ອຊນສ ຟັງການເຜີຍແຜ່ມູນເຊື້ອແນວລາວສ້າງຊາດຄົບຮອບ 60 ປີ PDF ພິມ ອີເມລ
ຂຽນໂດຍ Daravanh LUANGKHOT   
ວັນຈັນທີ່ 30 ສິງຫາ 2010 ເວລາ 14: 40

ໃນ​ວັນ​ທີ 25 ສິງຫາ 2010, ທີ່​ສະ​ໂມ​ສອນກົມ ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ. ອົງການ​ ຊັບພະຍາ​ກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຈັດ​ຕັ້ງ​ປາຖະກະຖາ ວັນ​ສ້າງ​ຕັ້ງ​ແນ​ວລາວ​ສ້າງ​ຊາດ​ຄົບຮອບ 60 ປີ (13/08/1950-13/08/2010) ເປັນກຽດ ​ເຂົ້າ​ຮ່ວມ​ຮັບ​ຟັງ​ປາຖະກະຖາ​ມີ ທ່ານ ນາງ ​ເຂັມ​ແພງ ພົນ​ເສນາ, ລັດຖະມົນຕີ ​ປະຈຳ​ສຳນັກງານ​ນາ​ຍົກ​ ລັດຖະມົນຕີ, ຫົວໜ້າ ອົງການ ຊັບພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ, ເລຂາຄະນະພັກຮາກຖານ ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ , ​ ພະນັກງານ​ຫຼັກ​ແຫຼ່ງ ພ້ອມ​ດ້ວຍ​ພະນັກງານອ້ອມ​ຂ້າງ ອຊນສ ເຂົ້າຮ່ວມຢ່າງພ້ອມຫນ້າ.

ເປັນ​ກຽດ​ປາຖະກະຖາ​ໂດຍ ທ່ານ ນາງ ບົວ​ວອນ ອ່ອນ​ຈັນ​ຫອມ, ຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຊຶ່ງ​ທ່ານ​ກ່າວ​ວ່າ: ການ​ປາຖະກະຖາ​ໃນ​ຄັ້ງນີ້ ​ເພື່ອ​ໂຄສະນາ​ເຜີຍ​ແຜ່​ໃຫ້​ສະມາຊິກ​ພັກ, ພະນັກງານ​ອ້ອມ​ຂ້າງ ອຊນສ ຮັບ​ຮູ້, ​ເຊື່ອມ​ຊຶມ ​ແລະ ກຳ​ໄດ້​ກ່ຽວ​ກັບ​ຄວາມ​ໝາຍ​ຄວາມ​ສຳຄັນ ​ແລະ ​ເນື້ອ​ໃນ​ຂອງ​ວັນ​ສ້າງ​ຕັ້ງ​ແນວ​ລາວ​ສ້າງ​ຊາດ, ​ເພື່ອ​ສຶກສາ​ອົບຮົມ​ໃຫ້​​ເຫັນ​ແຈ້ງ ບົດບາດ​ການ​ຊີ້​ນຳ-ນຳພາ​ຂອງ​ແນວ​ລາວ​ສ້າງ​ຊາດ ​ໃນ​ການວາງ​ແຜນ, ນຳພາ​ຂະ​ບວນການ​ຕໍ່ສູ້​ປະຕິວັດ​ໃນ​ແຕ່ລະ​ໄລຍະ​ຢ່າງ​ຖືກຕ້ອງ, ​ເພື່ອ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ​, ມູນ​ເຊື້ອ​ຕໍ່ສູ້​ອົງອາດ​ກ້າຫານ ​ແລະ ມູນ​ເຊື້ອ​ສາມັກຄີ​ທົ່ວ​ປວງ​ຊົນ​ລາວ​ບັນດາ​ເຜົ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ ພັກ​ປະຊາຊົນ​ປະຕິວັດ​ລາວ.

ຈາກນັ້ນ ກໍ່ໄດ້ມີພິທີ ປະດັບຫຼຽນກາ ແນວລາວສ້າງຊາດ ຄົບຮອບ 60 ປີ ໃຫ້ບັນດາທ່ານ ທີ່ໄດ້ມີການປະກອບສ່ວນ ຢ່າງຕັ້ງຫນ້າໃນວຽກງານ ງານສ້າງສາພັດທະນາປະເທດຊາດ ໃນຂົງເຂດວຽກງານ ແນວລາວສ້າງຊາດ ໃນໄລຍະຜ່ານມາ.

ທ່ານສາມາດ ເບີ່ງຮູບພາບເພີ້ມເຕີ້ມໄດ້ທີ່ http://www.wrea.gov.la/somoula/PicturesShow/

LAST_UPDATED2