|
ກອງປະຊຸມຂອງຄະນະກຳມະການສິ່ງແວດລ້ອມແຫ່ງຊາດ |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນພະຫັດທີ່ 26 ພຶດສະພາ 2011 ເວລາ 07: 55 |
|

ກອງປະຊຸມຂອງຄະນະກຳມະການສິ່ງແວດລ້ອມແຫ່ງຊາດ ພາຍໃຕ້ເປັນປະທານຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການສິ່ງແວດລ້ອມແຫ່ງຊາດ (ຄສຊ) ໄດ້ຈັດຂຶ້ນວັນທີ ໒໔ ພຶດສະພາ ໒໐໑໑ ທີ່ສູນການຮ່ວມມືສາກົນ ແລະ ການເຝິກອົບຮົມ ນະຄອນຫຼວງວຽງຈັນ ຊຶ່ງມີທ່ານ ສີຕາເຮັ່ງ ຣາຊະພົນ ລັດຖະມົນຕີວ່າການກະຊວງກະສິກຳ-ປ່າໄມ້ ແລະ ພະນັກງານຈາກຂະແໜງການທີ່ກ່ຽວຂ້ອງ ກໍຄືຄະນະກຳມະການສິ່ງແວດລ້ອມແຫ່ງຊາດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄ້ວາ ປະກອບຄຳຄິດຄຳເຫັນຕໍ່ ໒ ເອກະສານທີ່ສຳຄັນ ຄື: ໂຄງການຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ແຜນງານລົງທຶນດ້ານປ່າໄມ້ ສະເໜີໂດຍກະຊວງກະສິກຳ-ປ່າໄມ້ ແລະ ຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ວ່າດ້ວຍການຂົນສົ່ງແບບຍືນຍົງຕໍ່ສິ່ງແວດລ້ອມ ສະເໜີໂດຍກະຊວງໂຍທາທິການ ແລະ ຂົນສົ່ງ.
ຄືພວກເຮົາຮູ້ນຳກັນແລ້ວວ່າ ບັນຫາໂລກຮ້ອນໄດ້ກາຍເປັນບັນຫາທີ່ສຳຄັນທີ່ໄດ້ໃຫ້ອາກາດມີການ ປ່ຽນແປງ ເກີດມີພາຍຸເຮັດໃຫ້ການຜະລິດສະບຽງອາຫານໃນທົ່ວໂລກຖືກຜົນ ກະທົບ ແລະ ບັນຫາອື່ນໆ ໜຶ່ງໃນສາເຫດທີ່ພາໃຫ້ໂລກຮ້ອນ ແມ່ນການສູນເສຍຊັບພະຍາກອນປ່າໄມ້ ການປ່ອຍທາດອາຍພິດເຮືອນແກ້ວຈາກການທຳລາຍປ່າໄມ້ຂຶ້ນສູ່ອາກາດ.
ໃນຂະແໜງຂົນສົ່ງ ຈາກການເພີ່ມຂຶ້ນຂອງຍານພາຫະນະ ກໍໄດ້ສົ່ງຜົນກະທົບ ທັງດ້ານບວກ ແລະ ດ້ານລົບ ໄປພ້ອມກັນ ຄື: ດ້ານບວກ ໄດ້ເຮັດໃຫ້ເສດຖະກິດແຫ່ງຊາດມີການຂະຫຍາຍຕົວ ການຈໍລະຈອນໄປມາສະດວກ ແລະ ສາມາດຂົນສົ່ງສິນຄ້າໃນທົ່ວປະເທດ ແລະ ດ້ານລົບ ແມ່ນການເກີດອຸບັດເຫດ ການໃຊ້ນ້ຳມັນຢ່າງຫຼວງ ຫຼາຍທີ່ສ້າງມົນລະພິດຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງຄົນເຮົາ.
ເພື່ອສືບຕໍ່ຈັດຕັ້ງ ແລະ ຜັນຂະຫຍາຍຍຸດທະສາດດັ່ງກ່າວ ກໍຄືກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ລະບຽບການອື່ນໆທີ່ຕິດພັນກັບສິ່ງແວດລ້ອມ ເຊິ່ງກອງປະຊຸມຄັ້ງນີ້ ນອກຈາກຈະສະເໜີທັງສອງເນື້ອໃນເອກະສານແລ້ວ ຍັງຈະຊອກຫາຊ່ອງທາງປັບປຸງແກ້ໄຂຂໍ້ຄົງຄ້າງໃຫ້ມີປະສິດທິຜົນ ດີຂຶ້ນ.
|
|
LAST_UPDATED2 |