ກອງປະຊຸມໜ່ວຍງານຍ່ອຍ ຂອງຂະແໜງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ PDF ພິມ ອີເມລ
ຂຽນໂດຍ Daravanh LUANGKHOT   
ວັນພະຫັດທີ່ 19 ສິງຫາ 2010 ເວລາ 09: 38

 

ອົງ​ການ ຊັບພະຍາກອນ​ນ້ຳ ​ແລະ​ ສິ່ງ​ແວດ​ລ້ອມ, ສຳນັກງານ​ນາຍົກລັດຖະມົນຕີ, ​ໄດ້​ຈັດ​ກອງ​ປະຊຸມ ໜ່ວຍ​ງານ​ຍ່ອຍ​ຂອງ​ຂະ​ແໜງ​ການ ຊັບພະຍາກອນ​ນ້ຳ ​ແລະ​ ສິ່ງ​ແວດ​ລ້ອມ ພາຍ​ໃຕ້​ຫົວ​ຂໍ້ “ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ ​ແລະ ​ໄພພິບັດ” ຂຶ້ນ​ໃນ​ວັນ​ທີ 17 ສິງຫາ 2010 ທີ່ ສູນ​ຝຶກ​ອົບຮົມ ​ແລະ ການ​ຮ່ວມ​ມື​ສາກົນ (ICTC), ນະຄອນຫຼວງ​ວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປ​ະທານ​ຂອງ ທ່ານ ນາງ ​ເຂັມ​ແພງ ພົນ​ເສນາ, ລັດຖະມົນຕີ​ປະ​ຈຳ​ ສຳ​ນັກ​ງານ​ນາຍົກລັດຖະມົນຕີ, ຫົວໜ້າ ອົງການ ຊັບພະຍາກອນ​ນ້ຳ ​ແລະ​ ສິ່ງ​ແວດ​ລ້ອມ ​​ແລະ ທ່ານ Chong Chinai ຫົວໜ້າ ທະນາຄານ​ພັດທະນາ​ອາຊີ (ADB) ປະຈຳ ສປປ ລາວ. ກອງ​ປະຊຸມ​ດັ່ງກ່າວ ​ໄດ້​ມີ​ບັນດາ​ຜູ້ຕາງໜ້າ ຈາກ​ກະຊວງ, ອົງການ​ຂອງ​ລັດ​ຂັ້ນ​ສູນ​ກາງ, ບັນດາ​ກົມ, ກອງ, ສະ​ຖາ​ບັນ ທີ່​ສັງກັດ ອຊນສ ​ແລະ ບັນດາ​ຜູ້ຕາງໜ້າ​ຈາກ​ ອົງ​ການຈັດ​ຕັ້ງ​ສາກົນ, ສະຖານທູດ ​ແລະ ຄູ່​ຮ່ວມ​ພັດທະນາ ​ເຂົ້າ​ຮ່ວມ.

ຈຸດປະສົງ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ປຶກສາ​ຫາລື, ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຕໍ່​ຮ່າງ​ນະ​ໂຍບາຍ, ຍຸດ​ທະ​ສາດ ​ແລະ ​ແຜນການ​ດຳ​ເນີນ​ງານ ຊັບພະຍາກອນ​ນ້ຳ​ແຫ່ງ​ຊາດ ​ແລະ ລາຍ​ງານ​ຄວາມ​ຄືບ​ໜ້າ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ ດຳລັດ​ຂອງ​ນາ​ຍົກ​ລັດຖະມົນຕີ ວ່າ​ດ້ວຍ​ການ​ສ້າງ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ ຄະນະ​ກຳມະການ​ອ່າງ​ແມ່​ນ້ຳ, ລວມທັງ​ການສະ​ເໜີ​​ແຜນການ ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ​ໜ່ວຍ​ງ​ານຍ່ອຍ ​ຂະ​ແໜງ​ການ​ຊັບພະຍາກອນ​ນ້ຳ ​ແບບ​ປະສົມປະສານ​ແຫ່ງ​ຊາດ ຊຶ່ງ​ຈະ​ຕ້ອງ​ໄດ້​ດຳ​ເນີນ​ການຈັດຕັ້ງປະຕິບັດ ​ໃນ​​ໄລຍະ​ປີ 2011-2015.

