|

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນລາວບັນດາເຜົ່າ ພວມອອກແຮງແຂ່ງຂັນກັນ ຄຳນັບຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 55 ປີ. ໃນວັນທີ 22 ມີນາ 2009 ທີ່ຜ່ານມາ, ອົງການ ຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ ໄດ້ຈັດໃຫ້ມີການສະເຫຼີມ ສະຫຼອງ ວັນແມ່ຍິງສາກົນຂຶ້ນ, ຢູ່ທີ່ ກົມອຸຕຸນິຍົມ ແລະອຸທົກກະສາດ. ໂດຍການເປັນປະທານຂອງ ທ່ານ ນາງ ເຂັມແພງ ພົນເສນາ ເລຂາຄະນະພັກ ຮາກຖານ, ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີ, ຫົວໜ້າ ອົງການ ຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ, ທັງເປັນປະທານ ສະຫະພັນແມ່ຍິງ ອຊນສ.
ໃນງານໂຮມຊຸມນຸມຄັ້ງນີ້ ຄະນະພັກຮາກຖານ ອຊນສ, ຄະນະສະຫະພັນແມ່ຍິງ ອສນຍ, ຄະນະກຳມະບານ ອຊນສ, ຄະນະຊາວໜຸ່ມ ອຊນສ, ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ, ບັນດາຄອບຄົວພະນັກງານອາວຸໂສ ທີເສຍຊີວິດ, ເອື້ອຍນ້ອງແມ່ຍິງທີ່ໄດ້ບຳນານ ແລະບັນດາ ພະນັກງານທີ່ເປັນເພດຍິງທົ່ວ ອຊນສ ກໍ່ມີໜ້າເຂົ້າຮ່ວມ. ຈາກນັ້ນ ກໍ່ໄດ້ມີການຜ່ານບົດສະຫຼຸບການເຄື່ອນໄຫວຂອງແມ່ຍິງ ອຊນສ ໃນ 1 ປີ ຜ່ານມາ ແລະແຜນການຕໍ່ໜ້າ. ນອກນັ້ນ ກໍ່ມີການຍ້ອງຍໍສະມາຊິກແມ່ຍິງດີເດັ່ນ. ພິເສດແມ່ນໄດ້ຮັບກຽດ ປາຖະກະຖາ ເລົ່າປະຫວັດຄວາມເປັນມາ ຂອງວັນແມ່ຍິງສາກົນ ແລະວັນສ້າງຕັ້ງສະຫະພັນແມ່ຍິງລາວ ໂດຍທ່ານ ນາງ ຈັນທຶມ ລັດມະນີ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ, ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ.
ຈາກນັ້ນແມ່ນ ຮັບຟັງການສະເໜີບົດໃນຫົວຂໍ້ ບົດບາດຍິງ-ຊາຍ ເຂົ້າໃນການພັດທະນາ ແລະການຄຸ້ມຄອງຊັບພະຍາກອນນໍ້າ ໂດຍທ່ານ ຄຳສອນ ພິລາວົງ, ຜູ້ປະສານງານ ICBP. ສຸດທ້າຍ ແມ່ນການໃຫ້ຄຳເຫັນຂອງຄະນະພັກຮາກຖານ ອຊນສ, ແມ່ຍິງ-ກຳມະບານ, ແມ່ຍິງ-ຊາວໜຸ່ມ ເປັນອັນ ຈົບພິທີໃນຕອນເຊົ້າ. ຈາກນັ້ນ ມາໃນຕອນບ່າຍຂອງວັນດຽວກັນ ໄດ້ມີການແຂ່ງຂັນກິລາ ແລະຮ່ວມເຮັດກິດຈະກຳຕ່າງໆ ລະຫວ່າງແມ່ຍິງຂອງ ແຕ່ລະກົມ, ກອງ ແລະ ສະຖາບັນ ຕ່າງໆ ທີ່ຂຶ້ນກັບ ອຊນສ ຢ່າງເປັນຂະບວນຟົດຟື້ນ.

ທ່ານ ນາງ ຈັນທຶມ ລັດມະນີ
ຮອງປະທານ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ
ພາບບັນຍາກາດພາຍໃນງານ




ເບີ່ງພາບເພີ້ມເຕີ້ມ ກະລຸນາຄລິກລີ້ງລຸ່ມນີ້: http://www.wrea.gov.la/somoula/PicturesShow/index.php?imgdir=2010-03-23 |