ກອງ​ປະຊຸມ​ຄັ້ງປະຖົມ​ມະລືກ ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນພະຫັດທີ່ 16 ມິຖຸນາ 2011 ເວລາ 09: 24

* ທ່ານນາງ ປານີ ຢາທໍ່ຕູ້ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ
* ທ່ານ ຈູມມາລີ ໄຊຍະສອນ ເປັນປະທານປະເທດ
* ທ່ານ ທອງສິງ ທຳມະວົງ ເປັນນາຍົກລັດຖະມົນຕີ

 

(ຂປລ): ກອງ​ປະຊຸມ​ຄັ້ງປະຖົມ​ມະ​ລືກ ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ໄຂ​ຂຶ້ນຢ່າງ​ສະຫງ່າຜ່າເຜີຍ ແລະ ເປັນ​ທາງ​ການ ໃນຕອນເຊົ້າວັນທີ 15 ມິຖຸນາ 2011 ນີ້ ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ແລະ ຈະດຳເນີນໄປເຖິງວັນທີ 24/6/2011 ໂດຍມີບັນດາສະມາ ຊິກສະພາ ແຫ່ງຊາດ ທີ່ໄດ້ຮັບການເລືອກຕັ້ງ ຈຳນວນ 132 ທ່ານ, ຍິງ 33 ທ່ານ ເພີ່ມຂຶ້ນຈາກ ຊຸດທີ VI ຈຳນວນ 17 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ. ໃນວາລະດຳເນີນ ກອງປະຊຸມສຳຄັນນີ້, ທີ່ປະຊຸມໄດ້ ເລືອກຕັ້ງເອົາ ທ່ານ ນາງ ປານີ ຢາທໍ່ຕູ້ ເປັນປະທານສະພາແຫ່ງຊາດ ຊຸດທີ VII; ເລືອກຕັ້ງເອົາທ່ານ ຈູມມາລີ ໄຊຍະສອນ ເປັນປະທານປະເທດ ອີກສະໄໝໜຶ່ງ ແລະ ເລືອກ ຕັ້ງ ເອົາທ່ານ ທອງສິງ ທຳມະວົງ ເປັນນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ.

 

 

ໃນວາລະດຳເນີນກອງປະຊຸມ ໂດຍພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ຊຸດທີ VI, ກອງປະຊຸມໄດ້ຕ້ອນ ຮັບການ ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວົດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາຜູ້ນຳຂັ້ນສູງ ຂອງ ພັກ-ລັດ, ບັນດາອະດີດການນຳຂັ້ນສູງ, ບັນດານັກປະຕິວັດ ອາວຸໂສ ຜູ້ຊົງຄຸນວຸດທິ, ບັນດາອະດີດສະມາຊິກ ສະ ພາ ແຫ່ງຊາດ, ນັກທຸລະກິດ, ຕົວແທນອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍ ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ.

ການດຳເນີນກອງປະຊຸມ ໄດ້ເລີ່ມຈາກການຄົບລົບທຸງຊາດ ໂດຍການບັນເລງເພງຊາດ ຂອງກອງດຸລິຍາງ ກອງທັບປະຊາຊົນລາວ, ບັນດາຫລານນ້ອຍ ເຍົາວະຊົນຂຶ້ນມອບຊໍ່ດອກໄມ້ ໃຫ້ຄະນະປະທານກອງປະຊຸມ. ຈາກນັ້ນ ປະທານກອງປະຊຸມ ທ່ານນາງ ປານີ ຢາທໍ່ຕູ້ ໄດ້ກ່າວສູນທອນພົດ ໄຂກອງປະຊຸມຄັ້ງ ປະຖົມ ມະລືກ ຂອງສະພາແຫ່ງຊາດຢ່າງເປັນທາງການ. ຈາກນັ້ນ ທ່ານ ດຣ. ບຸນທອງ ຈິດມະນີ, ຕາງໜ້າໃຫ້ຄະນະກຳມະການເລືອກຕັ້ງລະດັບຊາດ ລາຍງານຜົນ ຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະ ຂອງສະມາຊິກສະພາແຫ່ງ ຊາດ ຊຸດທີ VII ຕໍ່ກອງປະຊຸມ.