ໃນ​ໄລຍະ​ຜ່ານ​ມາ ​ອົງການ ຊັບພະຍາ​ກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ ກໍ່​ໄດ້​ຮັບ​ການ​ສະໜັບສະໜູ​ນ ຈາກ​ບັນດາ​ຄູ່​ຮ່ວມ​ພັດທະນາ ​ໃນ​ການຈັດ​ຕັ້ງ​ປະຕິບັດ ​ວຽກ​ງານ​ຄຸ້ມ​ຄອງ ຊັບພະຍາກອນ​ນ້ຳ​ເປັນ​ຢ່າງ​ດີ, ​ແຕ່​ຄວາມ​ຮຽກຮ້ອງ​ຕ້ອງການ​ທາງ​ດ້ານ​ວິຊາ​ການ ​ແລະ ງົບ​ປະມານ ທີ່​ຈະ​ມາ​ຈັດ​ຕັ້ງປະ​ຕິ​ບັດ ບັນດາ​ກິດຈະກຳ​ຂອງ​ແຜນ​ງານ, ​ໂຄງການ​ແມ່ນ​ຍັງ​ມີຄວາມ​ຕ້ອງການ​ສູງ, ສະ​ນັ້ນ ກອງ​ປະຊຸມ​ຄັ້ງ​ນີ້​​ແມ່ນ ​ເພື່ອ​ເປັນ​ການສະ​ເໜີ​ຄວາມ​ຕ້ອງການ​ຂອງ ສປປ ລາວ ຕໍ່​ວຽກ​ງານ​ຄຸ້ມ​ຄອງ​ຊັບພະຍາ​ກອນ​ນ້ຳ ​ແລະ ທັງ​ເປັນ​ການ​ລະດົມ​ທຶນຮອນ ຈາກ​ບັນດາ​ຄູ່​ຮ່ວມ​ພັດທະນາ​ຕ່າງໆ ​ເພື່ອ​ມາ​ຈັດຕັ້ງປະຕິບັດ​ນະ​ໂຍບາຍ​, ຍຸດ​ທະ​ສາດ ​ແລະ ​ແຜນ​ດຳ​ເນີນ​ງານ​​ແຫ່ງ​ຊາດ ດ້ານ​​ການ​ຄຸ້ມ​ຄອງ​ຊັບ​ພະຍາ​ກອນ​ນ້ຳ ​ໃຫ້​ໄດ້ຜົນ​ປະ​ໂຫຍ​ດສູງ​ສຸດ ​ແລະ ປະກອບສ່ວນ​​ເຂົ້າ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ແຫ່ງ​ຊາດ ທີ່​ໄດ້​ວາງ​ອອກ, ຮັບ​ປະກັນ​ຄວາມ​ເປັນ​ທຳ ​ໃນ​ການ​ນຳ​ໃຊ້​ນ້ຳ, ການ​ແບ່ງປັນ ​ແລະ ນຳ​ໃຊ້​ຜົນ​ປະ​ໂຫຍ​ດ ຈາກ​ການ​ພັດທະນາ​ນ້ຳ​ໃຫ້​ແກ່​ສັງຄົມ, ປົກ​ປັກ​ຮັກສາ ​ແລະ ຟື້ນ​ຟູ​ບູລະນະ​ສິ່ງ​ແວດ​ລ້ອມ​ທາງ​ນ້ຳ ​ແລ​ະ ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ ​ໃຫ້​ມີ​ຄວາມ​ຍືນ​ຍົງ. ຜົນ​ໄດ້​ຮັບ​ຈາກ​ກອງ​ປະຊຸມ​ດັ່ງກ່າວ​ ຈະ​ກາຍ​ເປັນ​ບ່ອນ​ອີງ ​ໃນ​ການ​ປັບປຸງ​ບັນດາ​ນະ​ໂຍບາຍ, ຍຸດ​ທະ​ສາດ, ​ແຜນ​ດຳ​ເນີນ​ງານ​ ດ້ານ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ​ແຫ່ງ​ຊາ​ດ ​ແລະ ວຽກງານ​ຄຸ້ມ​ຄອງ​ໄພພິບັດ ​ເພື່ອ​ໃຫ້​ມີ​ການ​ປະສານ​ງານ​ທີ່​ດີ ​ແລະ ມີ​ປະສິດທິ​ຜົນ​ສູງ, ພ້ອມ​ກັນ​ນີ້ ນະ​ໂຍບາຍຊັບພະຍາກອນ​ນ້ຳ​ແຫ່ງ​ຊາດ​ຍັງ​ຈະ​ເປັນ​ທິດ​ທາງ ​ແລະ ບ່ອນ​ອີງ​ໃນ​ການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ ນ້ຳ ​ແລ​ະ ຊັບພະຍາກອນ​ແຫຼ່ງນ້ຳ ​ແລະ ບັນດາ​ລະບຽບ​ການ​ອື່ນໆ ທີ່​ກ່ຽວຂ້ອງ​ໃນ​ຕໍ່ໜ້າ.

 

LAST_UPDATED2