|
|
Friday, 02 October 2009 15:59 |
|
(ຂປລ): ອິດທິພົນຂອງພາຍຸ ເກດສະໜາ ນອກຈາກສ້າງຄວາມເສຍຫາຍ ໃຫ້ແກ່ຫລາຍປະເທດແລ້ວ ສະເພາະ ຢູ່ ສປປ ລາວ ພາຍຸດັ່ງກ່າວ ໄດ້ພັດຜ່ານບັນດາແຂວງພາກກາງ ແລະ ພາກໃຕ້ ນັບແຕ່ວັນທີ 28 - 30 ກັນຍາ ອັນໄດ້ເກີດມີຝົນຕົກໜັກຕິດຕໍ່ກັນ ເປັນເຫດໃຫ້ມີສະພາບນ້ຳໄຫລຊຸແຮງ ເຮັດໃຫ້ເຮືອນຊານ ບ້ານຊ່ອງ, ເນື້ອທີ່ການຜະລິດ ຂອງປະຊາຊົນ ຕະຫລອດເຖິງພື້ນຖານໂຄງລ່າງ ຢູ່ໃນຫລາຍແຂວງ ຖືກນ້ຳຖ້ວມ ມີຄວາມເສຍ ຫາຍນັບເປັນຈຳນວນບໍ່ໜ້ອຍ, ໃນນັ້ນ ໜັກໜ່ວງກວ່າໝູ່ ແມ່ນຢູ່ 4 ແຂວງພາກໃຕ້ ອັດຕະປື, ເຊກອງ, ສາລະວັນ ແລະ ສ່ວນໜຶ່ງຂອງແຂວງຈຳປາສັກ.
ສາຂາຂ່າວສານ ຈາກບັນດາແຂວງດັ່ງກ່າວ ໄດ້ແຈ້ງໃຫ້ຮູ້ ໃນວັນທີ 1 ຕຸລານີ້ ໂດຍພໍສະຫລຸບໄດ້ວ່າ: ບັນແຕ່ຕອນບ່າຍວັນທີ 28 ພາຍຸ ເກດ ສະໜາໄດ້ເລີ່ມພັດຜ່ານເຂົ້າມາ ກໍ່ໃຫ້ເກີດມີຝົນຕົກໜັກ ເຮັດ ໃຫ້ສາຂາແມ່ນ້ຳສຳຄັນຫລາຍສາຍໄຫລຊຸແຮງ ຖ້ວມ ເຮືອນຊານບ້ານຊ່ອງຂອງປະຊາຊົນ ເປັນຈຳນວນຫລວງຫລາຍ ເປັນຕົ້ນ ຢູ່ແຂວງ ສາລະວັນ ພາຍໃນເທດສະບານແຂວງ ແລະ ເມືອງສາລະວັນ, ຄົງເຊໂດນ ແລະ ສ່ວນ ໜຶ່ງຂອງເມືອງວາປີ ຖືກນ້ຳຖ້ວມໃນລະດັງສູງສົມຄວນ ແລະ ນັບວ່າໜັກໜ່ວງກວ່າທຸກປີ, ເນື້ອທີ່ປູກເຂົ້າ ແລະ ສັດລ້ຽງ ຂອງປະຊາຊົນຖືກນ້ຳໄຫລຊຸ, ເສັ້ນທາງຫລາຍ ສາຍຖືກຕັດຂາດ. ໃນນີ້ ເສັ້ນທາງຈາກສາລະວັນອອກສູ່ນາປົ່ງ, ຂົວໜອງຂັນ, ຂົວສະພາດ ທາງໄປເມືອງວາປີ, ຂົວບຶງຂາມ ແລະ ເຂດເມືອງວາປີ ຖືກນ້ຳຖ້ວມເຮັດໃຫ້ການສັນຈອນຖືກຕັດຂາດ ເຊັ່ນດຽວກັບ ເສັ້ນທາງສາລະວັນ-ຕຸ້ມລານ ຕອນທາງລະຫວ່າງ ກະເຕົາ-ຕຸ້ມລານ ມີຂົວ ແລະ ທາງ ຖືກເປ່ເພໜັກ 2 ຈຸດ. ສ່ວນຢູ່ ແຂວງເຊກອງ ນັກຂ່າວສາຂາຂ່າວສານ ແຈ້ງມາວ່າ: ນັບແຕ່ຕອນແລງວັນທີ 28 ເດືອນດຽວກັນ ພາຍຸເລີ່ມຜ່ານ ກໍ່ໃຫ້ເກີດມີຝົນຕົກໜັກ ເຮັດໃຫ້ນ້ຳເຊກອງ ໄຫລຊຸເຮືອນຊານບ້ານຊ່ອງ ແລະ ສັດລ້ຽງ ຂອງປະຊາຊົນ ທີ່ຕັ້ງຢູ່ແຄມເຊດັ່ງກ່າວ ກໍ່ໃຫ້ເກີດຄວາມເສຍຫາຍຢ່າງໜັກ ໜ່ວງ. ໃນນີ້ ມີຫລາຍບ້ານເຂດເທດສະບານແຂວງ ກໍຄືເຂດເມືອງລະມາມ ຈຳນວນ 11 ບ້ານ ຕົກຢູ່ໃນສະພາບນ້ຳຖ້ວມ, ເສັ້ນທາງຫລວງຈາກຊາຍແດນ ແຂວງເຊກອງ ໄປ ແຂວງອັດຕະປື ຖືກຕັດຂາດ ມາຮອດດຽວນີ້ ການສັນຈອນ ລະຫວ່າງ ສອງແຂວງດັ່ງກ່າວ ບໍ່ສາມາດຂ້າມໄປໄດ້. ໃນຂະນະທີ່ຢູ່ເມືອງກະລືມ ແຂວງເຊກອງ ມີຫລາຍບ້ານ ລວມທັງເຂດເທດສະບານເມືອງ ກໍຕົກຢູ່ໃນສະພາບນ້ຳຖ້ວມແບບບໍ່ເຄີຍມີມາກ່ອນ. ໃນໄລຍະດຽວກັນ ຢູ່ເທດສະບານແຂວງອັດຕາປື ກໍຕົກຢູ່ໃນສະພາບນ້ຳຖ້ວມຢ່າງຮ້າຍແຮງ ຢູ່ພາຍໃນເທດສະບານແຂວງ ລະດັບນ້ຳເຊກອງ ແລະ ເຊຂະໝານ ຍຶ່ງຂຶ້ນຖ້ວມເທດສະບານແຂວງສູງກວ່າ 1 ແມັດ. ສ່ວນຢູ່ເມືອງອື່ນໆ ກໍຕົກຢູ່ໃນສະພາບຖືກນ້ຳຖ້ວມຢ່າງຮ້າຍແຮງ ເຊັ່ນດຽວກັນ. ສ່ວນສະພາບຄວາມເສຍຫາຍແມ່ນບໍ່ທັນສາມາດປະເມີນໄດ້ໃນໄລຍະນີ້. ໃນຂະນະດຽວກັນ ຢູ່ແຂວງຈຳປາສັກ ກໍໄດ້ຮັບລາຍງານຈາກທ້ອງຖິ່ນວ່າ ອິດທິພົນຂອງພາຍຸ ເກດສະໜາ ໄດ້ພັດຜ່ານແຂວງດັ່ງກ່າວ ເກີດມີຝົນຕົກໜັກ ເຮັດໃຫ້ມີສະພາບນ້ຳຖ້ວມຢູ່ບາງເຂດ ຂອງບາງຕົວເມືອງ ແຕ່ກໍບໍ່ມີຜົນເສຍຫາຍຫລາຍ. ສ່ວນຕົວເລກລະອຽດຈະລາຍງານໃຫ້ຊາບຕາມພາຍຫລັງ |