ຫນ້າທີ່
ໜ້າທີ່ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ PDF ພິມ ອີເມລ
  1. ຄົ້ນຄ້ວາ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍ, ແຜນຍຸດທະສາດ,ລະບຽບກົດໝາຍ ແລະ ນິຕິກຳຕ່າງໆ ຂອງພັກລັດວາງ ອອກ ທີ່ພົວພັນເຖິງ  ຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ;
  2. ຄົ້ນຄ້ວາຮ່າງ ແລະ ນຳສະເໜີຕໍ່ລັດຖະບານ ເພື່ອພິຈາລະນາຮັບຮອງເອົາບັນດາຮ່າງແຜນນະໂຍບາຍ, ຍຸດທະສາດ, ແຜນແມ່ບົດແຜນການໄລ ຍະຍາວ, ກົດໝາຍ, ລັດຖະບັນຍັດ, ດຳລັດ ແລະ ມາດຕະຖານກຳນົດກົດໝາຍຕ່າງໆ ທີ່ພົວພັນເຖິງວຽກຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິ ຍົມວິທະຍາ ແລະ ອຸທົກກະສາດ. ຊີ້ນຳ, ແນະນຳການຈັດຕັ້ງປະຕິບັດບັນດານິຕິກຳດັ່ງກ່າວພາຍຫຼັງຖືກຮັບຮອງເອົາແລ້ວ;
  3. ຄົ້ນຄວ້າສ້າງ ແລະ ນຳສະເໜີປັບປຸງບັນດານິຕິກຳ ແລະ ລະບຽບການຕ່າງໆ ທີ່ພົວພັນກັບວຽກງານຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ທີ່ເຫັນວ່າບໍ່ຄົບຖ້ວນ ຫຼື ບໍ່ສອດຄ່ອງກັບສະພາບການພັດທະນາ ເສດຖະກິດ-ສັງຄົມໃນແຕ່ລະໄລຍະ;
  4. ສ້າງແຜນການຄຸ້ມຄອງ, ປົກປັກຮັກສາ ແລະ ຟຶ້ນຟູຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ແບບຍືນຍົງ ເພື່ອນຳສະເໜີລັດຖະບານພິຈາລະນາ ອະນຸມັດ; ສົ່ງເສີມການສຶກສາ  ຄົ້ນຄວ້າວິທະຍາສາດ, ສ້າງຈິດສຳນຶກໃນທົ່ວສັງຄົມໃຫ້ຮູ້ອະນຸລັກຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ; ກວດ ຜ່ານ, ຢັ້ງຢືນ ແລະ ຮັບຮອງເອົາບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ກ່ອນການອະນຸມັດໃຫ້ດຳເນີນໂຄງການພັດທະນາ ແລະ ກິດຈະການຕ່າງໆ; ພົວພັນປະສານງານກັບບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ເພື່ຶອຮັບປະກັນໃຫ້ການພັດທະນາໄປ ຄຽງຄູ່ກັບການປົກປັກຮັກສາຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ;
  5. ຄຸ້ມຄອງ, ຕິດຕາມ, ກວດກາ, ເກັບກຳ ແລະ ສະໜອງຂໍ້ມູນຂ່າວສານ ກ່ຽວກັບຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິຍົມວິທະຍາ ແລະ ອຸ ທົກກະສາດ ໃນຂອບເຂດທົ່ວປະເທດ;
  6. ຄົ້ນຄ້ວາ ແລະ ເລືອກເຟັ້ນເອົາວິທະຍາສາດ, ເຕັກໂນໂລຊີທີ່ເໝາະສົມ ເພື່ອນຳໃຊ້ເຂົ້າໃນວຽກງານການຄຸ້ມຄອງຊັບພະຍາກອນນ້ຳ, ສິ່ງແວດ ລ້ອມ, ອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ;
