ອຊນສ ອອກແຮງງານ ຕ້ອນຮັບວັນສຳຄັນຂອງຊາດ PDF Print E-mail
Written by Som Oula YAPHICHIT   
Monday, 24 November 2008 09:06

ເພື່ອເປັນການ ສ້າງຂະບວນການ ຂໍ່ານັບຮັບຕ້ອນ ວັນຊາດ ທີ 2 ທັນວາ ຄົບຮອບ 33 ປີ, ວັນສ້າງຕັ້ງ ກອງທັບ ຄົບຮອບ 60 ປີ ແລະ ວັນສະເຫລີມສະຫລອງ ວຽງຈັນ ຄົບຮອບ 450 ປີ. ສະນັ້ນ ວັນທີ 22 ພະຈິກ 2008 ທີ່ຜ່ານມາ ໄດ້ມີອົງການຈັດຕັ້ງ ພາກລັດ, ເອກະຊົນຕ່າງໆ  ແລະ ພໍ່ແມ່ ປະຊາຊົນ ກໍຄື ອຊນສ ຂອງພວກເຮົາ ກໍ່ແມ່ນ ຫນື່ງໃນນັ້ນ ໄດ້ສ້າງຂະບວນການ ອະນາໄມ ຕົວເມືອງ ນະຄອນຫລວງວຽງຈັນ.

ການອອກແຮງງານ ໃນຄັ້ງນີ້ ໄດ້ແບ່ງອອກເປັນ 4 ກຸ່ມ ອະນາໄມ ຕາມເສັ້ນທາງ ທົ່ວນະຄອນຫລວງວຽງຈັນ ໃນນັ້ນ ໄດ້ຊ້ວນດິນ ອອກຈາກຂອບທາງ ຖາງຫຍ້າ ອອກຈາກຝຸດບາດ ແລະ ອື່ນໆ ທັງນີ້ ກໍ່ເພື່ອເຮັດໃຫ້ ຕົວເມືອງ ມີຄວາມສະອາດງາມຕາ ໃຫ້ສົມກັບວ່າ ເປັນຕົວເມືອງ 6 ສໍ ຄື: ສະອາດ, ສະຫວ່າງ, ສະເຫນ່, ສີຂຽວ, ສະຫງົບ ແລະ ສີວິໄລ.

ສະເພາະ ອຊນສ ແມ່ນຖືກອະນາໄມ ເສັ້ນຖະຫນົນແຄມຂອງ ນັບແຕ່ ໂຮງຫມໍ ມະໂຫສົດ ຫາ ຫນ້າ ໂຮງແຮມ ລ້ານຊ້າງ

ເບີ່ງຮູບເພີ້ມເຕີ້ມ http://www.wrea.gov.la/somoula/PicturesShow/index.php?imgdir=2008-11-22%20Vientiane