|
ການນຳໃຊ້ຊັບພະຍາກອນທຳມະຊາດ ຕ້ອງໃຫ້ເກີດປະໂຫຍດສູງສຸດ |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນສຸກທີ່ 24 ມິຖຸນາ 2011 ເວລາ 12: 00 |
|

ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມ ກັບອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກ ງານສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການລົງທຶນໃນຂະແໜງພະລັງງານ ແລະ ບໍ່ແຮ່ ລະຫວ່າງວັນທີ 22-23 ມິຖຸນາ 2011 ຢູ່ສູນຮ່ວມມືສາກົນ ແລະ ການເຝິກອົບຮົມ ໂດຍເປັນປະທານຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການສິ່ງແວດລ້ອມແຫ່ງຊາດ ເຊິ່ງມີບັນດາລັດຖະມົນຕີ ເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອາຊາງ ລາວລີ ໄດ້ກ່າວເປີດກອງປະຊຸມ ຊຶ່ງມີບາງຕອນທ່ານກ່າວວ່າ: ສປປ ລາວ ມີການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ລວມຍອດຜະລິດຕະພັນພາຍໃນ ສະເລ່ຍ 5 ປີຜ່ານມາ ຢູ່ໃນລະດັບ 7,9% ເຊິ່ງການເຕີບໂຕດັ່ງກ່າວ ສ່ວນໜຶ່ງກໍອີງໃສ່ຊັບພະຍາກອນທຳ ມະຊາດ ໂດຍແມ່ນຂະແໜງພະລັງງານ ແລະ ບໍ່ແຮ່ ເປັນຂະແໜງສຳຄັນ ພັກ-ລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດແນວທາງ ແລະ ວາງນະໂຍບາຍ ເພື່ອນຳພາປະເທດຊາດຫຼຸດພົ້ນຈາກຄວາມດ້ອຍພັດທະນາ ໃນປີ 2020 ແລະ ຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ ເພື່ອບັນລຸຄາດໝາຍການເຕີບໂຕທາງເສດຖະກິດ ລວມຍອດຜະລິດຕະພັນພາຍໃນໃຫ້ຢູ່ໃນລະດັບ 8% ຂຶ້ນໄປ ຊຶ່ງມັນຮຽກຮ້ອງໃຫ້ມີການລົງທຶນຢ່າງມະຫາສານ ລວມທັງການລົງທຶນຂອງລັດ ເອກະຊົນພາຍໃນ ແລະ ຕ່າງປະເທດ ໃນນີ້ ໂຄງການລົງທຶນໃນຂະແໜງທີ່ນຳໃຊ້ຊັບພະຍາກອນທຳມະຊາດຈະນັບມື້ ເພີ່ມຂຶ້ນ ດັ່ງນັ້ນ ມັນຮຽກຮ້ອງໃຫ້ພວກເຮົາຕ້ອງມີຄວາມລະມັດລະວັງໃນການນຳໃຊ້ ຊັບພະຍາກອນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ກໍຄືຫຼີກລ້ຽງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.
ເພື່ອບັນລຸເປົ້າໝາຍດັ່ງກ່າວ ຈະຕ້ອງດຳເນີນໄປດ້ວຍບາດກ້າວທີ່ເໝາະສົມ ຍົກສູງສະມັດຕະພາບ ແລະ ຄຸນນະພາບ ເປັນຕົ້ນແມ່ນການປະຢັດວັດຖຸພະລັງງານ ແລະ ຫຼຸດຜ່ອນມົນລະພິດ ສົ່ງເສີມການປະດິດສ້າງ ແລະ ນຳໃຊ້ເຕັກໂນໂລຊີໃໝ່ທີ່ເປັນມິດກັບສິ່ງແວດລ້ອມ ຊ່ວຍສ້າງຄວາມໝັ້ນຄົງຂອງມະນຸດ ແລະ ເຮັດໃຫ້ການພັດທະນາມີຄວາມຍືນຍົງ ໃຫ້ບູລິມະສິດດ້ານການພັດທະນາອຸດສາຫະກຳ ບໍ່ແຮ່ ແລະ ພະລັງງານປະເພດຕ່າງໆ ເຊັ່ນ: ພະລັງງານໄຟຟ້ານ້ຳຕົກ ຕິດພັນກັບການປົກປັກຮັກສາປ່າໄມ້ ແລະ ແຫຼ່ງນ້ຳ ພະລັງງານຄວາມຮ້ອນ ຊີວະພາບ ແສງຕາເວັນ ແລະ ອື່ນໆ.
ຖ້າພວກເຮົາເຮັດໄດ້ຄືແນວນັ້ນ ພວກເຮົາຈຶ່ງຈະສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ເປັນກຳລັງແຮງຊຸກດັນໃຫ້ການພັດທະນາຂົງເຂດອື່ນໆໄດ້ຢ່າງ ແຂງແຮງ.
ໃນວາລະກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ສິ່ງແວດລ້ອມ ແລະ ສັງຄົມຂອງບັນດາໂຄງການລົງທຶນ ຂະແໜງພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ຈາກຂະແໜງການກ່ຽວຂ້ອງ ທັງສູນກາງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກ 6 ແຂວງ ຄື: ໄຊຍະບູລີ ຫຼວງພະບາງ ວຽງຈັນ ບໍລິຄຳໄຊ ຈຳປາສັກ ແລະ ອັດຕະປື.



|
|
LAST_UPDATED2 |