ອຊນສ ເຜີຍ​ແຜ່​ວຽກ​ງານ​ເລືອກ​ຕັ້ງ ສສຊ ຊຸດ​ທີ VII PDF ພິມ ອີເມລ
ຂຽນໂດຍ Daravanh LUANGKHOT   
ວັນອັງຄານທີ່ 03 ພຶດສະພາ 2011 ເວລາ 08: 32

ໂດຍ​ປະຕິບັດ​ຕາມ​ມະຕິ​ຕົກລົງ​ ຂອງ​ກົມ​ການ​​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ຊີ້​ນຳ ນຳພາ​ຂອງ​ພັກ​ຕໍ່​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII. ໃນ​ວັນ​ທີ​ 29 ​ເມສາ 2011 ອົງການ ຊັບ​ພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ ກໍ່​ໄດ້​ດຳ​ເນີນ​ການຈັດ​ຕັ້ງ​ເຜີຍ​ແຜ່ ​ເອກະສານ ກ່ຽວ​ກັບການ​ເລືອກ​ຕັ້ງ​ສະມາຊິ​ກສະພາ​ແຫ່ງ​ຊາດ ຊຸດ​ທີ VII. ​ ​ໃນ​ນີ້​ໄດ້​ໃຫ້​ກຽດ​ຂຶ້ນ​ບັນຍາຍ​​ໂດຍ​ ທ່ານ ສີ​ສຸກ ພິລາ​ວົງ ຮອງ​ເລຂາ ຄະນະ​ພັກ, ຮອງ​ຫົວໜ້າ ​ໂຄສະນາ​ອົບຮົມ​ສູນ​ກາງພັກ. ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສີສະ​ຫວັດ ວິທະ​ໄຊ ຮອງ​ຫົວໜ້າ ອົງການ​ຊັບພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ, ບັນດາຫົວຫນ້າຫ້ອງການ, ກົມ, ກອງ, ສະຖາບັນ ຕະຫລອດເຖີງພະນັກງານ ​ລັດຖະກອນ ພາຍ​ໃນ ອຊນສ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ໜ້າ.


ໂດຍນັກວິທະຍາກອນ ໄດ້ຍົກໃຫ້ເຫັນວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດແມ່ນໜ້າທີ່ອັນມີກຽດສະຫງ່າ ຂອງພົນລະເມືອງລາວທຸກຄົນ ເພາະວ່າ: ລັດເຮົາແມ່ນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນອັນແທ້ຈິງ ຕະຫລອດ 35 ປີ ຜ່ານມາ, ປະຊາຊົນ ບັນດາເຜົ່າ ໄດ້ສາມັກຄີ ເປັນຈິດໜຶ່ງໃຈດຽວພາຍໃຕ້ການນຳພາຂອງພັກ, ເດັດດ່ຽວເສຍສະຫລະ ສູ້ຊົນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ແລະ ອີກຢ່າງ ສະພາແຫ່ງຊາດແມ່ນອົງການສິດອຳນາດໂດຍແມ່ນປະຊາຊົນ ເປັນຜູ້ເລືອກຕັ້ງ ໂດຍກົງ, ປະຕິບັດສິດປະຊາຊົນມອບໃຫ້ ແລະ ເປັນບ່ອນສິດອຳນາດຂອງປະຊາຊົນໄດ້ເລີ່ມປະຕິບັດຈາກສະພາແຫ່ງຊາດນັ້ນເອງ ໝາຍວ່າ ສະມາຊິກສະພາແຫ່ງຊາດຕ້ອງແມ່ນບຸກຄົນທີ່ດີເດັ່ນ, ເປັນຕົວແທນໃຫ້ແກ່ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ຢູ່ໃນສະພາແຫ່ງຊາດ. ຍ້ອນເຫດຜົນ ດັ່ງກ່າວ ຈຶ່ງຊີ້ໃຫ້ເຫັນວ່າ: ການໄປໃຊ້ສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຈຶ່ງແມ່ນໜ້າທີ່ຂອງພົນລະເມືອງທຸກຄົນ ຊຶ່ງຄົນລາວ ທຸກຄົນຕ້ອງຍົກສູງຄວາມຮັບຜິດຊອບປຸກລະດົມພ້ອມພາກັນໄປໃຊ້ສິດເລືອກຕັ້ງ ສະມາຊິກສະພາ ຊຸດທີ VII ຢ່າງທົ່ວເຖິງຕາມສິດ ແລະ ພັນທະ ຂອງຕົນ.

ນອກນັ້ນ ທ່ານໄດ້ເນັ້ນຕື່ມວ່າ: ໄປໃຊ້ສິດເລືອກຕັ້ງສະມາຊິກສະພາແຫ່ງຊາດແມ່ນການປະຕິບັດສິດປະຊາທິປະໄຕ ໂດຍກົງຂອງພົນລະເມືອງລາວ ແລະ ການໄປໃຊ້ສິດປ່ອນບັດເລືອກຕັ້ງຍັງແມ່ນຄວາມຮັບຜິດຊອບ, ແມ່ນສະຕິຕື່ນຕົວທາງດ້ານການເມືອງ, ແມ່ນໜ້າທີ່ ທີ່ມີກຽດສະຫງ່າ, ແມ່ນການປະຕິບັດສິດເປັນເຈົ້າ ແລະ ພັນທະຂອງພົນລະເມືອງລາວທຸກຄົນ. ສະນັ້ນ,ຕ້ອງປຸກລະດົມ, ຊັກຊວນໃຫ້ທຸກຄົນທີ່ມີສິດເລືອກຕັ້ງໄປໃຊ້ສິດ ຂອງຕົນຢ່າງທົ່ວເຖິງ, ຮັບປະກັນໄປ ລົງຄະແນນສຽງໃຫ້ໄດ້ 100% ຮັບປະກັນຄວາມເປັນລະບຽບ ຮຽບຮ້ອຍ ແລະ ຄວາມສະຫງົບ ໃຫ້ແກ່ການເລືອກຕັ້ງ 100%.

LAST_UPDATED2