|
ສານຂອງ ທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ, ວັນທີ 5 ມິຖຸນາ 2011

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ
ຊັບພະຍາກອນປ່າໄມ້ ປະກອບດ້ວຍ ດິນ, ພືດພັນ, ຕົ້ນໄມ້, ນ້ຳ, ສັດປ່າ ແລະ ອື່ນໆ ທີ່ມີຊີວິດ ແລະ ບໍ່ມີຊີວິດ ຢູ່ໃນປ່າໄມ້. ຊັບພະຍາກອນ ປ່າໄມ້ ແມ່ນຊັບພະຍາກອນພື້ນຖານສຳຄັນຢ່າງໜຶ່ງ ຊຶ່ງສາມາດທົດແທນຄືນໄດ້. ປ່າໄມ້ ຍັງສາມາດ ສະໜອງພະລັງງານ, ເປັນສິນຄ້າ, ເຄື່ອງປ່າຂອງດົງ ໃຊ້ເປັນອາຫານຂອງຄົນ ແລະ ສັດ.
lປ່າໄມ້ ມີບົດບາດສຳຄັນ ໃນການຮັກສາແຫຼ່ງນ້ຳ, ວົງຈອນນ້ຳທຳມະຊາດ, ຮັກສາທຳມະຊາດ, ຮັກສາຄຸນນະພາບຂອງດິນ, ຜະລິດອາກາດ ຫາຍໃຈ ແລະ ດູດເອົາທາດເບື່ອ ທັງເປັນບ່ອນອາໄສຂອງຊີວະນາໆພັນ, ເປັນແຫຼ່ງກຳເນີດຂອງ ພືດພັນນາໆຊະນິດ ຊຶ່ງທັງໝົດເຫຼົ່ານັ້ນ ລ້ວນແຕ່ ມີບົດບາດສຳຄັນ ຕໍ່ການປ້ອງກັນໄພພິບັດທຳມະຊາດ.
ປະຈຸບັນ, ຊັບພະຍາກອນປ່າໄມ້ ກຳລັງຖືກຄຸກຄາມຈາກມະນຸດ ດ້ວຍຫຼາຍຮູບການເຊັ່ນ: ການຈູດປ່າ ແລະ ການຕັດໄມ້ທຳລາຍປ່າ ເພື່ອຈຸດປະສົງ ຕ່າງໆ ເຮັດໃຫ້ປ່າໄມ້ ຢູ່ໃນໂລກເຊື່ອມໂຊມລົງແຕ່ລະປີ ມີເຖິງ 14 ລ້ານເຮັກຕາ ບັນຫາດັ່ງກ່າວໄດ້ການເປັນສາເຫດ ຂອງຄວາມທ້າທາຍ ແລະ ເສຍຫາຍຫຼາຍຢ່າງ ຕໍ່ພືນແຜນດິນຂອງພວກເຮົາເຊັ່ນ: ດິນເຊາະເຈື່ອນ, ການສູນເສຍຄວາມຫຼາກຫຼາຍທາງດ້ານ ຊີວະນາໆພັນ, ທີ່ຢູ່ອາໃສຂອງສັດປ່າຖືກທຳລາຍ, ແຫຼ່ງນ້ຳທຳມະຊາດບົກແຫ້ງ, ດິນເຊື່ອມໂຊມ ແລະ ແຂງກະແດ້ງ, ດິນຟ້າອາກາດ ມີການປ່ຽນແປງ ບໍ່ຖືກຕ້ອງຕາມ ລະດູການ ແລະ ອື່ນໆຕາມມາ ຊຶ່ງໄດ້ສົ່ງຜົນກະທົບໃຫຍ່ຫຼວງ ຕໍ່ຊີວິດການເປັນຢູ່ຂອງມວນມະນຸດ ໂດຍສະເພາະ ແມ່ນບັນດາປະເທດດ້ອຍພັດທະນາ ກໍ່ຄືປະຊາຊົນ ຜູ້ທຸກຍາກໃນໂລກ.
ຍ້ອນເຫັນໄດ້ຄວາມສຳຄັນດັ່ງກ່າວ, ມື້ນີ້, ວັນທີ 5 ມິຖຸນາ 2011, ພັກ ແລະ ລັດຖະບານ ກໍ່ຄືປະຊາຊົນ ລາວບັນດາເຜົ່າ ໃນທົ່ວປະເທດ ໄດ້ຮ່ວມກັບປະຊາຊາດໃນທົ່ວໂລກ ຈັດຕັ້ງສະເຫຼີມສະຫຼອງ ວັນສິ່ງ ແວດລ້ອມໂລກ ພາຍໃຕ້ຄຳຂວັນ “ ປ່າໄມ້ ແມ່ນຊັບພະຍາ ກອນທຳມະຊາດ ທີ່ສະໜອງທຸກຢ່າງ ໃຫ້ແກ່ພວກເຮົາ” ແລະ ອົງການ ສະຫະປະຊາຊາດ ກໍ່ໄດ້ຕົກລົງ ປະກາດເອົາ ປີ 2011 ນີ້ ເປັນປີ ປ່າໄມ້ສາກົນ ໂດຍກຳນົດ ເອົາຄຳຂວັນ “ປ່າໄມ້ ເພື່ອປະຊາຊົນ”.
ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ
ສປປ ລາວ ເປັນປະເທດໜຶ່ງ ທີ່ຍັງມີຄວາມອຸດົມສົມບູນ ທາງດ້ານຊັບພະຍາກອນປ່າໄມ້ ຫຼາຍກວ່າ 40% ຂອງເນື້ອທີ່ທັງໝົດ ຂອງປະເທດ ຊຶ່ງມີບົດບາດສຳຄັນ ຕໍ່ການພັດທະນາເສດຖະກິດຂອງປະເທດເຮົາ.
ປ່າໄມ້ ຍັງສະໜອງທຸກຢ່າງໃຫ້ແກ່ພວກເຮົາ ເປັນຕົ້ນແມ່ນ ອາກາດຫາຍໃຈທີ່ບໍລິສຸດ, ເປັນບ່ອນກຳເນີດແຫຼ່ງນ້ຳ ແລະ ອາຫານສຳລັບ ບໍລິໂພກ, ສະໜອງຢາປົວພະຍາດ, ເຄື່ອງນຸ່ງຫົ່ມ, ສິ່ງປຸກສ້າງ ແລະ ອື່ນໆ.
ແຕ່ເຖິງຢ່າງໃດກໍ່ດີ ໃນໄລຍະຫຼາຍ ສິບປີຜ່ານມານີ້ ເນື້ອທີ່ປ່າໄມ້ຂອງພວກເຮົາ ໄດ້ຫຼຸດໜ້ອຍຖອຍລົງ ຊຶ່ງສະແດງໃຫ້ພວກເຮົາເຫັນວ່າ ປ່າໄມ້ໄດ້ປ່ຽນແປງໃນລະດັບເຕືອນໄພແລ້ວ ຖ້າຫາກທຽບໃສ່ຊຸມປີ 1960 ມີເນື້ອທີ່ປ່າໄມ້ປົກຫຸ້ມເຖິງ 70%. ການປ່ຽນແປງດັ່ງກ່າວ ໄດ້ເຮັດໃຫ້ປະລິມານປ່າໄມ້ຫຼຸດລົງ ອັນເຮັດໃຫ້ທີ່ຢູ່ອາໄສ ກໍ່ຄືຈຳນວນ ປະຊາກອນຂອງສັດປ່ານາໆພັນ ຕະຫຼອດຮອດ ພືດພັນທັນຍາຫານ ທີ່ໄດ້ຈາກປ່າດົງພົງໄພນັ້ນ ນັບມື້ນັບຫຼຸດລົງຢ່າງໜ້າເປັນຫ່ວງ ຊຶ່ງໄດ້ສົ່ງຜົນກະທົບໃນທາງລົບ ຕໍ່ການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ໂດຍລວມຢູ່ປະເທດເຮົາ.
ຍິ່ງໄປກວ່ານັ້ນ, ຍັງສົ່ງຜົນກະທົບໂດຍກົງ ຕໍ່ປະຊາ ຊົນຜູ້ທຸກຍາກ ທີ່ດຳລົງຊີວິດຕິດພັນກັບທຳມະຊາດ. ສາຍເຫດຂອງປ່າໄມ້ຊຸດໂຊມນັ້ນ ຕົ້ນຕໍກໍ່ເນື່ອງ ມາຈາກການຕັດໄມ້ທຳລາຍປ່າ, ການຂຸດຄົ້ນໄມ້ ເພື່ອການຄ້າ ທີ່ບໍ່ມີການຄວບຄຸມ ແລະ ບໍ່ປະຕິບັດ ຕາມລະບຽບ ແລະ ກົດໝາຍຢ່າງເດັດຂາດເຂັ້ມ ງວດ, ການຫັນປ່ຽນພື້ນທີ່ປ່າໄມ້ ໄປເປັນເນື້ອທີ່ກະສິກຳ-ລ້ຽງສັດ, ຂະຫຍາຍເນື້ອທີ່ປຸກສ້າງ ກໍ່ຄືການພັດທະນາ ຕົວເມືອງ ແລະ ຈຸດປະສົງອື່ນໆ.
ການກະທຳດັ່ງກ່າວ ໄດ້ເຮັດໃຫ້ເນື້ອທີ່ປ່າໄມ້ຫຼຸດໜ້ອຍຖອຍລົງ ຊຶ່ງໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ສິ່ງແວດລ້ອມ, ໂລກຂອງພວກເຮົາ ນັບມື້ ນັບຮ້ອນ ຂຶ້ນ, ສະພາບດິນຟ້າອາກາດ ມີການປ່ຽນແປງ, ເກີດໄພພິບັດທຳມະຊາດ ແລະ ອື່ນໆ.
