ມອບໃບຢັ້ງຢືນ ອົບຮົມທິດສະດີ ການເມືອງ ແລະ ການປົກຄອງ 45 ວັນ PDF Print E-mail
Written by Som Oula YAPHICHIT   
Wednesday, 28 October 2009 09:42
 

ພິທີມອບໃບຢັ້ງຢືນໃຫ້ພະນັກງານອົງການ ຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ ຈຳນວນ 21 ສະຫາຍ, ຍິງ 5 ສະຫາຍ ທີ່ມາຈາກ 7 ພາກສ່ວນຂອງ ອຊນສ ທີ່ໄດ້ສຳເລັດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 45 ວັນ ຄັ້ງທີ I ເມື່ອວັນທີ 23 ຕຸລາ 2009 ທີ່ກົມອຸຕຸນິຍົມ. ໃຫ້ກຽດ ມອບໃບຢັ້ງຢືນຂອງທ່ານ ນູລິນ ສິນບັນດິດ ຄະນະພັກຮາກຖານ ລັດຖະມົນຕີຊ່ວຍວ່າການ, ຮອງຫົວໜ້າອົງການ ຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ.

ໃນການຝຶກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ ໃຫ້ພະນັກງານເທື່ອນີ້ມີຢູ່ 5 ພາກວິຊາຮຽນຄື: ພາກວິຊາປັດຊະຍາ, ວິຊາເສດຖະສາດ ການເມືອງ, ວິຊາ ວິທະຍາສາດສັງຄົມນິຍົມ, ວິຊາບໍລິຫານສາດ ແລະ ພາກວິຊາກໍ່ສ້າງພັກ.

ໃນໂອກາດນີ້ທ່ານ ນູລິນ ສິນບັນດິດ ໄດ້ໂອ້ລົມ ແລະຊີ້ທິດເຍືອງທາງໃຫ້ແກ່ນັກຝຶກອົບຮົມຈົ່ງໄດ້ນຳເອົາທິດສະດີທີ່ໄດ້ ຮຽນມາໄປໝູນໃຊ້ເຂົ້າໃນການຈັດຕັ້ງ ປະຕິບັດວຽກງານຕົວຈິງ ຂອງກົມກອງຕົນເອງ ເພື່ອໃຫ້ວຽກງານທີ່ຕົນຮັບຜິດຊອບ ໃຫ້ສຳເລັດ ຕາມທີ່ທາງ ພັກ ແລະ ລັດ ມອບໝາຍໃຫ້ປະກົດຜົນເປັນຈິງ.



ບັນດາແຂກ ແລະ ນັກສຳມະນາກອນ ທີ່ເຂົ້າຮ່ວມໃນພິທີ

ທ່ານສາມາດ ເຂົ້າເບີ່ງຮູບພາບທັງຫມົດ ຕາມລີ້ງຕໍ່ໄປນີ້ http://www.wrea.gov.la/somoula/PicturesShow/index.php?imgdir=2009-10-23%2045Days%20PoliticsTraining&page=1