ກອງ​ປະຊຸມ ​ເພື່ອ​ປຶກສາ​ຫາ​ລື່ ວາງ​ນະ​ໂຍບາຍ, ຍຸດ​ທະ​ສາດ... PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນສຸກທີ່ 18 ມິຖຸນາ 2010 ເວລາ 12: 29

ໃນ​ຕອນ​ເຊົ້າ ວັນ​ທີ 14/06/2010 ອົງການ ​ຊັບພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ (ອຊນສ) ​ໄດ້​ຈັດ ກອງ​ປະຊຸມ ລະດັບ​ຊາດ ​ເພື່ອ​ປຶກສາ​ຫາ​ລື່ ກ່ຽວກັບ ວາງ​ນະ​ໂຍບາຍ, ຍຸດ​ທະ​ສາດ ​ແຜນ​ດຳ​ເນີນ​ງານ ຊັບພະຍາກອນນໍ້າ ແຫ່ງ​ຊາດ ຈັດ​ຂື້ນ​ທີ ​ໂຮງ​ແຮມ ດອນ​ຈັນ​ພາ​ເລດ ນະຄອນຫຼວງ​ວຽງຈັນ.

ກອງ​ປະຊຸມ ​ ​ໃນ​ຄັ້ງ​ນີ້ ພາຍໃຕ້ ການ​ເປັນ​ປະທານ ຂອງ ທ່ານ ສີສະ​ຫວັດ ວິທະ​ໄຊ, ຮອງ​ຫົວໜ້າ ອຊນສ ​ໂດຍ ມີ​ບັນດາ ທ່ານ ຮອງ​ເຈົ້າ​ແຂວງ, ຫົວໜ້າ ຫ້ອງ​ວ່າການ​ແຂວງ, ຫົວໜ້າ ຫ້ອງການ ຊນສ ​ແຂວງ ​ແລະ ບັນດາ​ ຜູ້​ຕ່າງໜ້າ ຈາກ​ບັນດາ ກະຊວງ, ອົງການ​ ຈັດຕັ້ງ​ສາກົນ ແລະ ອົງການທຶນ ຕ່າງໆ ​ເຂົ້າ​ຮ່ວມ ປະມານ 100 ຄົນ.


ຊັບພະຍາກອນ​ ນ້ຳ ຖື່ວ່າ ສຳຄັນ ​ແລະ ຂາດ​ບໍ່ໄດ້ ສຳລັບ​ສິ່ງທີ​ມີ​ຊີວິດ ຢູ່​ໃນ​ໂລກ ​ແລະ ບົດບາດ ສຳຄັນ ​​ໃນ​ການ​ປະກອບສ່ວນ ​ຕໍ່ການ​ຂະຫຍາຍຕົວ ຂອງ​ເສດຖະກິດ​ສັງຄົມ ຂອງ​ປະ​ເທດ, ພາກ​ພື້ນ ​ແລະ ສາກົນ ແລະ ຍ້ອນ​ເຫັນ​ ໄດ້​ ຄວາມ​ຈຳ​ເປັນ​ຄຶ ​ແນວ​ນັ້ນ, ລັດຖະບານ ກໍ່​ຄຶ ອຊນສ ກໍ່​ໄດ້​ສ້າງ​ ນະ​ໂຍບາຍ ຊັບພະຍາກອນ​ນ້ຳ​ແຫ່ງ​ຊາດ, ຍຸດ​ທະ​ສາດ  ​ແລະ ​ແຜນ​ດຳ​ເນີນ​ງານ ຊັບພະຍາກອນ​ນ້ຳ​ແຫ່ງ​ຊາດ ​ແຕ່​ປີ 2011-2015 ​ໂດຍ​ໄດ້​ມີ​ການ​ປຶກສາ​ຫາ​ລື່ ​ໃນຫຼາຍ​ລະດັບ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ ຂອງ​ຂະ​ແໜງການ ທີ​ກ່ຽວຂ້ອງ ຂອງ ​ແຕ່​ສູນ​ກາງ ຫາ ທ້ອງ​ຖີ່ນ.

ເພື່ອແນ່​ໃສ່ ບ່ອນ​ອີ່ງ​ ໃຫ້​ອົງການ​ ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ ​ແລະ ສັງຄົມ ​ນຳ​ໄປ​ຜັນ​ຂະຫຍາຍ ​ແລະ ຈັດ​ຕັ້ງປະຕິບັດ ການ​ຄຸ້ມຄອງ, ພັດທະນາ ​ແລະ ນຳ​ໃຊ້ ຊັບພະຍາກອນ​ນ້ຳ ​ໃຫ້​ມີ​ປະສິດທິ​ຜົນ ​ແລະ ມີ​ຄວາມ​ຍື່ນ​ຍົງ. ​​ປະກອບສ່ວນ ຊ່ວຍ​ໃນ​ການ​ປັບປຸງ, ກົດໝາຍ ວ່າ​ດ້ວຍ ນ້ຳ ​ແລະ ຊັບພະຍາກອນ​ແຫຼ່ງນ້ຳ ​ແລະ ລະບຽບການ​ອື່ນໆ ​ເຜີຍ​ແພ່​ບັນລຸ​ເປົ້າໝາຍ ຂອງ​ລັດ​ທະ​ບານ​ກໍ່​ຄື ​ແຜນ​ພັດທະ​ນາ​ເສດ​ຖະ​ກິດ​ຂອງ​ສັງຄົມ​ແຫ່ງຊ​າດ ​ແລະ ການ​ຄຸ້ມ​ຄອງ ທີ່​ກ່ຽວຂ້ອງ ກັບ​ຊັບພະຍາກອນນ້ຳ ໃນ​ລະດັບ​ສູນ​ກາງ ​ແລະ ລະດັບ​ທ້ອງ​ຖີ່ນ.

ເບີ່ງຮູບພາບເພີ້ມເຕີ້ມ ກະລຸນາ ຄລີກທີ່ ........................................

LAST_UPDATED2