  7. ຊີ້ນຳ, ກວດກາການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນການປົກປັກຮັກສາສິ່ງແວດລ້ອມ, ການຈັດຕັ້ງປະຕິບັດບັນດາໂຄງການປ້ອງກັນ, ຕ້ານການເຊື່ອມໂຊມ, ການເກີດມົນລະພິດທາງອາກາດ ແລະ ການເກີດອຸບັດຕິເຫດທາງດ້ານສິ່ງແວດລ້ອມ;
  8. ຊີ້ນຳ, ຈັດຕັ້ງປະຕິບັດການສຳຫຼວດຂັ້ນພື້ນຖານການເກັບກຳຕີລາຄາບັນດາປັດໄຈຂໍ້ມູນ ຕ່າງໆ ພ້ອມທັງພະຍາກອນ ແລະ ສະແດງຂໍ້ມູນຂ່າວ ສານ ກ່ຽວກັບຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ໃນແຕ່ລະໄລຍະ ຫຼື ໃນແຕ່ລະວັນ;
  9. ກວດຜ່ານ, ຢັ້ງຢືນຂໍ້ມູນ-ຂ່າວສານ, ເຕັກນິກ ກ່ຽວກັບຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ສຳລັບໂຄງ ການພັດທະນາ ຫຼື ໂຄງການກໍ່ສ້າງ ພື້ນຖານຕ່າງໆ;ສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂຄຳສະເໜີ, ຄຳຟ້ອງຮ້ອງ, ຄຳຮ້ອງທຸກຂອງປະຊາຊົນ ແລະ ພາກສ່ວນຕ່າງໆ ກ່ຽວກັບ ບັນຫາຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ;
  10. ຄຸ້ມຄອງ ແລະ ນຳໃຊ້ງົບປະມານລັດ, ເງິນຊ່ວຍເຫຼືອ ແລະ ເງິນລາຍຮັບວິຊາການຢ່າງມີປະສິດທິຜົນ ແລະ ຖືກຕ້ອງຕາມລະບຽບກົດໝາຍ;
  11. ສ້າງ ແລະ ຈັດຕັ້ງປະຕິບັດແຜນພັດທະນາຊັບພະຍາກອນມະນຸດ, ຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິຍົມວິທະຍາ ແລະອຸທົກກະສາດ; ສະເໜີປັບປຸງໂຄງປະກອບການຈັດຕັ້ງ ໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງວຽກງານໃນແຕ່ລະໄລຍະ ແລະ ສະເໜີເລື່ອນຊັ້ນ, ຂັ້ນ, ຍ້ອງຍໍ ຫຼື ປະຕິບັດວິໄນ ຕໍ່ ພະນັກງານ-ລັດຖະກອນ ຕາມລະບຽບກົດໝາຍ;
  12. ໃຫ້ລາງວັນແກ່ບຸກຄົນ ຫຼື ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປົກປັກຮັກສາຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ. ພິຈາ ລະນາຕົກລົງນຳໃຊ້ມາດຕະການ ຫຼື ສະເໜີອົງການທີ່ມີສິດອຳນາດຕົກລົງນຳໃຊ້ມາດຕະການທີ່ເໝາະສົມ ຕໍ່ ບຸກຄົນ ຫຼື ນິຕິບຸກຄົນ ທີ່ດຳເນີນໂຄງ ການ ຫຼື ມີການເຄື່ອນໄຫວ ທີ່ກໍ່ໃຫ້ເກີດຜົນກະທົບທາງລົບ ຕໍ່ ຊັບພະຍາກອນນ້ຳ, ສິ່ງແວດລ້ອມ ແລະ ສັງຄົມ;
  13. ພົວພັນ, ຍາດແຍ່ງການຊ່ວຍເຫຼືອ ແລະ ຮ່ວມມືກັບບັນດາປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຄຸ້ມຄອງ ແລະ ພັດທະນາ ດ້ານຊັບ ພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ;
  14. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງ ລັດຖະບານ.