ອຊນສ ສະເຫຼີມສະຫຼອງ ວັນແມ່ຍິງສາກົນ PDF Print E-mail
Written by Daravanh LUANGKHOT   
Wednesday, 25 March 2009 09:39

    

 ໃນວັນທີ 20 ມີນາ 2009 ທີ່ຜ່ານມາ, ຢູ່ທີ່ສະໂມສອນ ກົມອຸຕຸນິຍົມແລະ ອຸທົກກະສາດ ອຊນສ ​ໄດ້ຈັດໃຫ້ມີການສະເຫຼີມ ສະຫຼອງວັນແມ່ຍິງສາກົນຂຶ້ນໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສີສະຫວັດ ວິທະໄຊ ຄະນະ​​ເລຂາໜ່ວຍພັກ ອຊນສ. ​ເຊິ່ງໃນຕອນເຊົ້າຂອງວັນດັ່ງກ່າວໄດ້ມີການຜ່ານບົດສະຫຼຸບການ​​ເຄື່ອນໄຫວຂອງ​​ແມ່ຍິງ ອຊນສ ໃນ 1 ປີ ຜ່ານມາແລະແຜນການຕໍ່ໜ້າ. ​ນອກນັ້ນຍັງຍ້ອງຍໍ​​ສະມາຊິກແມ່ຍິງດີເດັ່ນແລະ ປະກາດການຈັດຕັ້ງ​​ຄະນະສະຫະພັນແມ່ຍິງ ອຊນສ. ສຸດທ້າແມ່ນ ຮັບຟັງປາຖະກະຖາ ຈາກທ່ານ ນ. ຈັນດີ ປັນແກ້ວ ຫົວໜ້າ ຄະນະກຳມາທິການ ຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດລາວ ໃນຫົວຂໍ້ ການຈັດຕັ້ງແລະ ການເຄື່ອນໄຫວຂອງຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ. ຈາກນັ້ນມາໃນຕອນບ່າຍຂອງວັນດຽວກັນໄດ້ມີການແຂ່ງຂັນກິລາແລະ ຮ່ວມເຮັດກິດຈະກຳ ຕ່າງໆລະຫວ່າງແມ່ຍິງຂອງແຕ່ລະກົມ, ກອງແລະ ສະຖາບັນ ຕ່າງໆ ທີ່ຂຶ້ນກັບ ອຊນສ.

ພາບບັນຍາກາດພາຍໃນງານ

ທ່ານ ນ. ຈັນດີ ປັນແກ້ວ ຫົວໜ້າຄະນະກຳມາທິການຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດລາວ
ຄາບບ່ວງຕັກປິ່ງປ່ອງ
ການແຂ່ງຂັນ ເປຕັງ
ແລ່ນສາມຂາ
ການແຂ່ງຂັນ ບານສົ່ງ ຍິງ-ຊາຍ
ການແຂ່ງຂັນ ດຶງເຊືອກ
ບັນດາຜູ້ຊົມ ແລະ ກອງເຊຍ ອຊນສ
ກະລຸນາ ຄລີກ ເພື່ອເບີ່ງລາຍລະອຽດຮູບພາບ
http://www.wrea.gov.la/somoula/PicturesShow/index.php?imgdir=2009-03-20%20Women%20Day