ທ່ານ ດຣ. ໄຊສົມພອນ ພົມວິຫານ ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຊຸດທີ VI ໄດ້ຂຶ້ນລາຍງານ ການຊີ້ນຳ ນຳພາຕະຫລອດ ອາຍຸ ການຂອງ ສະພາແຫ່ງຊາດຊຸດທີ VI ແລະ ເຊີນທ່ານນາງ ປານີ ຢາທໍ່ຕູ້ຂຶ້ນກ່າວອຳລາຕຳແໜ່ງ ປະທານສະພາແຫ່ງຊາດ ຊຸດດັ່ງກ່າວ.

ປະທານກອງປະຊຸມ ໄດ້ສະເໜີກ່ຽວກັບໂຄງປະກອບການຈັດຕັ້ງ ຂອງສະພາແຫ່ງ ຊາດ ຊຸດທີ VII ຄຸນລັກສະນະຂອງບຸກຄະລາກອນ ແລະ ສະເໜີເປົ້າໝາຍ ຜູ້ ທີ່ຈະເລືອກຕັ້ງ ເປັນປະທານ, ຮອງປະທານ ແລະ ຄະນະປະຈຳສະພາແຫ່ງຊາດ ຊຸດທີ VII ຊຶ່ງກອງປະຊຸມໄດ້ ເປັນເອກະພາບລົງຄະແນນສຽງເລືອກຕັ້ງເອົາ ທ່ານ ນາງ ປານີ ຢາທໍ່ຕູ້, ເປັນປະທານສະພາ ແຫ່ງຊາດ; ທ່ານ ດຣ. ໄຊສົມພອນ ພົມວິຫານ ແລະ ທ່ານ ສົມພັນ ແພງຄຳມີ ໄດ້ຮັບເລືອກຕັ້ງ ເປັນຮອງປະທານ ສະພາ ແຫ່ງຊາດ ແລະ ເລືອກເອົາຄະນະປະຈຳສະພາແຫ່ງຊາດຈຳນວນ 10 ທ່ານ ຊຶ່ງປະກອບມີ: ທ່ານນາງ ປານີ ຢາທໍ່ຕູ້, ທ່ານ ດຣ. ໄຊສົມ ພອນ ພົມວິຫານ, ທ່ານ ສົມພັນ ແພງຄຳມີ, ທ່ານ ດວງດີ ອຸດທະຈັກ, ທ່ານ ສຈ. ດຣ. ດາວອນ ຫວ່າງວິຈິດ, ທ່ານ ດຣ. ກຸແກ້ວ ອັກຄະ ມົນຕີ, ທ່ານນາງ ດຣ. ສຸວັນເພັງ ບຸບຜານຸວົງ, ທ່ານ ດຣ. ພອນເທບ ພົນເສນາ, ທ່ານ ພົນຈັດຕະ ວາ ວິໄລ ດວງມະນີ ແລະ ທ່ານ ດຣ. ອຸ່ນແກ້ວ ວຸທິລາດ.

