ສພຊ-ອຊນສ ຈັດກິດຈະກຳສະຫຼອງວັນສິ່ງແວດລ້ອມໂລກ PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນຈັນທີ່ 06 ມິຖຸນາ 2011 ເວລາ 08: 04

(ວຽງຈັນໃຫມ່) ສະ­ພາ​ແຫ່ງ​ຊາດ (ສພຊ) ອົງ­ການ ​ຊັບ­ພະ­ຍາ­ກອນ​ນ້ຳ ແລະ ສິ່ງ­ແວ­ດລ້ອມ (ອຊນສ) ຈັດ​ພິ­ທີ​ປູກ​ຕົ້ນ­ໄມ້ ແລະ ຍ່າງ​ເພື່ອ​ສຸ­ຂະ­ພາບ ສ້າງ​ຂະ​ບວນ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສິ່ງ­ແວ­ດລ້ອມ​ໂລກ 5 ມິ­ຖຸ­ນາ 2011 ພາຍ​ໃຕ້​ຫົວ­ຂໍ້ "ປ່າ­ໄມ້ ແມ່ນ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ທີ່​ຕອບ​ສະ­ໜອງ​ທຸກ​ຢ່າງ​ໃຫ້​ພວກ​ເຮົາ" ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 4 ມິ­ຖຸ­ນາ 2011 ຜ່ານ​ມາ ທີ່​ບໍ­ລິ­ເວນ​ເດີ່ນ​ພຣະ​ທາດ­ຫຼວງ.

ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ໄດ້​ກ່າວ​ໃນ​ພິ­ທີ​ຄັ້ງ​ນີ້​ວ່າ: ປ່າ­ໄມ້​ແມ່ນ​ແຫຼ່ງ​ຊັບ­ພະ­ຍາ­ກອນ​ທີ່​ຕອບ​ສະ­ໜອງ 4 ປັດ​ໄຈ​ພື້ນ­ຖານ​ໃນ​ການ​ດຳ­ລົງ​ຊີ­ວິດ​ປະ­ຈຳ​ວັນ​ຂອງ​ປະ­ຊາ­ຊົນ ເປັນ­ຕົ້ນ ໃຊ້​ເປັນ​ອາ­ຫານ​ຢາ​ປົວ​ພະ­ຍາດ​ທີ່­ຢູ່​ອາ­ໄສ ແລະ ເຄື່ອງ­ນຸ່ງ​ຮົ່ມ ມີ​ບົດ­ບາດ​ສຳ­ຄັນ​ໃນ​ການ​ຮັກ­ສາ​ລະ­ບົບ​ນິ­ເວດ​ວິ­ທະ­ຍາ ເຊັ່ນ: ການ​ຜະ­ລິດ​ອົກ​ຊີ​ແຊນ ດູດ​ທາດ​ອາຍ​ກາ​ໂບ​ນິກ ເຮັດ​ໃຫ້​ຝົນ­ຕົກ​ຖືກ​ຕາມ​ລະ­ດູ ຊ່ວຍ​ບໍ່​ໃຫ້​ໂລກ​ຮ້ອນ ແລະ ຍັງ​ມີ​ບົດ­ບາດ​ສຳ­ຄັນ​ໃນ​ການ​ປ້ອງ​ກັນ​ໄພ­ພິ­ບັດ​ທຳ​ມະ​ຊາດ​ຕ່າງໆ ເຊັ່ນ: ໄພ​ແຫ້ງ ແລ້ງ ນ້ຳ​ຖ້ວມ ຕ້ານ​ການ​ກາຍ­ເປັນ​ທະ­ເລ­ຊາຍ ການ​ເຊາະ​ເຈື່ອນ​ຂອງ​ດິນ ແລະ ອື່ນໆ.

 

ປັດ­ຈຸ­ບັນ ປ່າ­ໄມ້​ແມ່ນ​ນັບ​ມື້​ຖືກ​ເຊື່ອມ​ຖອຍ​ລົງ ອັນ​ໄດ້​ສ້າງ​ຜົນ​ກະ­ທົບ​ໂດຍ​ກົງ ຫຼື ທາງ​ອ້ອມ​ຕໍ່​ສິ່ງ­ແວ­ດລ້ອມ ການ​ດຳ­ລົງ​ຊີ­ວິດ​ຂອງ​ສິ່ງ​ທີ່​ມີ​ຊີ­ວິດ ລວມ​ໄປ​ເຖິງ​ມະ­ນຸດ​ເຮົາ ຊຶ່ງ ສປປ ລາວ ເນື້ອ­ທີ່​ປ່າ­ໄມ້​ຢູ່​ທົ່ວ​ປະ­ເທດ​ຫຼຸດ​ໜ້ອຍ​ຖອຍ​ລົງ ເຮັດ​ໃຫ້­ການ​ເກັບ​ກັກ​ອາຍ​ກາ​ໂບ​ນິກ ກໍ​ຫຼຸດ​ໜ້ອຍ​ລົງ​ເຊັ່ນ​ດຽວ​ກັນ ສາ­ມາດ​ເຮັດ​ໃຫ້​ໂລກ​ຮ້ອນ ແລະ ຮ້ອນ​ຂຶ້ນ​ທຸກ​ວັນ.

ດັ່ງ­ນັ້ນ ກິດ­ຈະ­ກຳ​ໃນ​ມື້­ນີ້​ແມ່ນ​ເພື່ອ​ເປັນ​ການ​ປູກ​ຈິດ​ສຳ­ນຶກ​ປຸກ ລະ­ດົມ​ໃຫ້​ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ​ໃຫ້​ຮູ້­ຈັກ​ອະ­ນຸ​ຮັກ-ຮັກ­ສາ ແລະ ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ ພ້ອມ​ກັນ​ຮ່ວມ​ຂະ​ບວນ​ການ​ສ້າງ​ປະ­ເທດ​ລາວ​ໃຫ້​ເປັນ​ສີ­ຂຽວ ສະ­ອາດ ແລະ ສວຍ​ງາມ ເພື່ອ​ຮ່ວມ​ກັບ​ປະ­ຊາ​ຄົມ​ໂລກ ໃນ​ການ​ຕໍ່­ສູ້​ແກ້​ໄຂ​ພາ­ວະ​ໂລກ​ຮ້ອນ ແລະ ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ​ໃຫ້​ນັບ​ມື້​ຫຼຸດ​ລົງ.

ເຂົ້າ​ຮ່ວມ​ກິດ­ຈະ­ກຳ​ຄັ້ງ​ນີ້​ມີ​ທ່ານ ສະ­ໝານ ວິ​ຍະ​ເກດ ຫົວ­ໜ້າ​ຄະ­ນະ​ຊີ້​ນຳ​ວຽກ​ງານ​ແນວ​ຄິດ​ທິດ​ສະ​ດີ-ສັງ­ຄົມ ຂັ້ນ​ສູນ​ກາງ ທ່ານ ສຸ​ກັນ ມະ­ຫາ­ລາດ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ​ວ່າ­ການ​ຊ່ວຍ​ວ່າ­ການ ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ ແລະ ມວນ​ຊົນ.



LAST_UPDATED2