|
ຫຼາຍພາກສ່ວນຮ່ວມປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນພຸດທີ່ 01 ມິຖຸນາ 2011 ເວລາ 07: 01 |
|

ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຊຶ່ງເປັນວັນທີ່ມີຄວາມໝາຍສຳຄັນທາງດ້ານປະຫວັດສາດສຳລັບ ເດັກນ້ອຍໃນທົ່ວໂລກ ກໍຄືເດັກນ້ອຍລາວບັນດາເຜົ່າ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ທີ່ໄດ້ໝູນວຽນມາຄົບຮອບອີກເທື່ອໜຶ່ງ.
ຕອນເຊົ້າວັນທີ 31 ພຶດສະພາ 2011 ນີ້ ສູນກາງຊາວໜຸ່ມ ປປ ລາວ ໄດ້ຈັດພິທີປູກຕົ້ນໄມ້ຢູ່ທີ່ບໍລິເວນເດີ່ນຫໍພິພິທະພັນ ໄກສອນ ພົມວິຫານ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ປະທານຄະນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດ ທ່ານຫົວໜ້າຫ້ອງວ່າການສູນກາງພັກ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍລັດຖະມົນຕີ ແລະ ນ້ອງນ້ອຍ ເຍົາວະຊົນ-ຊາວໜຸ່ມ.
ການປູກຕົ້ນໄມ້ຄັ້ງນີ້ ແມ່ນໄດ້ນຳເອົາຕົ້ນຈຳປາ ເຊິ່ງເປັນຕົ້ນໄມ້ປະຈຳຊາດຂອງລາວ ແລະ ຕົ້ນໄມ້ປະດັບຈຳນວນຫຼາຍຕົ້ນ ມາປູກເພື່ອເຮັດໃຫ້ສະຖານທີ່ດັ່ງກ່າວມີຄວາມສວຍງາມ ທັງນີ້ກໍເພື່ອເປັນການປະຕິບັດນະໂຍບາຍ 6 ສ (ສີຂຽວ) ຂອງນະຄອນຫຼວງ ແລະ ເປັນການປູກຈິດສຳນຶກໃຫ້ນ້ອງນ້ອຍເຍົາວະຊົນຜູ້ທີ່ສືບທອດປະເທດ ຊາດ ຮູ້ຄຸນຄ່າຂອງປ່າໄມ້ ກໍຄືຊັບພະຍາກອນທຳມະຊາດ ພ້ອມໃຈກັນມາປົກປັກຮັກສາສະພາບແວດລ້ອມໃຫ້ນັບມື້ຫຼາຍຂຶ້ນ ສ້າງໂລກເຮົາໃຫ້ເປັນໂລກທີ່ໜ້າຢູ່. |
|
LAST_UPDATED2 |