ການຢ້ຽມຢາມ ຂອງທ່ານ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ຣາຊະອານາຈັກໄທ PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນຈັນທີ່ 28 ມິຖຸນາ 2010 ເວລາ 08: 26

ໃນວັນທີ 25 ມີຖຸນາ 2010 ທີ່ຫ້ອງຮັບແຂກ ສຳນັກງານ ນາຍົກລັດຖະມົນຕີ ໄດ້ຮັບຕ້ອນການເຂົ້າຢ້ຽມ ຄຳນັບ ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສ ປ ປ ລາວ ຂອງ ທ່ານ ສຸວິດ ຄຸນກິດຕິ, ລັດຖະມົນຕີ ວ່າການ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງຣາຊະອານາຈັກໄທ, ປະທານ ຄະນະກຳມາການແມ່ນໍ້າຂອງ ແຫ່ງຊາດໄທ,ປະທານ ສະພາມົນຕີ ຄະນະກຳມາທິການແມ່ນໍ້າຂອງສາກົນ ສົກປີ 2009-2010 ພ້ອມດ້ວຍຄະນະ. ນຳພາ ຄະນະຜູ້ແທນເຂົ້າພົບ ໂດຍ ທ່ານ ນາງ ເຂັມແພງ ພົນເສນາ, ລັດຖະມົນຕີ ປະຈຳ ສຳນັກງານ ນາຍົກລັດຖະມົນຕີ, ຫົວຫນ້າ ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ, ປະທານ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດລາວ.

 

ຈຸດປະສົງ ອັນເປັນພື້ນຖານ ຂອງການຢ້ຽມຢາມ ຂອງຄະນະຜູ້ແທນ ຈາກ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງຣາຊະອານາຈັກໄທ ໃນຄັ້ງນີ້ ແມ່ນເພື່ອ:

  1. ເພີ້​ມທະວີ ການ​ຮ່ວມ​ມື ສອງ​ຝ່າຍ ລະຫວ່າງ ອົງການ ຊັບພະຍາກອນ​ນໍ້າ ​ແລະ ສິ່ງ​ແວດ​ລ້ອມ ​ແຫ່ງ ສ ປ ປ ລາວ ​ແລະ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງຣາຊະອານາຈັກໄທ ​ໃນ​ຂົງ​ເຂດ ຊັບພະຍາກອນ​ນໍ້າ, ສິ່ງ​ແວດ​ລ້ອມ, ອຸຕຸນິຍົມ ​ແລະ ​ອຸ​ທົກ​ກະສາ​ດ.
  2. ຜັນ​ຂະຫຍາຍ ຢ່າງ​ຕັ້ງຫນ້າ ​ແລະ ສອດຄ່ອງ ກັບ​ສະພາບ​ຄວາມ​ເປັນ​ຈິງ ຂອງ​ແຕ່ລະ​ປະ​ເທດ ​ໃນເນື້ອໃນ ຈິດໃຈ ຂອງ ຖະແຫລ່ງການ ຫົວຫີນ ເຊີ່ງຖືກຮັບຮອງ ໃນວາລະກອງປະຊຸມ ສຸດຍອດ ຄະນະກຳມາທິການແມ່ນໍ້າຂອງສາກົນ ຄັ້ງທຳອິດ ໃນຕົ້ນເດືອນ ເມສາ 2010 ທີ່   ຫົວຫີນ ຣາຊະອານາຈັກໄທ.

ເຊັນບົດບັນທືກ ກອງປະຊຸມ ໃນຂົງເຂດ ຊັບພະຍາກອນນໍ້າ, ສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກະສາດ ລະຫວ່າງ ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ແຫ່ງ ສ ປ ປ ລາວ ແລະ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງຣາຊະອານາຈັກໄທ.

ຢ້ຽມຄຳນັບ ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສ ປ ປ ລາວ

ເບີ່ງພາບເພີ້ມເຕີ້ມ ກະລຸນາ ຄລີກທີ່ http://www.wrea.gov.la/somoula/PicturesShow/index.php?imgdir=2010-06-24%2026%20MNRE%20Thailand&page=21

LAST_UPDATED2