ບັນດາ​ປະ​ເທດ​ແມ່ນ້ຳຂອງ ຈະ​ເພີ່ມ​ທະວີ​ການ​ຄ້າ ​ແລະ ທຸລະ​ກິດ ​ໃນ​ບັນດາ​ແລວ​ທາງຂອງ GMS PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນພະຫັດທີ່ 30 ມິຖຸນາ 2011 ເວລາ 09: 49

(ຂປລ) ຂໍ້​ລິ​ເລີ່​ມ​ເພື່ອ​ຊ່ວຍ​ສາມ​ເສັ້ນທາງ​ຂົນ​ສົ່ງ​ທີ່​ເປັນ​ບູລິ​ມະ​ສິດ ​ໃນ​ອະນຸ​ພາກພື້ນ​ແມ່ນ້ຳ ຂອງ (GMS)​ ໃຫ້​ກາຍ​ເປັນ​ແລວ​ທາງ​ເສດຖະກິດ ຢ່າງ​ເຕັມ​ປ່ຽມ ຈະ​ໄດ້​ຮັບ​ການ​ຕົກລົງ​ໃນ​ກອງ​ປະຊຸມເວທີ​ແລວ​ທາງ​ເສດຖະກິດ​ຄັ້ງທີ​ສາມ (ECF-3) ທີ່​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມິຖຸນາ 2011 ທີ່​ນະຄອນຫລວງ​ວຽງ​ຈັນ ສປປ ລາວ.

 

ບັນດາ​ລັດຖະມົນຕີ ແລະ ​ເຈົ້າຫນ້າ​ທີ່ອາວຸ​ໂສ​ຈາກ​ລາຊະ​ອານາຈັກ ກຳປູ​ເຈຍ, ສປຈີນ, ສປປລາວ, ສະຫະພາບ​ມຽນມາ, ລາຊະ​ອານາຈັກ​ໄທ ແລະ ສສ ຫວຽດ ນາມ ພ້ອມ​ທັງ​ບັນດາ​ຕົວ​ແທນ​ຈາກ​ພາກ​ເອກະ​ຊົນ ແລະ ຄູ່​ຮ່ວມ​ພັດທະນາ ຈະ​ປຶກສາ​ຫາລື​ກັນ​ວ່າ ຈະ​ເຮັດ​ແນວ​ໃດ ​ເພື່ອ​ຈະ ສືບຕໍ່​ພັດທະນາ ​ແລວ​ທາງ​ເສດ​ຖະກິດ ​ເຫນືອ-​ໃຕ້ (NSEC), ​ແລວ​ທາງ​ເສດຖະກິດ ຕາ​ເວັນ​ອອກ-ຕາ​ເວັນຕົກ (EWEC) ແລະ ​ແລວ​ທາງ​ເສດຖະກິດ​ຕອນ​ໃຕ້ (SEC) ໃຫ້​ເກີດ​ຜົນ​ປະ​ໂຫຍ​ດ ສູງ​ສຸດ.

 

ຈາກ​ການ​ສັງ​ລວມ​ເອົາ​ຜົນ​ຂອງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ ວິຊາ​ການ ທີ່​ໄດ້​ຈັດ​ຂຶ້ນກ່ອນ​ຫນ້ານີ້, ກອງ​ປະຊຸມ ECF-3 ຈະ​ຕົກລົງ​ກ່ຽວ​ກັບ​ການ​ດຳ​ເນີນ​ງານ ​ສະ​ເພາະ ຕໍ່​ບັນຫາ​ລວມຂອງ​ສາມ​ແລວ​ທາງ ​ເປັນຕົ້ນ ສິ່ງ​ກີດຂວາງ ​ແລະ ບັນດາ​ມາດ​ຕະການ ເພື່ອ​ເພີ່ມ​ທະວີ ການ​ອຳນວຍ​ຄວາມ​ສະດວກ​ດ້ານ​ການ​ຂົນ​ສົ່ງ ​ ແລະ ການ​ຄ້າ ​ແລະ ການ​ພັດທະນາ​ໂລ​ຈິ​ສຕິກ, ການ​ຍັງ​ຂາດ​ການ ​ເຊື່​ອມຕໍ່​ທີ່ໃຊ້​ການ​ໄດ້​ໃນ​ບາງ​ເສັ້ນທາງ, ການ​ຂາດ​ສິ່ງ​ອຳນວຍ​ຄວາມ​ສະດວກ ​ໃນ​ຈຸດ​ຜ່ານ ​ແດນ, ການ​ຂາດ​ນາຍ​ຫນ້າ​ແລ່ນ​ພາສີ ແລະ ການ​ບໍລິການ​ທະນາຄານ, ​ເວລາ​ເປີດ​ຈຳກັດ ສຳລັບ​ການ​ບໍລິການ ການ​ກວດກາ​ພາສີ, ຄວາມ​ຊັກ​ຊ້າ​ໃນ​ການ​ແຈ້ງ​ ເອກະສານ ແລະ ຂັ້ນຕອນ​ຕ່າງໆ, ບັນຫາ​ຄວາມປອດ​​ໄພ ​ແລະ ການ​ຍັງ​ຕ້ອງ​ປ່ຽນ​ຖ່າຍ​ສິນຄ້າ​ຢູ່​ຕາມ​ຊາຍ​ແດນ.

