|
ອຊນສ ເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ຄັ້ງທີ IX ຂອງສູນກາງພັກ |
|
|
|
|
ຂຽນໂດຍ Daravanh LUANGKHOT
|
|
ວັນອັງຄານທີ່ 24 ພຶດສະພາ 2011 ເວລາ 13: 56 |
|

ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ຈັດຕັ້ງການເຜີຍແຜ່ເຊື່ອມຊຶມ ເອກະສານ ຜົນສຳເລັດຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ IX ຂອງພັກ ປະຊາຊົນ ປະຕິວັດ ລາວ. ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາ 2011 ທີ່ສະໂມສອນ ກົມອຸຕຸນິຍົມ ແລະ ອຸທົກກະສາດ. ໂດຍການເປັນປະທານຂອງ ທ່ານ ນ. ເຂັມແພງ ພົນເສນາ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ເລຂາຄະນະພັກຮາກຖານ, ຫົວໜ້າ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ມີຜູ້ເຂົ້າຮ່ວມຮັບຟັງ ຊຶ່ງແມ່ນເລຂາ, ຄະນະໜ່ວຍພັກ, ສະມາຊິກພັກ, ຫົວໜ້າ, ຄະນະຫ້ອງການ, ກົມ, ກອງ, ສະຖາບັນ, ເລຂາ, ປະທານ ສາມອົງການຈັດຕັ້ງມະຫາຊົນ ແລະ ພະນັກງານຫລັກແຫລ່ງພາຍໃນ ອຊນສ ຢ່າງພ້ອມພຽງ.
ທ່ານ ນ. ເຂັມແພງ ພົນເສນາ ໄດ້ໃຫ້ກຽດຂຶ້ນເຜີຍແຜ່ເອກະສານຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IX ຂອງພັກປະຊາຊົນປະຕິວັດລາວ ທີ່ມີເນື້ອໃນສຳຄັນວ່າ: ກອງປະຊຸມໃຫຍ່ເລັ່ງໃຫ້ນຳເອົາຫນ້າທີ່ລວມແຫ່ງການບຸກທະລຸທັງ 4 ດ້ານນັ້ນເຂົ້າສູ່ພາກປະຕິບັດໂດຍໄວ, ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາບັນດາຫນ້າທີ່ ແລະ ທິດທາງວຽກງານຈຸດສຸມໃນ 5 ປີຕໍ່ຫນ້າ (2011-2015) ເຊັ່ນທາງດ້ານ ເສດຖະກິດແມ່ນຢຶດຫມັ້ນ ແລະ ສືບຕໍ່ປະຕິບັດວຽກງານຈຸດສຸມຕົ້ນຕໍຖືເອົາການພັດທະນາເສດຖະກິດເປັນໃຈກາງ ພັດທະນາຂົງເຂດວັດທະນະທຳ- ສັງຄົມ ໃຫ້ສົມຄູ່ກັບເສດຖະກິດ, ຮັບປະກັນຄວາມກົມກຽວ ແລະ ຄວາມຍືນຍົງໂດຍຢຶດຫມັ້ນການພັດທະນາ ລະບົບການສຶກສາແຫ່ງຊາດ ຫລື ການສ້າງຄົນເປັນໃຈກາງ, ເສີມຂະຫຍາຍບົດບາດຂອງລະບົບອົງການອຳນາດແຫ່ງລັດໃຫ້ສູງຂຶ້ນ. ເພີ່ມທະວີ ວຽກງານແນວໂຮມຂອງພັກ, ປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງກວ້າງຂວາງ ເປີດກວ້າງ ການພົວພັນກັບຕ່າງປະເທດ ແລະ ຮ່ວມມື ສາກົນ ໂດຍຢຶດຫມັ້ນ ແນວທາງການຕ່າງປະເທດສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເຫມີຕົ້ນສະເຫມີປາຍ ແລະ ປັບປຸງກໍ່ສ້າງພັກ ໃຫ້ມີຄວາມປອດໃສຫນັກແຫນ້ນ ແລະ ເຂັ້ມແຂງ ມີຄວາມສາມາດນຳພາຢ່າງສົມຄູ່ກັບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນເງື່ອນໄຂໃຫມ່ ໂດຍຍຶດຫມັ້ນໃນທິດທາງລວມກ່ຽວກັບການສ້າງພັກ.




|
|
LAST_UPDATED2 |