ພາຍຫລັງ ຂຶ້ນກ່າວ ຮັບຕຳແໜ່ງ ປະທານສະພາແຫ່ງຊາດ ຊຸດທີ VII ແລ້ວ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະເໜີທີ່ປະຊຸມຮັບຮອງເອົາ ໂຄງປະກອບ ບັນດາ ກຳມາທິການ ຂອງສະພາແຫ່ງຊາດ ຊຸດທີ VII, ກົງຈັກຊ່ວຍວຽກ ແລະ ຮັບຮອງເອົາການແຕ່ງຕັ້ງ ປະທານ, ຮອງປະທານ ບັນດາ ກຳມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ ຊຶ່ງປະກອບມີ: ກຳມາທິການກົດໝາຍ ໂດຍແມ່ນທ່ານ ສຈ. ດາວອນ ຫວ່າງວິຈິດ ເປັນປະທານ; ກຳມາທິການ ເສດຖະກິດ-ແຜນການ ແລະ ການເງິນ ແມ່ນ ທ່ານ ນາງ ດຣ. ສຸວັນເພັງ ບຸບຜານຸວົງ ເປັນປະທານ; ກຳມະທິການວັດທະນະທຳ-ສັງຄົມ ແມ່ນທ່ານ ສຈ. ດຣ. ພອນເທບ ພົນເສນາ ເປັນປະທານ; ກຳມາທິການ ບັນດາເຜົ່າ ແມ່ນ ທ່ານ ດວງດີ ອຸດທະຈັກ ເປັນປະທານ; ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນທ່ານ ພົນຈັດຕະວາ ວິໄລ ດວງ ມະນີ ເປັນປະທານ; ກຳມາທິ ການຕ່າງປະເທດທ່ານ ດຣ. ກຸແກ້ວ ອັກຄະມົນຕີ ເປັນປະທານ ແລະ ຫ້ອງວ່າການ ສະພາແຫ່ງຊາດ ແມ່ນທ່ານ ດຣ. ອຸ່ນແກ້ວ ວຸທິລາດ ເປັນຫົວໜ້າ. ສ່ວນການແຕ່ງຕັ້ງປະທານ, ຮອງປະທານ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ເພດຍິງ ແມ່ນຄະນະປະຈຳສະ ພາແຫ່ງຊາດ ຈະເປັນ ຜູ້ ຄົ້ນຄວ້າ ຕົກລົງສະເພາະ ແລະ ຈະແຈ້ງໃຫ້ຊາບຕາມທີຫລັງ.

ກອງປະຊຸມ ໄດ້ສະເໜີ ແລະ ລົງຄະແນນສຽງຮັບຮອງເອົາ ການແຕ່ງຕັ້ງ ຄະນະລັດຖະສະພາສາກົນແຫ່ງຊາດລາວ ໂດຍແມ່ນ ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ເປັນປະທານ, ທ່ານ ດຣ. ໄຊສົມພອນ ພົມວິຫານ ແລະ ທ່ານ ສົມພັນ ແພງຄຳມີ, ຮອງປະ ທານສະພາແຫ່ງຊາດ ເປັນຮອງປະທານ ແລະ ທ່ານ ດຣ. ກຸແກ້ວ ອັກຄະມົນຕີ, ປະທານກຳມາທິການຕ່າງປະເທດ ເປັນເລຂາທິການ ຄະນະລັດຖະສະພາສາກົນ ແຫ່ງຊາດລາວ.

