ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມ ປະຈໍາປີ PDF Print E-mail
Written by Som Oula YAPHICHIT   
Tuesday, 02 December 2008 00:00
There are no translations available.

ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໄດ້ຈັດ ກອງປະຊຸມ ສະຫຼຸບຜົນງານການເຄື່ອນໄຫວວຽກງານສົກປີ 2007-2008 ແລະ ຜ່ານທິດທາງແຜນການສົກປີ 2008-2009 ຂຶ້ນໃນວັນທີ 1 ທັນວາ ປີ 2008ນີ້, ທີ່ຫ້ອງປະຊຸມກົມອຸຕຸນິຍົມ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເຂັມແພງ ພົນເສນາ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວຫນ້າ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ປະທານ ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດລາວ ພ້ອມດ້ວຍ ທ່ານຮອງປະທານອົງການ ບັນດາ ທ່ານຫົວໜ້າກົມ, ຮອງກົມ ຕະຫຼອດຮອດ ພະນັກງານອ້ອມຂ້າງອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ) ເຂົ້າຮ່ວມ.

ທ່ານ ນາງ ມອນມະນີ ຍອຍບົວກ່ອງ ຮັກສາການຫົວໜ້າຫ້ອງການ (ອຊນສ) ໄດ້ຂຶ້ນຜ່ານບົດສະຫຼຸບວ່າ ຕະຫຼອດໄລຍະ 1 ປີຜ່ານມາ ອຊນສ ໄດ້ຍົກໃຫ້ເຫັນຜົນງານ ທີ່ຍາດມາໄດ້ເປັນຕົ້ນແມ່ນວຽກງານ ນຳພາທາງດ້ານແນວຄິດການເມືອງ, ວຽກງານວິຊາສະເພາະ, ຂົງເຂດສິ່ງເວດລ້ອມໄດ້ສຳເລັດການທາບທາມ ແລະ ຍາດແຍ່ງເອົາຄວາມຄິດຄວາມເຫັນນຳພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າສູນກາງ ແລະ ທ້ອງຖິ່ນ ກ່ຽວກັບເນື້ອໃນການປັບປຸງກົດໝາຍ ວ່າດ້ວຍການປົກປັກຮັກສາ ສິ່ງແວດລ້ອມໂດຍແນໃສ່ໃຫ້ຮອງຮັບຈາກສະພາແຫ່ງຊາດໃນທ້າຍປີ 2009 ແລະ ລະບຽບການປະເມີນຜົນ ກະທົບດ້ານສິ່ງແວດລ້ອມ-ສັງຄົມ ກໍ່ຄືມາດຕະຖານ ຄຸນນະພາບສິ່ງແວດລ້ອມຊຶ່ງຄາດຄະເນໃຫ້ຖືກ ອະນຸມັດພາຍໃນທ້າຍປີ 2009, ການຮ່າງດຳລັດ ວ່າດ້ວຍກົນໄກການພັດທະນາສະອາດ ແລະ ຮ່າງແຜນງານແຫ່ງຊາດວ່າ ດ້ວຍການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ການຮ່າງແຜນການແຫ່ງຊາດ ວ່າດ້ວຍການຈັດຕັ້ງປະຕິບັດ ສົນທິສັນຍາສະຕັອກໂຮມ (Stockholm Convention) ໃນເດືອນມັງກອນ 2008 ແລະ ນຳສະເໜີລັດຖະບານໃຫ້ພິຈາລະນາຮອງຮັບ, ການອອກໃບຢັ້ງຢືນກ່ຽວກັບບົດ ELA ແລະ ແຜນຄຸມຄອງສິ່ງແວດລ້ອມໃຫ້ໂຄງການພັດທະນາຈຳນວນ 58 ໂຄງການໃນນີ້ມີໂຄງການໄຟຟ້າຈຳນວນ 18 ໂຄງການ, ໂຄງການບໍ່ແຮ່ຈຳນວນ 13 ໂຄງການ, ໂຄງການກະສິກຳຈຳນວນ 13 ໂຄງການ, ໂຄງການພື້ນຖານໂຄງລ່າງຈຳນວນ 12 ໂຄງການ ແລະ ການ ລົງທຶນຂອງລັດຈຳນວນ 2 