ມອບ-ຮັບ ວຽກງານ ກອງເລຂາ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດລາວ PDF Print E-mail
Written by Som Oula YAPHICHIT   
Wednesday, 29 April 2009 09:33

 

 ໃນຕອນແລງ ຂອງວັນທີ ໒໘ ເມສາ ໒໐໐໙ ທີ່ຫ້ອງປະຊຸມ  ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ໄດ້ມີການ ຈັດພິທີ ມອບ-ຮັບ ວຽກງານ ກອງເລຂາ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດລາວ ຂື້ນ ພາຍໃຕ້ ການເປັນສັກຂີພະຍານ ຂອງ ທ່ານ ນ. ເຂັມແພງ ພົນເສນາ ລັດຖະມົນຕີ ປະຈຳ ສຳນັກງງານ ນາຍົກລັດຖະມົນຕີ, ຫົວຫນ້າ ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ, ປະທານ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດລາວ

ນອກນັ້ນ ຍັງມີ ທ່ານ ສີສະຫວັດ ວິທະໄຊ ຮອງຫົວຫນ້າ ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ, ຮອງປະທານ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດລາວ. ພ້ອມດ້ວຍ ຜູ້ຕ່າງຫນ້າ ຈາກກົມຈັດຕັ້ງ-ພະນັກງານ ສນຍ, ຫົວຫນ້າກົມ, ຮອງກົມ, ຫົວຫນ້າ ພະແນກ ແລະ ພະນັກງານ ວິຊາການ ທີ່ກ່ຽວຂ້ອງ ຂອງ ອຊນສ ເຂົ້າຮ່ວມ ຢ່າງພ້ອມພຽງ. 

ໂດຍອີງຕາມ ດຳລັດ ຂອງນາຍົກ ເລກທີ ໐໗໒/ນຍ ລົງວັນທີ ໑໖/໐໓/໒໐໐໙ ທີ່ໄດ້ ມີການ ຍົກພາລະບົດບາດ ຂອງ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດລາວ ໃຫ້ມີສິດ ແລະ ຫນ້າ ທີ່ ໃນການ ຄຸ້ມຄອງ ສູງກວ່າເກົ່າ ຫມາຍວ່າ ແຕ່ກ່ອນ ຈະມີແຕ່ ເຮັດວຽກ ພົວພັນ ກັບ ປະເທດ ພາຄີ ແມ່ນໍ້າຂອງ ຄື: ຫວຽດນາມ, ໄທ, ກຳປູເຈັຍ ເປັນຫລັກ...

ໃນພິທີ ດັ່ງກ່າວ ຜູ້ມອບ ແມ່ນ ທ່ານ ຈັນທະວົງ ໄຊຍະສິດ ຫົວຫນ້າ ກອງເລຂາ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດລາວ ຜູ້ເກົ່າ ແລະ ຜູ້ຮັບ ປະກອບດ້ວຍ ທ່ານ ນ. ມອນມະນີ ຍອຍບົວກ່ອງ , ຫົວຫນ້າຫ້ອງການ ອຊນສ ໂດຍໄດ້ມີການ ຮັບວຽກ ສະມາຊິກ ຄະນະກຳມະການຮ່ວມ ຄະນະກຳມາທິການແມ່ນຳຂອງສາກົນ ແລະ ທ່ານ ພອນຈະເລີນ ນົນທະໄຊ, ຫົວຫນ້າ ກົມຊັບພະຍາກອນໍ້າ ຮັບວຽກງານ ກອງເລຂາ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດລາວ

ປະທານ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດລາວ ໃຫ້ປະກອບຄຳເຫັນ

ບັນດາແຂກ ທີ່ເຂົາຮ່ວມ

 ບັນດາແຂກ ທີ່ເຂົາຮ່ວມ