ໃນກອງປະຊຸມ ພາຍຫລັງ ທີ່ທ່ານປະທານ ປະເທດ, ທ່ານນາຍົກ ລັດຖະມົນຕີ, ປະທານສານປະຊາຊົນສູງສຸດ ແລະ ໄອຍະການສູງສຸດ ຂຶ້ນລາຍງານການ ຊີ້ນຳໆ ພາວຽກງານ ໃນໄລຍະ 5 ປີຜ່ານມາ ແລະ ກ່າວລາໜ້າທີ່ແລ້ວ, ປະທານກອງປະຊຸມ ໄດ້ສະເໜີມາດຖານ ແລະ ເປົ້າໝາຍຜູ້ທີ່ຈະເປັນປະທານປະເທດ ແລະ ຮອງປະທານປະເທດ. ປະທານກອງປະຊຸມ ໄດ້ນຳພາສະມາຊິກ ຄົ້ນຄ້ວາ ພິຈາລະນາ ແລະ ເລືອກຕັ້ງທ່ານ ຈູມມາລີ ໄຊຍະສອນ ເປັນປະທານປະເທດ ແລະ ທ່ານ ບຸນຍັງ ວໍລະຈິດ ເປັນຮອງປະທານປະເທດ ອີກສະໄໝໜຶ່ງ. ຈາກນັ້ນ ທ່ານປະທານປະເທດ ສປປ ລາວ ໄດ້ຂຶ້ນຮັບໜ້າທີ່ ພ້ອມທັງສະເໜີມາດຖານ ແລະ ເປົ້າໝາຍຜູ້ຈະແຕ່ງຕັ້ງເປັນນາຍົກລັດຖະມົນຕີ, ເປັນປະທານສານປະຊາຊົນສູງສຸດ ແລະ ໄອຍະການປະຊາຊົນສູງສຸດ. ປະທານກອງປະຊຸມ ໄດ້ນຳພາສະ ມາຊິກສະພາແຫ່ງຊາດ ຄົ້ນຄວ້າພິຈາລະນາ ແລະ ເລືອກຕັ້ງທ່ານ ທອງສິງ ທຳມະວົງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພາຍຫລັງຂຶ້ນກ່າວຮັບຕຳ ແໜ່ງແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໂຄງປະກອບການຈັດຕັ້ງຂອງລັດຖະບານ, ສະເໜີແຕ່ງຕັ້ງບັນດາຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າ ການ ແລະ ຄະນະລັດຖະບານຊຸດໃໝ. ປະທານກອງປະຊຸມ ໄດ້ນຳພາສະມາຊິກຄົ້ນຄ້ວາພິຈາລະນາ ແລະ ຮັບຮອງເອົາໂຄງປະກອບການຈັດຕັ້ງ ແລະ ການແຕ່ງຕັ້ງ ສະມາຊິກຄະນະລັດຖະບານ ຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ ຈຳນວນ 28 ທ່ານ ເພື່ອສັບຊ້ອນໃສ່ 18 ກະຊວງ ແລະ 3 ອົງການ ທຽບເທົ່າ, ໃນນັ້ນ ເພີ່ມໃໝ່ 4 ກະຊວງຄື: ກະຊວງພານໃນ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງໄປສະນີ-ໂທລະຄົມ ແລະ ການສື່ສານ ແລະ ກະຊວງວິທະຍາສາດ-ເຕັກໂນໂລຊີ; ມີບາງກະຊວງ ກໍໄດ້ມີການເພີ່ມວຽກງານຕື່ມ ເຊັ່ນ: ກະຊວງສຶກສາທິການ ແລະ ກິລາ, ກະຊວງຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. ປະກອບມີຮອງນາຍົກລັດຖະມົນຕີ 4 ທ່ານຄື: ທ່ານ ອາຊາງ ລາວລີ, ທ່ານດຣ. ທອງລຸນ ສີສຸລິດ ທັງເປັນລັດຖະ ມົນຕີວ່າ ການກະຊວງການຕ່າງປະເທດ, ທ່ານ ພົນໂທ ດວງໃຈ ພິຈິດ ທັງເປັນລັດຖະມົນຕີີວ່າການກະຊວງປ້ອງກັນປະເທດ, ທ່ານ ສົມສະຫວາດ ເລັ່ງສະຫວັດ; ບັນດາລັດ ຖະມົນຕີ ແລະ ອົງການທຽບເທົ່າ ມີ: ທ່ານ ດຣ. ບຸນທອງ ຈິດມະນີ ປະທານອົງການ ກວດກາລັດຖະບານ ທັງເປັນຫົວໜ້າອົງການຕ້ານ ການສໍ້ລາດ ບັງຫລວງ, ທ່ານ ດຣ. ພັນຄຳ ວິພາວັນ ລັດ ຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ດຣ. ທອງບັນ ແສງອາພອນ ລັດຖະມົນຕີວ່າການ ກະຊວງປ້ອງກັນ ຄວາມສະຫງົບ, ທ່ານນາງ ອ່ອນຈັນ ທຳມະວົງ ລັດຖະມົນຕີວ່າ ການກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ທ່ານ ຈະເລີນ ເຢຍປາວ ເຮີ ລັດຖະມົນ ຕີວ່າການກະຊວງຍຸຕິທຳ, ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານ-ບໍ່ແຮ່, ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີ ປະຈຳຫ້ອງ ວ່າການລັດຖະບານ, ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າ ການກະຊວງກະສິກຳ-ປ່າໄມ້, ທ່ານ ສິນລະວົງ ຄຸດໄພທູນ ລັດຖະມົນຕີ ຫົວໜ້າ ຫ້ອງວ່າການ ລັດຖະບານ, ທ່ານ ນາມ ວິຍະເກດ ລັດຖະມົນ ຕີວ່າການກະຊວງອຸດສາຫະກຳ-ການຄ້າ, ທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າ ການກະ ຊວງໂຍທາທິການ ແລະ ຂົນສົ່ງ, ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ທ່ານ ພູເພັດ ຄຳພູນວົງ, ລັດຖະມົນຕີ ວ່າການກະຊວງການເງິນ, ທ່ານ ສຈ. ດຣ. ບໍ່ແສງຄຳ ວົງດາລາ, ລັດຖະມົນຕີວ່າ ການກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສຈ. ດຣ. ເອກສະຫວ່າງ ວົງວິຈິດ ລັດຖະ ມົນ ຕີວ່າການກະຊວງສາທາ ລະ ນະສຸກ, ທ່ານ ບຸນເຮືອງ ດວງພະຈັນ ລັດຖະ ມົນຕີປະຈຳ ຫ້ອງວ່າການລັດຖະບານ, ທ່ານ ຄຳປານ ພິລາວົງ ລັດຖະມົນ ຕີກະ ຊວງ ພາຍໃນ, ທ່ານ ສຈ. ດຣ. ບຸນຕຽມ ພິດສະໄໝ ລັດຖະມົນ ຕີປະຈຳຫ້ອງວ່າການລັດຖະບານ, ທ່ານ ດຣ. ດວງສະຫວັດ ສຸພານຸວົງ ລັດຖະມົນຕີປະຈຳ ຫ້ອງວ່າການ ລັດຖະ ບານ, ທ່ານນາງ ເຂັມແພງ ພົນເສນາ ລັດຖະມົນຕີປະຈຳຫ້ອງວ່າການ ລັດຖະບານ, ທ່ານ ສຈ. ດຣ. ບໍ່ວຽງ ຄຳ ວົງດາລາ ລັດຖະມົນຕີວ່າການກະຊວງ ວິທະຍາສາດ- ເຕັກໂນໂລຊີ, ທ່ານ ນູລິນ ສິນບັນດິດ ລັດຖະມົນຕີ ວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ-ໂທລະຄົມ ມະນາຄົມ ແລະ ການສື່ສານ, ທ່ານ ສົມພາວ ໄຟສິດ ເປັນຜູ້ວ່າ ການທະນາຄານ ແຫ່ງ ສປປ ລາວ.