ເພື່ອສະກັດກັ້ນບັນຫາດັ່ງກ່າວນີ້ ພັກ, ລັດຖະບານເຮົາ ຈຶ່ງໄດ້ກຳນົດແຜນຍຸດທະສາດ, ອອກກົດໝາຍ ແລະ ລະບຽບການຕ່າງໆ ກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ ແລະ ອານຸລັກ ຊັບພະຍາກອນ ປ່າໄມ້ ແລະ ໄດ້ຈັດຕັ້ງຢ່າງຈິງຈັງ. ນອກນັ້ນ, ສປປ ລາວ ກໍ່ຍັງເປັນປະເທດພາຄີສົນທິສັນຍາສາກົນ ວ່າດ້ວຍ ສິ່ງແວດລ້ອມຕື່ມອີກ.
ໃນນາມລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມ ຍ້ອງຍໍຊົມເຊີຍ ມາຍັງຂະແໜງການສູນກາງ ແລະ ທ້ອງຖິ່ນ ແລະ ອົງການປົກຄອງແຕ່ລະຂັ້ນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃນທົ່ວປະເທດ ທີ່ໄດ້ມີຄວາມເປັນຫ່ວງເປັນໄຍ ຕໍ່ການປ່ຽນແປງ ຂອງດິນຟ້າອາກາດ ແລະ ການເຊື່ອມໂຊມຂອງ ຊັບພະຍາກອນໄມ້ ດ້ວຍການປະກອບສ່ວນເຂົ້າໃນການ ອະນຸລັກຮັກສາຊັບພະຍາກອນ ທຳມະຊາດ ຢ່າງເປັນເຈົ້າການ.
ຂໍສະແດງຄວາມຂອບໃຈ ຕໍ່ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ ການຮ່ວມໄມ້ຮ່ວມມື ແລະ ຊ່ວຍເຫຼືອທຶນຮອນ, ວັດຖຸ, ອຸປະກອນ ກໍ່ຄືບົດຮຽນຕົວຈິງ ເຂົ້າໃນການປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ຢູ່ ສປປ ລາວ.
ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ
ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ໄດ້ບັນຈົບຄົບຮອບມາອີກວາລະໜຶ່ງນີ້, ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຮຽກຮ້ອງ ມາຍັງທຸກພາກສ່ວນ ທີ່ກ່ຽວຂ້ອງ ຈົ່ງຊ່ວຍກັນ ໂຄສະນາ, ເຜີຍແຜ່ ແລະ ປຸກລະດົມທົ່ວປວງຊົນ ປະກອບສ່ວນເຂົ້າໃນການປົກປັກຮັກສາປ່າໄມ້ ດ້ວຍການຢຸດຕິ ການຕັດໄມ້ທຳລາຍປ່າ ດ້ວຍຮູບການຕ່າງໆ.
ຮຽກຮ້ອງມາຍັງປະຊາຊົນລາວ ບັນດາເຜົ່າ ໃນທົ່ວປະເທດ ຈົ່ງເຂົ້າຮ່ວມຂະບວນ ການປູກຕົ້ນໄມ້ໃຫ້ໄດ້ “ຢ່າງໜ້ອຍ ໜຶ່ງຄົນ ໜຶ່ງຕົ້ນ” ໃນແຕ່ລະປີ ທັງບົວລະບັດຮັກສາໃຫ້ຈະເລີນເຕີບໂຕ ເພື່ອປະກອບສ່ວນຟື້ນຟູ ແລະ ປົກປັກຮັກສາປ່າໄມ້ໃຫ້ເປັນດົງ ແນໃສ່ສ້າງປະເທດລາວຂອງພວກເຮົາ ໃຫ້ເປັນປະເທດ ຂຽວ, ສະອາດ ແລະ ສວຍງາມ. ພ້ອມກັນເຄົາລົບ ແລະ ປະຕິບັດ ກົດໝາຍ ວ່າດ້ວຍ ປ່າໄມ້ຢ່າງເຂັ້ມງວດ.
ພ້ອມກັນຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ ຊັບພະຍາກອນໄມ້ ຢ່າງປະຢັດ ແຕ່ມີປະສິດທິພາບ ແລະ ປະສິດທິຜົນສູງ ໂດຍບໍ່ມີຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ສັງຄົມ.
ທັງໝົດນີ້ ກໍ່ເພື່ອສ້າງຄວາມໝັ້ນຄົງ ແລະ ຄວາມ ສົມດູນຂອງໂລກ ທັງຮັບປະກັນການພັດທະນາໃຫ້ ມີຄວາມຍືນຍົງ ຈົນຊົ່ວລູກຊົ່ວຫຼານ ຂອງພວກເຮົາ ຕະຫຼອດໄປ.
ຂໍຂອບໃຈ |