|
ຊາວນະຄອນຫຼວງ ຮ່ວມໃຈມອດໄຟຟ້າ 1 ຊົ່ວໂມງ ປະກອບສ່ວນຫຼຸດຜ່ອນພາວະໂລກຮ້ອນ |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນອັງຄານທີ່ 30 ມີນາ 2010 ເວລາ 10: 22 |
|

ຂະບວນການປິດໄຟ 1 ຊົ່ວໂມງ (Earth hour) ເພື່ອປູກຈິດສຳນຶກຕໍ່ກັບພາວະໂລກຮ້ອນ ແມ່ນໄດ້ຈັດຂຶ້ນຄັ້ງທຳອິດຢູ່ເມືອງຊິດນີ ປະເທດອົດສະຕຣາລີ ໃນປີ 2007 ມີຜູ້ເຂົ້າຮ່ວມ 2,2 ລ້ານຄົນ ປີຕໍ່ມາກິດຈະກຳດັ່ງກ່າວໄດ້ຂະຫຍາຍອອກໄປ 370 ເມືອງໃນທົ່ວໂລກ ມີຜູ້ເຂົ້າຮ່ວມເຖິງ 100 ລ້ານຄົນ ກິດ ຈະກຳດັ່ງກ່າວໄດ້ກາຍເປັນຂະບວນປູກຈິດສຳນຶກຕໍ່ກັບພາວະໂລກຮ້ອນໃນລະດັບສາກົນ ມາເຖິງປີ 2009 ມີປະຊາຄົມໂລກເຂົ້າຮ່ວມກິດຈະກຳດັ່ງກ່າວ 62 ປະເທດ ສ່ວນປີ 2010 ນີ້ ມີເຖິງ 92 ປະເທດ ເຊິ່ງໃນນັ້ນກໍລວມທັງ ສປປ ລາວ ທີ່ເຂົ້າຮ່ວມກິດຈະກຳດັ່ງກ່າວເປັນຄັ້ງທຳອິດ.
ເນື່ອງໃນໂອກາດການສ້າງຂະບວນການມອດໄຟຟ້າໃນວັນໂລກ ວັນທີ 27 ມີນາ 2010 ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ສຳນັກງານ ນາຍົກລັດຖະມົນຕີ ຮ່ວມກັບອົງການປົກຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຊາວນະຄອນຫຼວງຮ່ວມກິດຈະກຳດັ່ງກ່າວຂຶ້ນ ເຊິ່ງພາຍໃນງານນອກຈາກ ຈະມີການມອດໄຟຟ້າ 1 ຊົ່ວໂມງ ເຊິ່ງເລີ່ມແຕ່ເວລາ 19:00-20:00 ໂມງ ໂດຍກຳນົດເອົາປະຕູໄຊເປັນໃຈກາງຂອງງານ ນອກນີ້ກໍມີເສັ້ນທາງລ້ານຊ້າງ ສຳນັກງານນາຍົກລັດຖະມົນຕີ ຫໍຄຳ ທາດຫຼວງ ແລະ ສະຖານທີ່ອື່ນໆອີກຈຳນວນໜຶ່ງ ພ້ອມດຽວກັນນີ້ ໃນເວທີກາງປະຕູໄຊກໍມີການສະແດງສິລະປະ ວັນນະຄະດີ ຈາກກອງສິລະປະກອນກອງທັບ ແລະ ບັນດານັກຮ້ອງ -ນັກສະແດງຈາກພາກສ່ວນຕ່າງໆເຂົ້າຮ່ວມສ້າງບັນຍາກາດໃນຄັ້ງນີ້ຢ່າງເບີກບານ ມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍ.
ເຂົ້າຮ່ວມເປັນກຽດພາຍໃນງານມີທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການສິ່ງແວດລ້ອມແຫ່ງຊາດ ພ້ອມນີ້ກໍມີທ່ານ ສົມ ບັດ ເຢຍລີເຮີ ເຈົ້າຄອງນະຄອນຫຼວງວຽງຈັນ ບັນດາການນຳຂັ້ນສູນກາງ ທູຕານຸທູດ ປະຈຳລາວ ສຳນັກງານອົງການ ພະນັກງານ ລັດຖະກອນ ແລະ ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.











ສາມາດເບີ່ງພາບ ທັງຫມົດ ຕາມລີ້ງຕໍ່ໄປນີ້: http://www.wrea.gov.la/somoula/PicturesShow/index.php?imgdir=2010-03-27%20Patuxay |
|
LAST_UPDATED2 |