|
ສ.ນ.ຍ ຫວນຄືນມູນເຊື້ອຂອງ ພັກ ປະຊາຊົນ ປະຕິວັດລາວ 55 ປີ |
|
|
|
|
ຂຽນໂດຍ Daravanh LUANGKHOT
|
|
ວັນພຸດທີ່ 17 ມີນາ 2010 ເວລາ 15: 44 |
|

ທ່ານນາງ ບຸນເພັງ ມູນໂພໄຊ ກຳມະການສູນກາງ ພັກ, ລັດຖະມົນຕີ ປະຈຳສຳນັກງານ ນາຍົກລັດຖະມົນຕີ ເປັນ ປະທານໃນພິທີປາຖະກະຖາ ຫວນຄືນມູນເຊື້ອແຫ່ງການກຳເນີດ ຂອງພັກປະຊາຊົນ ປະຕິວັດລາວ ຄົບຮອບ 55 ປີ (22/3/1955-22/3/2010) ໃຫ້ແກ່ ບັນດາການນຳ ພະນັກງານ, ສະມາຊິກພັກໃນກົມກອງທົ່ວສຳນັກງານນາຍົກລັດຖະມົນຕີ ຊຶ່ງຈັດຂຶ້ນໃນວັນທີ 16 ມີນາ 2010 ທີ່ຫໍວັດທະນະທຳ ແຫ່ງຊາດ.
ທ່ານລັດຖະມົນຕີ ປະຈຳສຳນັກງານນາຍົກ ລັດຖະມົນຕີໄດ້ເລົ່າຄືນປະຫວັດ ຄວາມເປັນມາ ແລະການເຕີບໃຫຍ່ຂະຫຍາຍຕົວຂອງພັກ ປປ ລາວ ທີ່ມີຜົນງານອັນໃຫຍ່ ຫລວງໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນກໍ່ຄື ການປະຕິບັດສອງຫນ້າທີ່ຍຸດທະສາດຄືການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃຫມ່ຮອບດ້ານ ເປັນແກ່ນນຳໃຫ້ແກ່ລະບົບການເມືອງ ໃນລະບອບປະຊາທິປະໄຕ ປະຊາຊົນ ກຳນົດແນວທາງ ປ້ອງກັນຊາດປ້ອງກັນຄວາມສະຫງົບຢ່າງຈະແຈ້ງ ສືບຕໍ່ນຳພາປະເທດຊາດ ກ້າວສູ່ຄວາມຮຸ່ງເຮືອງສີວິໄລ, ມີສະຖຽນລະພາບທາງດ້ານການເມືອງ ມີຄວາມສະຫງົບໂດຍພື້ນຖານ ເປັນລະບຽບຮຽບຮ້ອຍ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນໂອກາດນີ້ ທ່ານຍັງໄດ້ ຮຽກຮ້ອງມາຍັງພະນັກງານສະມາຊິກພັກທຸກຄົນ ຈົ່ງພ້ອມກັນ ສືບຕໍ່ເສີມຂະຫຍາຍມູນເຊື້ອ ຂອງພັກ ປປ ລາວ ຕັ້ງຫນ້າ ເຂົ້າຮ່ວມປຸກລະດົມເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງ ພັກໃຫ້ປະກົດຜົນເປັນຈິງ.


ທ່ານ ສາມາດເບິ່ງພາບເພີ່ມເຕີມຕາມລີ້ງຕໍ່ໄປນີ້: http://www.wrea.gov.la/somoula/PicturesShow/index.php?imgdir=2010-03-16%20Vientiane&page=1 |
|
LAST_UPDATED2 |