ປະທານກອງປະຊຸມ ໄດ້ນຳພາສະມາຊິກສະພາແຫ່ງຊາດ ຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງ ທ່ານ ຄຳພັນ ສິດທິດຳພາ ເປັນປະທານ ສານ ປະຊາຊົນສູງສຸດ ຄົນ ໃໝ່ ແລະ ເລືອກຕັ້ງທ່ານ ຄຳສານ ສຸວົງ ເປັນໄອຍະການປະຊາຊົນສູງສຸດຄົນໃໝ .

ສຳລັບຕອນບ່າຍຂອງວັນດຽວກັນ ກອງປະຊຸມໄດ້ຮັບຟັງການລາຍງານ ໂດຍສັງເຂບ ກ່ຽວກັບ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີຄັ້ງທີ VI (2006-2010) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສົກປີ 2011-2015 ຈາກທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2010-2011 ແລະ ສະເໜີຮ່າງແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2011-2012 ຈາກຜູ້ຕາງໜ້າ ກະຊວງ ແຜນການ ແລະ ການລົງທືນ. ພ້ອມກັນນີ້ ກໍໄດ້ຮັບຟັງການ ປະກອບຄຳເຫັນຂອງປະທານ ກຳມະທິການເສດຖະກິດ-ແຜນການ ແລະ ການເງິນ; ປະທານກຳມະທິການ ວັດທະນະທຳ-ສັງຄົມ ແລ້ວ. ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ແລະ ໃຫ້ທິດຊີ້ນຳ ໃນການປະກອບຄຳເຫັນຂອງ ສະມາຊິກສະພາ ແຫ່ງຊາດ.

LAST_UPDATED2