|

ໃນຕອນເຊົ້າວັນທີ 22 ເມສາ 2011, ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໄດ້ຈັດປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນ ຄວາມສະຫງົບ ຄົບຮອບ 50 ປີ (5/4/1961-5/4/2011) ຢູ່ທີ່ ສະໂມສອນກົມອຸຕຸນິຍົມ-ອຸທົກກະສາດ.
ໃຫ້ກຽດປາຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 50 ປີ ໂດຍ ທ່ານ ພັນເອກ ສີພັນ ວົງເຮືອງຄຳ ຄະນະພັກກະຊວງ, ຫົວຫນ້າກົມ ກວດກາ-ກວດການ ກະຊວງປ້ອງກັນຄວາມສະຫງົບ. ມີບັນດາສະຫາຍຄະນະພັກອົງການ, ບັນດາສະຫາຍ ເລຂາຫນ່ວຍພັກ ຫ້ອງການ, ກົມ, ກອງ, ສະຖາບັນ ຕະຫລອດເຖິງ ສະມາຊິກພັກ-ພະນັກງານ ພາຍໃນ ອຊນສ ເຂົ້າຮ່ວມຢ່າງພ້ອມໜ້າ.
ໃນໂອກາດນີ້ ທ່ານ ພັນເອກ ສີພັນ ວົງເຮືອງຄຳ ໄດ້ຫວນຄືນມູນເຊື້ອຂອງກຳລັງ ປກສ ໃນຕະຫລອດໄລຍະ 50 ປີ ແລະ ຜົນງານຂອງກຳລັງ ປກສ ທີ່ຜ່ານມາເມື່ອຫວນຄືນເບິ່ງຜົນງານ ແລະ ໄຊຊະນະອັນເປັນປະຫວັດສາດຂອງກຳລັງປ້ອງກັນຄວາມສະຫງົບ ຕະຫລອດໄລຍະ 50 ປີທີ່ຜ່ານມາ, ພວກເຮົາສາມາດເວົ້າໄດ້ວ່າບັນດາຜົນງານ ແລະ ໄຊຊະນະເຫຼົ່ານັ້ນ ແມ່ນໄດ້ມາຈາກການນຳພາອັນຖືກຕ້ອງສະຫລາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ, ພັກເປັນຜູ້ສ້າງຕັ້ງ - ນຳພາ ແລະ ສຶກສາອົບຮົມກຳລັງປ້ອງກັນຄວາມສະຫງົບຕະຫລອດມາ, ພັກໄດ້ວາງແນວທາງລວມ ແລະ ແນວທາງປ້ອງກັນຄວາມສະຫງົບຢ່າງປະດິດສ້າງ ຖືກກັບເງື່ອນໄຂຂອງສະພາບການແຕ່ລະໄລຍະ, ພັກໄດ້ວາງຍຸດທະສາດວຽກງານປ້ອງກັນຄວາມ ສະຫງົບທີ່ຖືກຕ້ອງ ແລະ ຍຸດໂທບາຍທີ່ຄ່ອງແຄ້ວ, ມີໄຫວພິບ, ໄດ້ນຳໃຊ້ ແລະ ສົມທົບບັນດາຮູບການຕໍ່ສູ້ຢ່າງຊຳນິຊຳນານ, ເສີມຂະຫຍາຍ ທຸກກຳລັງບົ່ມຊ້ອນພາຍໃນປະເທດ ໂດຍສົມທົບຢ່າງແຫນ້ນແຟ້ນກັບກຳລັງແຮງຂອງຍຸກສະໄຫມ, ໄດ້ຮັບການເບິ່ງແຍງຊ່ວຍເຫລືອຈາກປະຊາຊົນ ບັນດາເຜົ່າ ແລະ ຮ່ວມສຳພັນສູ້ຮົບກັບກຳລັງ ປກສ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ຍາດເອົາການສະຫນັບສະຫນູນຈາກເພື່ອນມິດ ແລະ ບັນດາກຳລັງກ້າວຫນ້າໃນໂລກ. ກຳລັງ ປກສ ໄດ້ພ້ອມກັບກອງທັບ ແລະ ປະຊາຊົນລາວທັງຊາດດຳເນີນການຕໍ່ສູ້ຢ່າງພິລາດອາດຫານ, ທົນທານຫນຽວແຫນ້ນ ແລະ ບໍ່ຍອມຈຳນົນ ເຮັດໃຫ້ການປະຕິວັດເຮົາໄດ້ຮັບໄຊຊະນະອັນສະຫງ່າງາມເປັນກ້າວໆມາ, ສາມາດຕີຊະນະຈັກກະພັດ 2 ໂຕໃຫ້ປະລາໄຊ, ລົບລ້າງລະບອບສັກດີນາທີ່ຄົງຕົວມາຫລາຍຮ້ອຍປີ ແລະ ໄດ້ສະຖາປະນາລະບອບໃຫມ່, ລະບອບປະຊາທິປະໄຕ ປະຊາຊົນ ທຸກຊົນເຜົ່າເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ຈາກຜົນງານ ແລະ ໄຊຊະນະ ດັ່ງກ່າວ, ກຳລັງ ປກສ ປະຊາຊົນລາວ ໄດ້ຮັບນາມມະຍົດເປັນກຳລັງ ປ້ອງກັນຄວາມສະຫງົບປະຊາຊົນວິລະຊົນຂອງຊາດລາວວິລະຊົນ. ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ແມ່ນພາກສ່ວນຫນຶ່ງຂອງກຳລັງປະ ກອບອາວຸດປະຕິວັດທີ່ຈົງຮັກພັກດີຂອງພັກຂອງປະຊາຊົນລາວບັນດາເຜົ່າ ເຊິ່ງແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ສ້າງຕັ້ງນຳພາໂດຍກົງ, ເດັດ ຂາດ ແລະ ຮອບດ້ານ ແລະ ກໍ່ແມ່ນກຳລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະເທດຊາດເພື່ອປະຊາຊົນ ນັບແຕ່ມື້ກຳເນີດເປັນຕົ້ນມາ, ກຳລັງປ້ອງກັນຄວາມສະຫງົບໄດ້ຜ່ານຜ່າການທົດສອບນາໆປະການ ຢູ່ໃນຂະບວນວິວັດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ.




|