|

(ຂປລ) ຄະນະກຳມາທິການ ແມ່ນ້ຳຂອງສາກົນ ປະຈຳຢູ່ນະຄອນຫລວງວຽງຈັນ ໄດ້ຄາດຄະເນກ່ຽວກັບການເພີ່ມຂຶ້ນຂອງປະລິມານນ້ຳຂອງ ນັບແຕ່ 26-30 ສິງຫາ 2010 ນີ້ວ່າ: ແຂວງຈຳປາສັກ ເປັນເຂດທີ່ມີຄວາມສ່ຽງສູງທີ່ຈະເກີດນ້ຳຖ້ວຍໄດ້ງ່າຍໃນໄລຍະ ນີ້ ເນື່ອງຈາກວ່າຕົວເລກທີ່ມີການລາຍງານຕາມວິຊາການ ໄດ້ຊີ້ ໃຫ້ເຫັນ ຄືໃນວັນທີ 30 ສິງຫາ 2010 ນີ້ປະລິມານນ້ຳຂອງ ຈະຖີບໂຕສູງຂຶ້ນເຖິງ 11,6 ແມັດ ພ້ອມດຽວກັນນັ້ນເຂດກຳນົດທີ່ມີການວັດແທກຈະຖ້ວມແມ່ນມີພຽງ 12,00 ແມັດ ເທົ່ານັ້ນ ຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກກະ ສາດ ໄດ້ເປີດເຜີຍໃນວັນທີ 25 ສິງຫານີ້ວ່າ: ລົມພະຍຸມີນດູນລີ (MINDULLE) ຫົວທີ 5 ໄດ້ເຄື່ອນເຂົ້າແຂວງບໍລິຄຳໄຊ ແລະ ຄຳມ່ວນ ແລ້ວ ແລະ ພະຍຸຈະສືບຕໍ່ມຸ້ງໜ້າເຂົ້າໄປ, ແຂວງວຽງຈັນ, ແຂວງຊຽງຂວາງ, ແຂວງຫລວງ ພະບາງ, ອຸດົມໄຊ, ບໍ່ແກ້ວ ແລະ ຫລວງນ້ຳທາ ຊຶ່ງເຮັດໃຫ້ຫລາຍເຂດມີຝົນຕົກ.
ຕາມການເປີດເຜີຍຂອງ ທ່ານ ດາມຽນ (Damian Kean) ເຈົ້າໜ້າທີ່ ຈາກຄະນະກຳມາທິການແມ່ນໍ້າຂອງສາກົນ ປະຈຳຢູ່ນະຄອນຫລວງວຽງຈັນ ໄດ້ລາຍງານໃນວັນທີ 25 ສິງ ຫາ 2010 ນີ້ວ່າ: ໜ່ວຍງານວິຊາການ ໄດ້ມີການຄາດ ຄະເນເບື້ອງຕົ້ນ ກ່ຽວກັບການ ຄາດຄະເນລະດັບນ້ຳເໜັງຕີງ ແລະ ເພີ່ມຂຶ້ນ ແຕ່ວັນທີ 26-30 ສິງຫາມີດັ່ງນີ້: ນະຄອນ ຫລວງວຽງຈັນຈະເພີ່ມຂຶ້ນ 8,55 ແມັດ-9,40 ແມັດ, ແຕ່ລະດັບທີ່ສ່ຽງ ຫລື ຖ້ວມແມ່ນ 12,50 ແມັດ, ແຂວງ ຫລວງ ພະບາງລະດັບນ້ຳຈະເພີ່ມຂຶ້ນຈາກ 10,45 ແມັດ-12,90 ແມັດ (ຈຸດອັນຕະລາຍ ຫລື ຖ້ວມທີ່ໄດ້ກຳນົດແມ່ນ 18,00 ແມັດ) ແລະ ແຂວງຈຳປາສັກ ລະດັບ ນ້ຳຈະເພີ່ມຂຶ້ນຈາກ 9,60 ແມັດ-11,60 ແມັດ ( ຈຸດອັນຕະລາຍ ຫລື ຖ້ວມແມ່ນ 12,00 ແມັດ).