|
ກິດຈະກຳສະຫຼອງວັນສິ່ງແວດລ້ອມໂລກປີ 2009 |
|
|
|
|
Written by Daravanh LUANGKHOT
|
|
Monday, 11 May 2009 09:43 |
|
 ກິດຈະກຳທີ່ຈະດຳເນີນໃນຂະບວນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2009 ທີ່ຈະມາເຖິງນີ້ ແມ່ນມີຄວາມໝາຍສຳຄັນຍິ່ງທີ່ຫຼາຍຄົນ ຫຼາຍພາກສ່ວນ ກໍຄືຫຼາຍປະເທດ ໃຫ້ຄວາມສຳຄັນ ອັນເນື່ອງມາຈາກສະພາບດິນຟ້າອາກາດມີການປ່ຽນແປງ ຍ້ອນສີມືຂອງມະນຸດ ເຊິ່ງບັນຫາດັ່ງກ່າວ ບັນດາປະເທດຕ່າງໆ ໃນທົ່ວໂລກ ກໍໄດ້ອອກແຮງຊອກຫາມາດຕະການ ເຜີຍແຜ່ໃຫ້ຄວາມຮູ້ຫາວິທີທາງ ເພື່ອແກ້ໄຂບັນຫາຊ່ວຍກັນດ້ວຍຫຼາຍຮູບຫຼາຍແບບ. ຕໍ່ບັນຫາດັ່ງກ່າວນີ້ ທ່ານນາງ ດຣ. ວຽງສະຫວັນ ດວງສະຫວັນຫົວໜ້າກົມສິ່ງແວດລ້ອມທັງເປັນ ຫົວໜ້າໂຄງການສ້າງຄວາມເຂັ້ມແຂງ ດ້ານການຄຸ້ມຄອງສິ່ງແວດລ້ອມ ໄລຍະ 2 ອົງການ ຊັບພະຍາກອນນ້ຳແລະສິ່ງແວດລ້ອມ (ອຊນສ) ສຳນັກງານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ສຳລັບ ສ ປ ປ ລາວ ເຮົາຕໍ່ກັບບັນຫາດັ່ງກ່າວ ທາງພັກ ແລະ ລັດຖະບານກໍໄດ້ເອົາໃຈໃສ່ເປັນພິເສດ ໂດຍສະເພາະໃນຕົວເມືອງນະຄອນ ຫຼວງວຽງຈັນ ເຊິ່ງກ່ຽວພັນເຖິງວຽກງານ 6 ສໍ ໂດຍກົງບັນຫາເລື້ອງຂີ້ເຫຍື້ອຕົວເມືອງສີຂຽວບັນຍາກາດທີ່ດີ ເພື່ອກຽມຕ້ອນຮັບ ງານມະຫະກຳ ກີລາຊີເກມ ຄັ້ງທີ 25 ຕິດພັນໄປເຖິງ ການສະເຫຼີມສະຫຼອງວຽງຈັນເປັນນະຄອນຫຼວງ ຄົບຮອບ 450 ປີ ໃນປີ 2010.
ສ່ວນວຽກງານຂະບວນການ ກິດຈະກຳທີ່ຈະດຳເນີນໃນຂະບວນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກໃນປີນີ້ ເພື່ອເປັນການປູກຈິດສຳນຶກໃຫ້ແກ່ຄົນໃນສັງຄົມ ໄດ້ຮູ້ເຂົ້າໃຈກໍໄດ້ມີການຈັດກິດຈະກຳ ເປັນຕົ້ນແມ່ນການແຂ່ງຂັນແຕ້ມຮູບຈາກ 14 ໂຮງຮຽນທີ່ເຂົ້າຮ່ວມ ໂຄງການຖາມ-ຕອບວິທະຍາສາດກ່ຽວກັບສິ່ງແວດລ້ອມ ເຊິ່ງຈະມີຂຶ້ນ ໃນວັນທີ12 ພຶດສະພາ 2009 ທີ່ສູນເຝິກວິຊາຊີບແມ່ຍິງບ້ານໂພນທັນ ຕໍ່ຈາກນັ້ນກໍຈະມີການດຳເນີນກິດຈະກຳຕ່າງໆໄປເລື້ອຍໆຕະຫຼອດໄປຕາມເງື່ອນໄຂເອື້ອອຳນວຍ. ນອກຈາກນີ້ ກໍຈະມີກິດຈະກຳປະກວດໂຮງຮຽນສິ່ງແວດລ້ອມດີເດັ່ນຂອງ 6ໂຮງຮຽນທີ່ເຂົ້າຮ່ວມເຄື່ອນໄຫວກັບກົມສິ່ງແວດລ້ອມຂະບວນການປູກຕົ້ນໄມ້ຮ່ວມກັບ ສູນກາງຊາວໜຸ່ມ ຈັດເຝິກອົບຮົມການກຳຈັດຂີ້ເຫຍື້ອແບບມີສ່ວນຮ່ວມໃຫ້ພະນັກງານຂັ້ນເມືອງ ຂັ້ນບ້ານ ແລະ ໂຮງຮຽນຈັດຂະບວນການອອກແຮງງານເຮັດອະນາໄມລວມ ຕາມເສັ້ນທາງ13ໃຕ້ເຂດບໍລິເວນຈັດການແຂ່ງຂັນກີລາຊີເກມ ໃນທ້າຍປີນີ້ພ້ອມດຽວກັນກໍຈັດສຳມະນາທາງດ້ານວິຊາການກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ສະພາບໂລກ ຮ້ອນ ອີກທັງຈະມີການຈັດການປະກວດເພງຮ້ອງ ຕິດປ້າຍຄຳຂວັນ ເຊິ່ງຄຳຂັວນປະກອບມີ ໂລກຕ້ອງການທ່ານ ເພື່ອຮ່ວມແຮງຮ່ວມໃຈກັນ ຕໍ່ສູ້ຕ້ານກັບການປ່ຽນແປງດິນຟ້າອາ ກາດ ພາວະໂລກຮ້ອນຈະຫຼຸດລົງຖ້າທຸກຄົນຮ່ວມໃຈກັນ ນຳໃຊ້ພະລັງງານດ້ວຍຄວາມປະຢັດ ຈົ່ງຮ່ວມແຮງຮ່ວມໃຈກັນ ຕ້ານການປ່ຽນແປງດິນຟ້າອາກາດ ເພື່ອໂລກຂອງ ພວກເຮົາ ສ້າງປະເທດລາວໃຫ້ຂຽວສະອາດ ແລະ ສວຍງາມ ເຊິ່ງບັນຫາທັງໝົດນີ້ ມັນແມ່ນໜ້າທີ່ຂອງໝົດທຸກຄົນ ທີ່ຈະຕ້ອງປະກອບສ່ວນຊ່ວຍກັນ. |