ຂອບເຂດສິດຂອງ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ PDF ພິມ ອີເມລ
  1. ອອກຂໍ້ຕົກລົງ, ຄຳສັ່ງ, ບົດແນະນຳ, ແຈ້ງການ ແລະ ລະບຽບການຕ່າງໆ ເພື່ອຜັນ  ຂະຫຍາຍ ແລະ ຈັດຕັ້ງປະຕິບັດລະບຽບກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ;
  2. ອອກ ຫຼື ຖອນໃບອະນຸຍາດ ດຳເນີນກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ; ຕິດຕາມ, ກວດກາ, ກ່າວເຕືອນ ຫຼື ນຳໃຊ້ມາດຕະການຕ່າງໆ ຕໍ່ ການຈັດຕັ້ງ ຫຼື ບຸກຄົນ ທີ່ສ້າງຜົນກະທົບທາງລົບ ຕໍ່  ຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ພື້ນຖານໂຄງລ່າງອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ;
  3. ເກັບຄ່າທຳນຽມ ແລະ ຄ່າບໍລິການ ດ້ານຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ    ຕາມລະບຽບ ກົດໝາຍວາງອອກ; ສ້າງຕັ້ງກອງທຶນປົກປັກ ຮັກສາ. ຟື້ນຟູບູລະນະ ແລະ ສົ່ງເສີມວຽກງານການຄຸ້ມຄອງຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ຕາມການອະນຸມັດຂອງ ລັດຖະບານ;ສ້າງຕັ້ງ, ຍຸບເລີກ ແລະ ປັບປຸງກົງຈັກການຈັດຕັ້ງ; ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ເລື່ອນຊັ້ນຂັ້ນ, ວ່າຈ້າງຊ່ຽວຊານ ຫຼື ແຮງງານຊົ່ວຄາວ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ ພະນັກງານຂັ້ນຕ່າງໆ ຂອງຕົນ ບົນພື້ນຖານລະບຽບຂອງການແບ່ງຂັ້ນຄຸ້ມຄອງ;
  4. ກໍ່ສ້າງ, ບຳລຸງຍົກລະດັບດ້ານວິຊາການກ່ຽວກັບຄຸ້ມຄອງຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ໃຫ້ແກ່ພະນັກ ງານ-ລັດຖະກອນ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ;ຄຸ້ມຄອງ ແລະ ນຳໃຊ້ງົບປະມານຕາມແຜນການ ທີ່ໄດ້ຮັບອະນຸມັດຈາກລັດຖະບານ ແລະ ນຳໃຊ້ລາຍຮັບວິຊາການຕາມລະບຽບການ ທີ່ລັດຖະ ບານວາງອອກ;
  5. ເຂົ້າຮ່ວມກອງປະຊຸມທຸກລະດັບ ທັງພາຍໃນ ແລະ ຕ່າງປະເທດ; ເຈລະຈາ, ເຊັນສັນຍາສົນທິສັນຍາ, ອານຸສັນຍາ, ບົດບັນທຶກຄວາມເຂົ້າໃຈ ກັບ ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ພົວພັນເຖິງຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ຕາມການ ມອບໝາຍຈາກລັດຖະບານ;
  6. ປະຕິບັດພັນທະສາກົນ ດ້ານຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ທີ່ ສ.ປ.ປ. ລາວ ໄດ້ເຂົ້າເປັນພາຄີ ຫຼື ສະມາຊິກ. ສະເໜີເຂົ້າເປັນພາຄີ ຫຼື ສະມາຊິກ ຂອງສົນທິສັນຍາ ຫຼື ຂໍ້ຕົກລົງຕ່າງໆ ຂອງສາກົນຕາມຄວາມເໝາະສົມ;
  7. ປະຕິບັດສິດອື່ນໆ ຕາມການມອບໝາຍ ຂອງ ລັດຖະບານ.