ແນວໃດກໍດີ ກົມອຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງ ເຕືອນໄພພະຍຸ ແລະ ຝົນຕົກໜັກເພີ່ມຕື່ມອີກວ່າ: ລົມພະຍຸມີນດູນລີຫົວທີ 5 ໄດ້ສືບຕໍ່ເຂົ້າເຂດພາກກາງປະເທດຫວຽດນາມ ແລະ ໄດ້ອອ່ນກຳລັງແຮງລົງ ເປັນພະຍຸເດເປລດຊົງ ແລ້ວ ຈະຜ່ານເຂົ້າແຂວງ ຊຽງ ຂວາງໃນຕອນເຊົ້າເວລາ 7 ໂມງຂອງວັນທີ 25 ສິງຫານີ້ ຊຶ່ງມີຈຸດໃຈກາງຢູ່ເສັ້ນຂະໜານທີ 19,0 ອົງສາເໜືອ, ເສັ້ນແວງ 104,0 ອົງສາຕາເວັນອອກ ແລະ ກຳ ລັງສືບຕໍ່ເຄື່ອນທີ່ຊ້າໆເຂົ້າແຂວງຫລວພະບາງ, ອຸດົມໄຊ, ບໍ່ແກ້ວ ແລະ ຫລວງນ້ຳທາ ຈະກໍ່ໃຫ້ເກີດຟ້າຄະນອງ ແລະ ມີຝົນຕົກໝັກໃນບາງເຂດ ໂດຍສະເພາະ ແມ່ນ ແຂວງວຽງຈັນ ແລະ ບໍລິຄຳໄຊ ຈະມີລົມແຮງ ແລະ ຝົນຕົກໝັກ. ສະນັ້ນ ທາງກົມອຸຕຸນິຍົມ ແລະ ອຸທົກ ກະສາດ ຈຶ່ງໄດ້ແຈ້ງເຕືອນເຖິງອຳນາດ ການປົກ ຄອງ ແລະ ພໍ່ແມ່ປະຊາຊົນຊົນ ທີ່ຢູ່ລຽບຕາມແມ່ນ້ຳສາຂາຕ່າງໆ, ຢູ່ເຂດບໍລິເວນຮ່ອມພູທີ່ມີຄວາມສ່ຽງ ແລະ ລວມເຖິງການສັນຈອນໄປມາດ້ວຍລົດ ຈົ່ງເພີ່ມສະ ຕິລະມັດລະວັງຕໍ່ສະພາບນ້ຳຖ້ວມກະທັນຫັນ ແລະ ດິນເຈື່ອນທີ່ອາດຈະເກີດຂຶ້ນໄດ້ງ່າຍ.
ສ່ວນນັກວິຊາການ ດ້ານຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ກໍໄດ້ມີການລາຍງານວ່າ: ຖ້າຝົນສືບຕໍ່ຕົກຫລາຍວັນ ອາດຈະເຮັດໃຫ້ແມ່ນ້ຳຂອງເພີ່ມ ຂຶ້ນຕາມ ລຳດັບ ແລະ ຈະກໍ່ໃຫ້ເກີດມີຄວາມສ່ຽງ ກ່ຽວກັບນ້ຳຖ້ວມໄດ້ສູງ ເນື່ອງຈາກ ພະຍຸຍັງສືບຕໍ່ເຄື່ອນເຂົ້າມາພາກເໜືອຂອງລາວເປັນໄລຍະ ກ່ຽວກັບບັນຫາດັ່ງນີ້ ຈະ ເພີ່ມ ປະລິມານນ້ຳໃນແມ່ນ້ຳຂອງ ເພີ່ມຂຶ້ນຕື່ມອີກ
|