|
ມອບໃບປະກາສະນີຍະບັດໃຫ້ນັກຮຽນອຸຕຸນິຍົມ ແລະ ອຸທົກກະສາດຊັ້ນກາງຊຸດທີ III |
|
|
|
|
ຂຽນໂດຍ ໜັງສືພິມ ປະຊາຊົນ
|
|
ວັນພຸດທີ່ 30 ກັນຍາ 2009 ເວລາ 11: 33 |
|

ວັນທີ 25/9/2009 ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຈັດພິທີປິດສະຫລຸບ ແລະ ມອບໃບປະກາສະນີຍະບັດໃຫ້ແກ່ນັກຮຽນອຸຕຸນິຍົມ ແລະ ອຸທົກກະສາດ ຊັ້ນກາງຊຸດ ທີ III ຂຶ້ນ ທີ່ສະໂມສອນ ກອງພັນໃຫຍ່ 703. ໂດຍການເປັນປະທານ ຂອງ ທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີ ປະຈຳ ສຳນັກງານນາຍົກລັດຖະມົນຕີ ຫົວຫນ້າອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍຫົວຫນ້າກົມ, ຮອງ ກົມອ້ອມຂ້າງອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ແລະ ແຂກທີ່ຖືກເຊີນ ພ້ອມພະນັກງານກົມອຸຕຸນິຍົມ ແລະ ອຸທົກກະສາດເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນພິທີໄດ້ຮັບຟັງ ການຜ່ານບົດສະຫລຸບການຈັດຕັ້ງ ປະຕິບັດການສິດສອນ ແລະ ຮໍ່າຮຽນມາໄລຍະ 2 ປີ. ເຊິ່ງເລີ່ມແຕ່ວັນທີ 19/11/2007 ຫາວັນທີ 25/9/2009 . ມີນັກຮຽນທັງຫມົດ 50 ຄົນ ຍິງ 17 ຄົນ ທີ່ມາຈາກ 17 ແຂວງ ແລະ ມາຈາກກອງທັບອາກາດ. ການຮໍ່າຮຽນປະກອບດ້ວຍ 17 ວິຊາຮຽນ ໄດ້ແບ່ງອອກເປັນສອງ ຫມວດຮຽນຄື: ຫມວດວິຊາວິທະຍາສາດສັງຄົມທົ່ວໄປມີ 7 ວິຊາ ແລະ ຫມວດວິຊາສະເພາະອຸຕຸນິຍົມ ແລະ ອຸທົກກະ ສາດມີ 10 ວິຊາຮຽນ. ຜ່ານການສອບເສັງ ແລະ ປ້ອງກັນບົດທ້າຍການສຶກສາ ສາມາດສະຫລຸບໄດ້ດັ່ງນີ້: ມີນັກຮຽນເກັ່ງ 21 ຄົນ ຍິງ 9 ຄົນ ເທົ່າກັບ 52%, ນັກຮຽນກາງ 24 ຄົນ, ຍິງ 8 ຄົນເທົ່າກັບ 48%. ຕໍ່ຈາກນັ້ນໃນພິທີທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີ ຫົວຫນ້າອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ໄດ້ມອບໃບປະກາດໃຫ້ແກ່ນັກຮຽນ, ຮຽນຈົບ ຈຳນວນ 50 ຄົນ, ຍິງ 17 ຄົນ. ໃນພິທີຍັງໄດ້ ຮັບຟັງການໂອ້ລົມຂອງ ທ່ານນາງ ເຂັມແພງ ພົນເສນາ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ຫົວຫນ້າອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມອີກດ້ວຍ. |