|
ກອງປະຊຸມ ການສ້າງຂອບການພັດທະນາຄວາມອາດສາມາດ... |
|
|
|
|
ຂຽນໂດຍ ສູນ ຝືກອົບຮົມ ແລະ ຫໍສະຫມຸດ
|
|
ວັນສຸກທີ່ 22 ມັງກອນ 2010 ເວລາ 09: 18 |
|

ໃນຕອນເຊົ້າ ຂອງວັນທີ 19 ມັງກອນ 2010, ສູນຝຶກອົບຮົມ ແລະ ຫໍສະຫມຸດ, ຫ້ອງການ ໂດຍໄດ້ຮັບ ການສະຫນັບສະຫນຸນ ໃນດ້ານຊ່ຽວຊານ ແລະ ງົບປະມານຈາກທະນາຄານໂລກ ໄດ້ຈັດກອງ ປະຊຸມປືກ ສາຫາລື ກ່ຽວກັບ ວຽກງານການສ້າງ ຂອບການພັດທະນາ ຄວາມອາດສາມາດຂອງພະນັກງານ ອຊນສ ທີ່ໂຮງແຮມ ດອນຈັນ ພາເລດ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທານ ສີສະຫວັດ ວິທະໃຊ, ຮອງຫົວຫນ້າ ອົງການຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ແລະ ມີຜູ້ເຂົ້າຮ່ວມ ຈາກຄະນະ ນຳ ແລະ ພະນັກງານຂັ້ນພະແນກຈາກບັນດາ ກົມ, ກອງ, ສະຖາບັນ ແລະ ຫ້ອງການ ພາຍໃນອຊນສ,
ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອລວບລວມຄຄິດຄຳເຫັນຈາກການນໍາຂອງບັນດາກົມ, ກອງ, ສະຖາບັນ ອ້ອມຂ້າງ ອຊນສ ໃສ່ໃນວຽກງານການສ້າງຮ່າງຂອງຂອບການພັດທະນາຄວາມອາດສາມາດໃຫ້ແກ່ ອຊນສ.
ວຽກງານການສ້າງຂອບການພັດທະນາຄວາມອາດສາມາດ ແມ່ນຖືກສ້າງຂື້ນມາເພື່ອຊ່ວຍ ແລະ ສ້າງຄວາມອາດສາມາດຂອງອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ)ໃນດ້ານ:
- ສ້າງຮ່າງຂອງຂອບການພັດທະນາຄວາມອາດສາມາດໃຫ້ແກ່ ອຊນສ
- ບົນພື້ນຖານຂອບການພັດທະນາຄວາມອາດສາມາດ, ທີມງານຈະໄດ້ມີການກໍານົດຊ່ອງຫວ່າງທາງດ້ານຄວາມອາດສາມາດ ທີ່ບັນດາແຜນງານເຊິ່ງກຳລັງຈັດຕັ້ງປະຕິບັດຢູ່ຍັງບໍ່ທັນໄດ້ມີກິດຈະກຳທີ່ພົວພັນກັບຂົງເຂດດັ່ງກ່າວ
- ສ້າງຂອບການພັດທະນາຄວາມອາດສາມາດສະບັບສົມບູນ ໂດຍເລັງໃສ່ບັນດາຊ່ອງຫວ່າງທີ່ໄດ້ຖືກກຳນົດມາໃນຂ້າງເທິງ.


|