ກອງ​ປະຊຸມ​ເທື່ອ​ນີ້ ມີ​ຫົວ​ຂໍ້​ວ່າ “ສ້າງ​ຄວາມ​ເຂັ້ມ​ໃຫ້​ແກ່​ເສັ້ນທາງ​ສູ່​ຄວາມ​ກ້າວຫນ້າ​ທີ່​ຍືນ​ຍົງ ​ໃນ​ອະນຸ​ພາກພື້ນ​ແມ່ນ້ຳຂອງ” ຈັດ​ຂຶ້ນ​ໂດຍ​ທະນາຄານ​ພັດທະນາ​ອາ ຊີ (ADB) ພາຍ​ໃຕ້​ແຜນ​ງານ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ GMS ເຊິ່ງ ສປປລາວ ​ເປັນ​ປະ​ເທດ​ເຈົ້າພາບ. ບັນດາ​ປະ​ເທດ​ແມ່ນ້ຳ ຂອງ​ໄດ້​ຕົກລົງ​ສ້າງ​ແລວ ​ທາງ​ເສດຖະກິດ ​ເພື່ອ​ໃຫ້​ຫລາຍໆ​ພາກສ່ວນ​ຂອງ​ອະນຸ​ພາກພື້ນ ເຊື່ອມ​ຕໍ່​ກັບ​ບັນດາ​ຕະຫລາດ​ໃຫຍ່ໆ ໂດຍ​ທີ່​ມີ​ຫລາຍ​ບ່ອນ​ຮັບ​ໃຊ້​ເປັນ​ສູນ​ການ​ຜະລິດ, ການ​ຄ້າ ​ແລະ ການ​ພັດທະນາວິ​ສາ​ຫະກິດ. ບັນດາ​ແລວ​ທາງ​ເຫລົ່ານີ້ ຂະຫຍາຍ​ຜົນ​ປະ​ໂຫຍ​ດທີ່​ເກີດ​ຈາກ ການ​ເຊື່ອມ​ຕໍ່ ດ້ານ​ການ​ຂົນ​ສົ່ງ ທີ່​ໄດ້​ຮັບ​ການ​ປັບປຸງ​ຂຶ້ນ ກັບ​ ເຂດ​ຕ່າງໆ ທີ່​ຢູ່​ຫ່າງ​ໄກ ​ແລະ ບໍ່​ຕິດ​ຈອດ​ກັບ​ທະ​ເລ ໃນ​ອະນຸ​ພາກພື້ນ ເຊິ່ງ​ເສຍ​ປຽບ​ດ້ານ​ຜົນ​ປະ​ໂຫຍ​ດ ຍ້ອນ​ຂາດ​ການ​ລວມຕົວ​ກັບ​ເຂດ​ທີ່​ໃກ້​ຄຽງ ທີ່​ພັດທະນາ ​ແລະ ມີ​ທີ່​ຕັ້ງດີກ​ວ່າ. ໂອກາດ​ສຳລັບ​ການ​ລົງທຶນ​ຈາກ​ພາຍ​ໃນ ແລະ ນອກ​ອະນຸ​ພາກພື້ນ ຈະ​ໄດ້​ຖືກ​ເປີດ​ອອກ ​ເພື່ອ​ສົ່ງ​ເສີມ​ການ​ຮ່ວມກຳລັງ​ແຮງ ​ແລະ ​ເພີ່​ມທະ ວີ​ຜົນ​ໄດ້​ຮັບ​ຈາກ​ບັນດາ​ກິດຈະກຳ​ຂອງ GMS .

