|
ປູກຈິດສຳນຶກການຮັກສາສິ່ງແວດລ້ອມໃຫ້ເຍົາວະຊົນ |
|
|
|
|
ຂຽນໂດຍ ວຽງຈັນໃໝ່
|
|
ວັນຈັນທີ່ 16 ພຶດສະພາ 2011 ເວລາ 15: 07 |
|

(ວຽງຈັນໃໝ່) ການແຂ່ງຂັນແຕ້ມຮູບສຳລັບນັກຮຽນຊັ້ນປະຖົມຈາກ 4 ຕົວເມືອງໃນນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ຜົນດີຂອງປ່າໄມ້ທີ່ຕອບສະໜອງໃຫ້ແກ່ພວກເຮົາ ຫຼື ຜົນເສຍຂອງການຕັດໄມ້ທຳລາຍປ່າ” ເຊິ່ງຈັດຂຶ້ນໃນວັນທີ 13 ພຶດສະພາ 2011 ທີ່ສູນເຝິກອົບຮົມແມ່ຍິງລາວ ໂດຍມີທ່ານນາງ ບຸນຄຳ ວໍລະຈິດ ຫົວໜ້າກອງປະເມີນຜົນດ້ານສິ່ງແວດລ້ອມຂອງອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ແລະ ນ້ອງນັກຮຽນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ບຸນຄຳ ວໍລະຈິດ ໄດ້ກ່າວວ່າ: ການຈັດການແຂ່ງຂັນແຕ້ມຮູບໃນຄັ້ງນີ້ ກໍເພື່ອເປັການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ວັນທີ 5 ມິ ຖຸນາ ໃຫ້ເປັນຂະບວນຟົດຟື້ນ ພ້ອມທັງເປັນການສ້າງຈິດສຳນຶກໃຫ້ນ້ອງນັກຮຽນ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ ນອກຈາກນັ້ນກໍເພື່ອເປັນການເປີດໂອກາດໃຫ້ນ້ອງນັກຮຽນ ສາມາດຖ່າຍທອດຄວາມຮູ້ສຶກນຶກຄິດກ່ຽວກັບການປົກປັກຮັກສາ ສິ່ງແວດ ລ້ອມ ຜ່ານທາງການແຕ້ມຮູບ ເວົ້າລວມ ກໍເພື່ອເຮັດໃຫ້ພວກເຂົາເຂົ້າໃຈເຖິງຄວາມສຳຄັນໃນການປົກປັກ ຮັກສາສິ່ງແວດລ້ອມ ກໍຄືຊັບພະຍາກອນທຳມະຊາດ.
ການແຂ່ງຂັນໃນຄັ້ງນີ້ ໄດ້ມີນ້ອງນັກຮຽນເຂົ້າຮ່ວມຈາກ 4 ເມືອງ ຄື: ເມືອງໄຊເຊດຖາ ສີສັດຕະນາກ ຈັນທະບູລີ ແລະ ເມືອງສີໂຄດຕະບອງ ໃນການແຂ່ງຂັນນີ້ ໄດ້ຄັດເອົາເປັນ 4 ລາງວັນ ຄື: ລາງວັນທີ 1 ໄດ້ຮັບທຶນການສຶກສາ ຈຳນວນ 500.000 ກີບ ລາງວັນທີ 2 ຈຳນວນ 400.000 ກີບ ລາງ ວັນທີ 3 ຈຳນວນ 300.000 ກີບ ແລະ ລາງວັນຊົມເຊີຍມີ 10 ລາງວັນ ໄດ້ຮັບທຶນການສຶກສາ 50.000 ກີບ ເຊິ່ງຜົນງານທີ່ໄດ້ຮັບການຄັດເລືອກ ແມ່ນຈະໄດ້ເອົາໄປວາງສະແດງ ຫຼື ໂຄສະນາຕໍ່ໃນແຜ່ນຝາຂອງໂຮງຮຽນ.






|
|
LAST_UPDATED2 |