ຝຶກອົບຮົມການຮ່ວມມືອາຊຽນ ທາງດ້ານການນຳໃຊ້ ເຕັກໂນໂລຊີອາວະກາດ ເພື່ອການຄຸ້ມຄອງ ໄພພິບັດ PDF ພິມ ອີເມລ
ຂຽນໂດຍ Daravanh LUANGKHOT   
ວັນພຸດທີ່ 28 ກໍລິກົດ 2010 ເວລາ 14: 50

ໃນ​ວັນ​ທີ 16 ກໍລະກົດ 2010 ທີ່​ຜ່ານ​ມາ, ສະ​ຖາ​ບັນ​ຄົ້ນຄວ້າ ຊັບ​ພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​​ຈັດໃຫ້​ມີ​ການສຳ​ມະ​ນາ​ຂຶ້ນ​ທີ່​ ໂຮງ​ແຮມ ​ເສດ​ຖາ​ປາ​ລາສ, ​ໃນ​ຫົວ​ຂໍ້ ການ​ຮ່ວມ​ມື​ອາ​ຊຽນທາງ​ດ້ານ​ການ​ນຳ​ໃຊ້ ​ເຕັກ​ໂນ​ໂລ​ຊີ​ອາ​ວະ​ກາດ ​ເພື່ອ​ການຄຸ້ມ​ຄອງ​ໄພພິບັດ. ​ໂດຍການ​ໃຫ້​ກຽດ​ເປັນ​ປະທານ ຂອງ ທ່ານ ນ. ມອນ​ມະນີ ຍ່ອຍ​ບົວ​ກ່ອງ, ຫົວໜ້າ ຫ້ອງການ ອົງການ ຊັບພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ.  ​​ເຊິ່ງກອງ​ປະຊຸມ​ດັ່ງກ່າວ​ ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ ກອງ​ທຶນ ອາ​ຊຽນ-ຍີ່ປຸ່ນ, ​ໂຄງການ​ໃນ​ກອບ​ຂອງ​ອາ​ຊຽນ-ສະ​ໂກ​ຊາ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພ​ພິບັດ ​ໂດຍ​ການ​ນຳ​ໃຊ້​ພາບ​ຖ່າຍ​ດາວ​ທຽມ ​ເຊິ່ງ​ໄດ້​ຮັບ​ການ​ສົ່ງ​ເສີມ​ການຈັດ​ຕັ້ງ​ປະຕິບັດ​ຈາກ ສູນ​ຫຼຸດ​ຜ່ອນ​ໄພພິບັດ​ອາ​ຊຽນ (Asian Disaster Reduction Center-ADRC) ​ແລະ ສະ​ຖາ​ບັນ AIT ​​ເຊິ່ງແມ່ນ​ພາກສ່ວນ​ສົ່ງ​ເສີມ​ທາງ​ດ້ານ​ການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ. ກອງ​ປະຊຸມ​ດັ່ງກ່າວ​​ໄດ້ມີ​ຜູ້​ແທນ​ເຂົ້າ​ຮ່ວມ​ປະມານ 70 ທ່ານ ຈາກ​ບັນດາ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ຢູ່​ສູນ​ກາງ.

 

ສປປ ລາວ ​ໄດ້​ສຳ​ເລັດ​ການ​ຈັດ​ກອງ​ປະຊຸມ​ລິ​ເລີ່​ມ​ໂຄງການ​ໃນ​ຕົ້ນ​ປີ 2009. ຈາກ​ນັ້ນ​​ໃນ​​ເດືອນ ​ເມສາ-ພຶດສະພາ 2010 ທີ່​ຜ່ານ​ມາ ​ກໍ່​ໄດ້​ມີ​ການຈັດ​ຕັ້ງ​ປະຕິບັດ​ໂຄ​ງການ​ດັ່ງກ່າວ​ຄື: ​ໄດ້​ສຳ​ເລັດ​ເຂົ້າ​ຮ່ວມ​ການ​ຄົ້ນຄວ້າ ກ່ຽວ​ກັບ ການ​ນຳ​ໃຊ້​ພາບ​ຖ່າຍ​ດາວ​ທຽມ ​ເພື່ອ​ຕິດຕາມ, ກວດກາ ​ໄພ​ນ້ຳ​ຖ້ວມ. ຈາກ​ນັ້ນ​ກໍ່​ໄດ້​ມີ​ການ​ພັດທະນາ​ຄູ່​ມື​ການ​ສຶກສາ ​ແລະ ການ​ຄົ້ນ​ຄວ້າ ​ເພື່ອ​ກະກຽມ​ເຜີຍ​ແຜ່​ຄວາມ​ຮູ້​ອອກ​ສູ່​ສັງຄົມ​ຢູ່ ສປປລາວ.

 

ຫຼັງ​ຈາກ​ນັ້ນ, ​ ​ໄດ້ມີ​ການ​ຝຶກ​ອົບຮົມ​ ​ເປັນ​ເວລາ 05 ວັນ ຄືໃນ​ລະຫວ່າງ ວັນ​ທີ 19-23 ກໍລະກົດ 2010. ​ເຊິ່ງມີ​ຜູ້​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ທັງ​ໝົດ 30 ທ່ານ ທີ່​ມາ​ຈາກ​ບັນດາ​ກະຊວງ, ທະບວງ ​ແລະ ​ມະ​ຫາ​ວິທະຍາ​ໄລ​ທີ່​ກ່ຽວຂ້ອງ.

 

ສຳ​ຫຼັບ ຈຸດປະສົງພື້ນຖານຂອງ​ການຈັດ​ສຳ​ມະ​ນາ ​ແລະ ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​:

- ​ເພື່​ອຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ທາງ​ດ້ານ​ວິຊາ​ການ​ໃຫ້​ແກ່​ພະນັກງານ ​ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ໃຊ້​ພາບ​ຖ່າຍ​ດາວ​ທຽມ ​ເພື່ອ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ຂອງ​ໄພພິບັດ​ທຳ​ມະ​ຊາດ ​ເຊັ່ນ: ​ໄພ​ນ້ຳ​ຖ້ວມ, ​ໄພ​ແຫ້ງ​​ແລ້ງ ​ແລະ ​ໄຟ​ໄໝ້​ປ່າ.

- ​ເພື່ອ​ເຜີ​ຍ​ແຜ່​ການ​ພັດທະນາ​ທາງ​ດ້ານ​ວິຊາ​ການ ​ແລະ ການ​ແລກປ່ຽນ​ປະສົບ​ການ​ລະຫວ່າງ​ຜູ້​ເຂົ້າ​ຮ່ວມ ​ແລະ ບັນດາ​ຊ່ຽວຊານ​ທີ່​ມາ​ຈາກ ADR/AIT ​ແລະ ນັກ​ຄົ້ນຄວ້າ​ໄພພິບັດ​ຈາກ​ປະ​ເທດ​ຍີ່ປຸ່ນ.

 

 

 

 

 

LAST_UPDATED2