ໂຄງການ, ນອກນັ້ນໄດ້ອອກໃບຢັ້ງຢືນດ້ານສິ່ງແວດລ້ອມ-ສັງຄົມຂອງບັນດາໂຄງການພັດທະນາຈຳນວນ 37 ໂຄງການ, ໃນນີ້ມີໂຄງການໄຟຟ້າ (ສາຍສົ່ງ,ອ່າງໂຕ່ງ ແລະ ເສັ້ນທາງເຂົ້າເຂື່ອນ) 11 ໂຄງການ, ໂຄງການບໍ່ແຮ່ 5 ໂຄງການ, ໂຄງການກະສິກຳ 7 ໂຄງການ, ໂຄງການພື້ນຖານໂຄງລ່າງ 7 ໂຄງການ ແລະ ໂຄງການລົງທຶນຂອງລັດ 2 ໂຄງການ ແລະ ອອກໃບອະນຸຍາດການບໍລິການວິຊາການດ້ານສິ່ງແວດລ້ອມທັງໝົດ 5 ບໍລິສັດ, ການຕິດຕາມກວດກາສານ Dioxin ຈາກຝົນເຫຼືອງຢູ່ບັນດາແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື, PCB ຈາກໝໍ້ໄຟຟ້າ ຢູ່ສູນສ້ອມແປງໝໍ້ໄຟຟ້າໂສກປ່າຫຼວງ, ນະຄອນຫຼວງວຽງຈັນ ຜົນຈາກການວິໄຈທັງທົດລອງໄດ້ຊີ້ບອກວ່າ ມີສານ Dioxin ທີ່ບ້ານດາດລານ, ເມືອງດັກຈຶງ ແຂວງເຊກອງ ແລະ ສານ PCB ເກີດມາຈາກທີ່ສູນສ້ອມແປງໝໍ້ໄຟຟ້າທີ່ໂສກປ່າຫຼວງ ນອກຈາກນີ້ ກໍ່ມີການພົບເຫັນສານ POPs ໃນຢາປາບສັດຕູພືດທີ່ນອນຢູ່ໃນສານ POPs ໃນການວິເຄາະຄຸນນະພາບອາກາດທີ່ແຂວງວຽງຈັນ, ການຕິດຕາມກວດກາສິ່ງແວດລ້ອມໃນຖານະພາກສ່ວນທີສາມ ຫຼືເອກະລາດ ໂຄງການກໍ່ສ້າງທາງຫ້ວຍຊາຍ-ບໍ່ແຕນ, ໂຄງການບໍ່ແຮ່ໃນແຂວງພາກເໜືອ (ບໍ່ແກ້ວ, ຫຼວງນ້ຳທາ, ໄຊຍະບູລີ ແລະ ຫຼວງພະບາງ) ໂດຍມີຄູ່ມືໃນການດຳເນີນວຽກງານດັ່ງກ່າວເປັນພາສາລາວ ແລະ ອັງກິດ ໄປຄຽງຄູ່ກັບການຕິດຕາມກວດກາ ໂຄງການຈັດສັນປ່າຜະລິດ, ການສ້າງ ແລະ ຈັດຕັ້ງປະຕິບັດແຜນການສ້າງຕົວແບບ ກ່ຽວກັບການພັດທະນາຮອບດ້ານ (ການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ) ທີ່ແຂວງອຸດົມໄຊ ແລະ ກຳລັງຜັນຂະຫຍາຍທົດລອງຢູ່ທີ່ແຂວງຈຳປາສັກ, ການສ້າງຕັ້ງຄະນະຊີ້ນຳລະດັບຊາດ ຮ່າງຍຸດທະສາດວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ, ການສຶກສາຄົ້ນຄ້ວາ 7 ຫົວຂໍ້ເຊັ່ນ: ກ່ຽວກັບຜົນກະທົບທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຈາກການປູກຕົ້ນຢາງພາລາ ໃນຫົວຂໍ້ກ່ຽວກັບການຄົ້ນຄ້ວາເສດຖະກິດ ສິ່ງແວດລ້ອມ, ໝາກເຍົາ ແລະ ໄຮໂດຣເຈນ ເປັນພພະລັງງານໃນອະນາຄົດຢູ່ ສປປ ລາວ, ການຈັດກອງປະຊຸມສາມັນຄັ້ງທີ 6 ຂອງຄະນະກຳມະການສິ່ງແວດລ້ອມແຫ່ງຊາດ ແລະ ວຽກງານອື່ນໆ ກໍ່ໄດ້ສຳເລັດເປັນກ້າວໆມາ.

ຈາກຜົນສຳເລັດດັ່ງກ່າວຈຶ່ງມີພະນັກງານລັດຖະກອນໄດ້ຮັບການຍ້ອງຍໍຄື: ປະເພດ I ມີ 180 ທ່ານ, ປະເພດ II ມີ 62 ທ່ານ ແລະ ປະເພດ III ມີ 25 ທ່ານ.

ກະລຸນາ ຄລີກ ເພື່ອເບີ່ງລາຍລະອຽດ ຮູບພາບ http://www.wrea.gov.la/somoula/PicturesShow/index.php?imgdir=2008-12-01%20WREA&page=2