|
ໂຕ້ວາທີ ວັນສິ່ງແວດລ້ອມໂລກ |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນຈັນທີ່ 07 ມິຖຸນາ 2010 ເວລາ 08: 31 |
|
ເພື່ອເປັນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ 5 ມິຖຸນາ ໃຫ້ມີ ບັນຍາກາດ ເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍ ຄວາມຮູ້ ຄວາມເຂົ້າໃຈ ເລິກເຊິ່ງ ກ່ຽວກັບສິ່ງແວດລ້ອມ ກົມສິ່ງແວດລ້ອມ ຈິ່ງໄດ້ຈັດກິດຈະກຳການໂຕ້ວາທີ ເນື່ອງໃນໂອກາດວັນສິ່ງແວດລ້ອມ ໃນຕອນບ່າຍວັນທີ 4 ມິຖຸນາ 2010 ທີ່ ສະໂມສອນ ມະຫາວິທະຍາໄລແຫ່ງຊາດ (ມ.ຊ) ເຂົ້າຮ່ວມ ພິທີມີ ທ່ານ ສີສະຫວັດ ວິທະໄຊ ຮອງຫົວໜ້າ ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ (ອຊນສ) ທ່ານນາງ ດຣ.ວຽງສະຫວັນ ດວງສະຫວັນ ຫົວໜ້າກົມສິ່ງແວດລ້ອມ ພ້ອມດ້ວຍບັນດາຄູ-ອາຈານ ແລະ ນັກສຶກສາມະຫາວິທະຍາໄລ ເຂົ້າຮ່ວມຢ່າງພ້ອມພຽງ.
ສຳລັບການໂຕ້ວາທີຄັ້ງນີ້ ນັກສຶກສາໄດ້ແບ່ງອອກເປັນສອງທິມ ຄື: ທິມປົກປັກຮັກສາ ແລະ ທິມພັດທະນາ ຊຶ່ງທັງສອງທິມໄດ້ຂຶ້ນພັດປ່ຽນສະເໜີ ແລະ ໂຕ້ຕອບຢ່າງກົງໄປກົງມາ ສະເພາະ ສປປ ລາວ ເປັນປະເທດໜຶ່ງທີ່ມີຄວາມອຸດົມສົມບູນດ້ານຊີວະນາໆພັນ ໃນນັ້ນມີພືດທີ່ເປັນດອກໄມ້ 8.000-11.000 ຊະນິດສັດເລືອຄານ ແລະ ສັດ ເຄິ່ງບົກ ເຄິ່ງນ້ຳ ຫຼາຍກ່ວາ 166 ຊະນິດ ນົກ 700 ກ່ວາຊະນິດ ເຈຍ 90 ຊະນິດ ສັດລ້ຽງລູກ ດ້ວຍ ນົມ ປະມານ 247 ຊະນິດ ປາ 87 ຕະກູນ ແລະ ໃນນັ້ນ 500 ຊະນິດເປັນປາພື້ນເມືອງ ພ້ອມນັ້ນ ສປປ ລາວ ຍັງຖືກຮັບຮູ້ວ່າເປັນສູນກາງຖິ່ນກຳເນີດຂອງແນວພັນເຂົ້າ ໜຽວດັ້ງເດີມຕື່ມອີກ. |
|
LAST_UPDATED2 |