|
ກອງປະຊຸມປະຈຳປີ ຂອງຄະນະກຳມະການແມ່ນ້ຳຂອງ ແຫ່ງຊາດລາວ |
|
|
|
|
Written by Daravanh LUANGKHOT
|
|
Monday, 20 April 2009 13:48 |
|
ໃນວັນທີ 10 ເມສາ 2009 ຢູ່ທີ່ຫ້ອງປະຊຸມຂອງຄະນະລັດຖະບານໄດ້ມີການຈັດກອງປະຊຸມປະຈຳປີ ຂອງຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ (ຄມຊ). ພາຍໃຕ້ການເປັນປະທານຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສິ່ງແວດລ້ອມແຫ່ງຊາດ, ປະທານກິດຕິມະສັກ ຜູ້ຊີ້ນຳຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີປະຈຳສຳນັກງານນາຍົກ, ຫົວໜ້າ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ແລະ ນອກນັ້ນຍັງມີ ບັນດາຮອງປະທານ, ຄະນະຂອງຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວເຂົ້າຮ່ວມຢ່າງພ້ອມພຽງຮຽງໜ້າ. ໃນກອງປະຊຸມດັ່ງກ່າວ ທ່ານ ນາງ ເຂັມແພງ ພົນເສນາ ໄດ້ມີການສະຫຼຸບລາຍງານ ວຽກງານການຄຸ້ມຄອງຊັບພະຍາກອນນ້ຳ ໃນໄລຍະຜ່ານມາ ແລະ ແຜນການໃນໄລຍະຕໍ່ໄປ.
ໄດ້ມີການສະເໜີກ່ຽວກັບດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ເລກທີ 072/ນຍ ລົງວັນທີ 16 ມີນາ 2009 ທີ່ເປັນສະບັບປັບປຸງໃໝ່ເຊິ່ງໄດ້ຍົກພາລະບົດບາດ ແລະ ໜ້າທີ່ຂອງຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວຂຶ້ນ ຈາກໃນໄລຍະຜ່ານມາທີ່ກວມແຕ່ວຽກງານທີ່ກ່ຽວກັບແມ່ນ້ຳຂອງທີ່ພົວພັນກັບສີ່ປະເທດຄື: ລາວ, ຫວຽດນາມ, ໄທ, ກຳປູເຈຍ ໃຫ້ມີໜ້າທີ່ກວມຊັບພະຍາກອນນ້ຳໃນທົ່ວປະເທດ, ກອງປະຊຸມໄດ້ມີການລາຍງານຜົນຂອງກອງປະຊຸມສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 15 (15th MRC Council Meeting) ທີ່ ສປປລ ເປັນເຈົ້າພາບ ແມ່ນຖືວ່າໄດ້ຮັບຜົນສຳເລັດເປັນຢ່າງດີ, ລາຍງານຜົນຂອງກອງປະຊຸມຄະນະກຳມະການຮ່ວມ ຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 29 (29th MRC Joint Committee Meeting) ທີ່ເມືອງ ທອງທານີ, ແຂວງ ນົນທະບູລີ, ປະເທດໄທ, ລະຫວ່າງວັນທີ 25-27 ມີນາ 2009 ໂດຍມີຜູ້ຕາງໜ້າຈາກສີ່ປະເທດສະມາຊິກເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ແມ່ນຖືວ່າ ໄດ້ຮັບຜົນສຳເລັດດີພໍສົມຄວນ, ລາຍງານການສະເຫຼີມສະຫຼອງວັນນ້ຳໂລກປີ 2009 ແລະ ການເຂົ້າຮ່ວມກອງປະຊຸມນ້ຳໂລກໃນລະດັບລັດຖະມົນຕີຄັ້ງທີ 5 ໃນວັນທີ 20-22 ມີນາ 2003 ທີ່ອິດສະຕັນບູນ ປະເທດຕຸລະກີ. ຈາກນັ້ນ ກອງປະຊຸມກໍ່ໄດ້ມີການຜັດປ່ຽນກັນອອກຄຳຄິດຄຳເຫັນຂອງບັນດາແຂກທີ່ເຂົ້າຮ່ວມ ແລະ ກອງປະຊຸມດັ່ງກ່າວໄດ້ມີການອັດລົງດ້ວຍຜົນສຳເລັດອັນຈົບງາມໃນຕອນເຊົ້າຂອງວັນດຽວກັນນີ້.
 
|