ແຟັງ​ລັງ​ຊ່ວຍ​ເຫລືອ​ການ​ຄຸ້ມ​ຄອງ​ສິ່ງ​ແວດລ້ອມ​ຢູ່​ລາວ 9,5 ລ້ານ​ເອີ​ໂຣ PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນຈັນທີ່ 24 ພຶດສະພາ 2010 ເວລາ 13: 03

(ຫນັງສືພີມ ປະຊາຊົນ) ລັດຖະບານ ສາທາລະນະລັດ ແຟັງລັງ ຊ່ວຍເຫຼືອໂຄງການສະຫນັບສະຫນູນການຄຸ້ມຄອງສິ່ງແວດລ້ອມ ຢູ່ ສປປ ລາວ ຈຳນວນ 9,5 ລ້ານເອີໂຣ. ໂດຍແມ່ນອົງການຊັບ ພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ສຳນັກງານນາຍົກລັດຖະມົນຕີ ເປັນຜູ້ຈັດຕັ້ງປະຕິບັດ. ໄລຍະການຈັດຕັ້ງປະຕິບັດໂຄງການ 2010-2014 ລວມ4 ປີ.
ຈຸດປະສົງຂອງໂຄງການແມ່ນເພື່ອປ້ອງກັນຄວາມເສຍຫາຍທີ່ມີຕໍ່ສິ່ງແວດລ້ອມ, ສຸຂະພາບຄົນ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ທີ່ອາດຈະເກີດຂຶ້ນ ຈາກໂຄງການພັດທະນາ ແລະ ສ້າງຄວາມເຂັ້ມແຂງ ໃຫ້ອົງການ ຄຸ້ມຄອງສິ່ງແວດລ້ອມ ຢູ່ ສປປ ລາວ.

ພິທີເຊັນສັນຍາຮັບການຊ່ວຍເຫລືອໄດ້ມີຂຶ້ນໃນວັນທີ 19 ພຶດສະພາ 2010 ທີ່ນະຄອນຫລວງວຽງຈັນ ລະຫວ່າງທ່ານນາງ ເຂັມແພງ ພົນເສນາ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວຫນ້າ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ແລະ ທ່ານ ນາງ ຊີປາ ມາເອນປາ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດແຟັງລັງ ປະຈຳລາວ ຊຶ່ງມີສຳນັກງານຕັ້ງຢູ່ບາງກອກປະເທດໄທ, ມີພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມ.

LAST_UPDATED2