|
ການນຳໃຊ້ເຕັກໂນໂລຊີອາວະກາດ ເພື່ອສິ່ງແວດລ້ອມ ຄັ້ງທີ 3 |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນສຸກທີ່ 17 ມິຖຸນາ 2011 ເວລາ 07: 58 |
|

ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ) ຮ່ວມກັບ ອົງການ ສຳຫຼວດອາວະກາດແຫ່ງຊາດ ປະເທດຍີ່ປຸ່ນ ຈັດກອງປະຊຸມນຳໃຊ້ ເຕັກໂນໂລຊີອາວະກາດ ເພື່ອສິ່ງແວດລ້ອມ ຄັ້ງທີ 3 ຂອງ ອົງການ ອາວະກາດພາກພື້ນອາຊີ-ປາຊີຟິກ ໃນ ສປປ ລາວ. ລະຫວ່າງ ວັນທີ 16-17 ມິຖຸນາ 2011, ທີ່ ໂຮງແຮມ ລາວພລາຊາ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເປີດໂອກາດໃຫ້ພະນັກງານວິຊາການຂອງ ສ ປປ ລາວ ໄດ້ມີການແລກປ່ຽນຄວາມຮູ້ ແລະ ປະສົບການກັບບັນດາຊ່ຽວຊານທີ່ມາຈາກຕ່າງປະເທດ ເພື່ອຈະສາມາດນຳເອົາ ເຕັກໂນໂລຊີ ອາວະກາດ ມາໝູນໃຊ້ໃນການພັດທະນາແບບຍືນຍົງຕໍ່ໄປ. ໂຄງການຕົວແບບຂອງວຽກງານການນຳໃຊ້ ເຕັກໂນໂລຊີ ອາວະກາດ ເພື່ອສິ່ງແວດລ້ອມ ແມ່ນມີຄວາມສຳຄັນຫຼາຍຕໍ່ກັບຂະແໜງການຕ່າງໆ ທີ່ກ່ຽວຂ້ອງຢູ່ ສປປ ລາວ ເພາະວ່າ ວຽກງານດັ່ງກ່າວຈະໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອ ໃຫ້ແກ່ການດຳເນີນງານ ຕາມແຜນການພັດທະນາ ເສດຖະກິດ-ສັງຄົມ ແລະ ຂໍ້ມູນ-ຂ່າວສານທາງພື້ນທີ່ ເພື່ອໃຫ້ຖືກຈັດຕັ້ງປະຕິບັດຕາມແຜນຍຸດທະສາດ ເພື່ອການຂະຫຍາຍຕົວ ແລະ ລົບລ້າງຄວາມທຸກຍາກຂອງ ສປປ ລາວ ແລະ ສະໜັບສະໜູນການດຳເນີນງານແຜນ 5 ປີ ໄລຍະ 2011-2015. ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ຕໍ່ກັບຂົງເຂດແມ່ນ້ຳຂອງ ແລະ ແຫຼ່ງຊັບພະຍາກອນທີ່ກ່ຽວຂ້ອງ ແມ່ນເຫດຜົນຫຼັກຂອງ ລະບົບຕິດຕາມການປ່ຽນແປງດິນຟ້າອາກາດ ໃນ ສປປ ລາວ. ຜົນກະທົບສິ່ງແວດລ້ອມທີ່ກ່ຽວພັນກັບການປ່ຽນແປງດິນຟ້າອາກາດນັ້ນ ບໍ່ພຽງແຕ່ເປັນບັນຫາທົ່ວປະເທດ, ແຕ່ມັນຍັງເປັນບັນຫາຂອງພື້ນທີ່ລຸ່ມແມ່ນ້ຳຂອງ ໂດຍສະເພາະຢ່າງຍິ່ງ ການອະນຸລັກ ແລະ ຄຸ້ມຄອງພື້ນທີ່ປ່າໄມ້ຕາມບັນດາສາຂາແມ່ນ້ຳຕ່າງໆ ທີ່ໄດ້ປະສົບກັບບັນຫາຂອງການປ່ຽນແປງດິນຟ້າອາກາດ. ສ ປປ ລາວ ກໍ່ຄື ສະຖາບັນຄົ້ນຄວ້າ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ແມ່ນມີຄວາມຕ້ອງການ ຂໍ້ມູນທາງດ້ານວິທະຍາສາດ ສູງ ເພື່ອການຈຳລອງສະພາບ ແລະ ການຕິດຕາມກວດກາສິ່ງແວດລ້ອມທາງທຳມະຊາດ ແບບຕໍ່ເນື່ອງ. ສະນັ້ນ ເຕັກໂນໂລຊີລະດັບສູງ ເຊັ່ນ: ການນຳໃຊ້ເຕັກໂນໂລຊີອາວະກາດ ສຳລັບ ຂໍ້ມູນຂ່າວສານທາງພື້ນທີ່ ກໍ່ຄື ເຕັກໂນໂລຊີສືບຢັ່ງທາງໄກ ແລະ ລະບົບຂໍ້ມູນຂ່າວສານພູມີສາດ ແມ່ນມີ ຄວາມສຳຄັນຫຼາຍ ຕໍ່ກັບຂົງເຂດວຽກງານ ເຊັ່ນ: ການຕິດຕາມກວດກາປ່າໄມ້, ການປ່ຽນແປງດິນຟ້າອາກາດ, ການຕິດຕາມກວດກາໄພພິບັດ ທຳມະຊາດ, ໄພແຫ້ງແລ້ງ-ໄພນ້ຳຖ້ວມ, ແຜ່ນດິນໄຫວ, ໄຟປ່າ ແລະ ອື່ນໆ.




|
|
LAST_UPDATED2 |