ການຢ້ຽມຢາມຂອງ ປະທານ ຄະນະກຳມະການ ສຶກສາການແຫ້ງແລ້ງຂອງແມ່ນ້ຳຂອງ ແຫ່ງ ລາຊະອານາຈັກໄທ PDF ພິມ ອີເມລ
ຂຽນໂດຍ Daravanh LUANGKHOT   
ວັນພຸດທີ່ 07 ກໍລິກົດ 2010 ເວລາ 13: 58

ໃນ​ຕອນ​ເຊົ້າ ວັນ​ທີ 05 ກໍລະກົດ 2010 ທ່ານ ນາງ ​ເຂັມ​ແພງ ພົນ​ເສນາ, ລັດຖະມົນຕີ​ປະຈຳ​ສຳນັກງານ ນາຍົກ​ລັດຖະມົນຕີ, ຫົວໜ້າ ອົງການ ຊັບພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ, ທັງ​ເປັນ ປະທານ ຄະນະ​ກຳມະການ​ແມ່ນ້ຳຂອງ​ແຫ່ງ​ຊາ​ດລາວ. ພ້ອມ​ດ້ວຍ ຫົວຫນ້າ​ ຫ້ອງການ, ກົມ, ກອງ ​ແລະ ສະ​ຖາ​ບັນ ອ້ອມ​ຂ້າງ ອຊນສ ​ໄດ້​ຮັບ​ຕ້ອນ ທ່ານ ສຸທັດ ​ເງີ​ນໝື່ນ, ປະທານ ຄະ​ນະ​ກຳ​ມະ​ການ ສຶກສາ​ການ​ແຫ້ງ​​ແລ້ງ​ຂອງ​ແມ່ນ້ຳຂອງ ພ້ອມ​ດ້ວຍ​ຄະນະ.

ຈຸດປະສົງ ພື້ນຖານ ຂອງ​ການ​ຢ້ຽມຢາມ ຂອງ​ ຄະ​ນະ​ຜູ້​ແທນ ຄະ​ນະ​ກຳ​ມະ​ການ ສຶກສາ​ການ​ແຫ້ງ​​ແລ້ງ​ຂອງ​ແມ່ນ້ຳຂອງ ​ແຫ່ງ ຣາຊາ​ອານາຈັກ ​ໄທ ​ໃນ​ຄັ້ງນີ້ ​ແມ່ນ​ແນ່​ໃສ່:

1.  ​​ສຶກສາວຽກ​ງານ ​ການ​ຄຸ້ມ​ຄອງ ຊັບພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ, ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃນ ສ ປ ປ ລາວ

2.  ສຶ​ກສາວຽກ​ງານ ການ​ບໍລິຫານ ​ແລະ ຄຸ້ມ​ຄອງ ​ແມ່​ນໍ້າຂອງ ພາຍ​ໃນ ສ ປ ປ ລາວ.

 

ຜູ້ແທນຝ່າຍໄທ

ຜູ້ແທນຝ່າຍລາວ

LAST_UPDATED2