ທ່ານ​ອາຣຢຸນ​ ໂກສະ​ວາ​ມີ, ຫົວຫນ້າ​ພະ​ແນ​ກການ​ຮ່ວມ​ມື​ພາກພື້ນ ແລະ ປະສານ​ງານ​ການ​ດຳ​ເນີນ​ງານ, ກົມ​ອາຊີ ຕາ​ເວັນ​ອອກສຽງ​ໃຕ້ ຂອງ​ທະນາຄານ​ພັດ ທະນາ​ອາຊີ ກ່າວ​ວ່າ: *ນອກຈາກ​ໂຄງ​ລ່າງ​ພື້ນຖານ​ດ້ານ​ກາ​ຍະ​ພາບ​ແລ້ວ, ການ​ລົງທຶນ​ໃນ​ດ້ານ​ຊອບ​ແວຣ ກໍ​ຈະ​ມີ​ຜົນ​ຕອບ​ແທນ​ທີ່​ດີ ເຂດ​ທີ່​ຢູ່​ຕາມ​ບັນດາ​ແລວ ​ທາງ​ເສດຖະກິດ ຈະ​ສາມາດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕໍ່​ໄປ ຈາກ​ຕະຫລາດ​ທີ່​ໄດ້​ມີ​ການ​ຂະຫຍາຍຕົວ, ມີ​ລະບົບ​ການ​ອຳນວຍ​ຄວາມ​ສະດວກ​ທີ່​ແຫນ້ນຫນາ*.

ທ່ານ​ຍັງ​ໄດ້​ກ່າວ​ຕື່ມ​ອີກ​ວ່າ: ບັນດາ​ແລວ​ທາງ​ເສດຖະກິດ ຈະ​ສົ່ງ​ເສີມ​ການ​ຮ່ວມ​ມື​ເຊິ່ງກັນ​ແລະ​ກັນ ທີ່​ນຳ​ຜົນ​ປະ​ໂຫຍ​ດມາ​ສູ່​ແຕ່ລະ​ຝ່າຍ ​ແລະ ມີ​ຄວາມ​ດຸນ​ດ່ຽງ ​ແລະ ຍືນ​ຍົງ, ປະກອບສ່ວນ​ເຂົ້າ​ໃນ​ວິ​ໄສ​ທັດ ຂອງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ.

ຫົວ​ຂໍ້​ອື່ນໆ ທີ່​ຈະ​ຖືກ​ນຳ​ມາ​ປຶກສາ​ຫາລື​ກັນ ໃນ​ໄລຍະ​ກອງ​ປະຊຸມ ECF-3 ໄດ້​ແກ່​ຄວາມ​ສຳຄັນ​ຂອງ​ການ​ປັບປຸງ ຄວາມ​ສາມາດ​ແຂ່ງຂັນ ຂອງ​ບັນດາ​ສູນ ​ກາງ​ທີ່​ສຳຄັນ ຂອງ​ແລວ​ທາງ ​ແລະ ຄວາມ​ຈຳ​ເປັນ​ໃນ​ການ​ຊຸກ​ຍູ້ ການ​ເຊື່ອມ​ໂຍງ​ກັນ ລະຫວ່າງ​ຂະ​ແຫນງ​ການ ໃນ​ການ​ແກ້​ໄຂ​ບັນຫາ ການ​ພັດທະນາ​ແລວ​ທາງ GMS. ທະນາຄານ​ພັດທະນາ​ອາຊີ (ADB) ເຊິ່ງມີ​ສຳນັກງານ​ໃຫຍ່​ຕັ້ງຢູ່ ມະນີ​ລາ ປະ​ເທດ​ຟິລິບ​ປິນ ແມ່ນ​ອຸທິດ​ຕົນ​ເຂົ້າ​ໃນ​ການ​ຫລຸດຜ່ອນ​ຄວາ​ມທຸກ​ຍາກໃນ​ອາຊີ ແລະ ປາຊີ​ຟິກ ຜ່ານ​ການ​ຂະຫຍາຍຕົວ​ດ້ານ​ເສດຖະກິດຢ່າງຮອບດ້ານ, ການ​ຂະຫຍາຍຕົວທີ່​ຍືນ​ຍົງ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ມີ​ການ​ລວມຕົວ​ໃນ​ພາກພື້ນ. ທະນາຄານພັດທະນາ​ອາຊີ ໄດ້​ຖືກ​ສ້າງຕັ້ງຂຶ້ນ​ໃນ​ປີ 1966, ມີ 67 ປະ​ເທດ ​ເປັນ​ສະມາຊິກ, ​ໃນ​ນັ້ນ 48 ປະ​ເທດ ​ແມ່ນ​ຢູ່​ໃນ​ພາກພື້ນ. ໃນ​ປີ 2010 ທະນາຄານ ​ພັດທະນາ ອາຊີ ໄດ້​ໃຫ້ການ​ອະນຸມັດ​ລວມທັງ​ການ​ປະກອບ​ທຶນ​ລວມທັງ​ຫມົດ 17,51 ຕື້​ໂດ​ລາ, ນອກຈາກ​ນັ້ນ ແຜນ​ງານ​ການ​ເງິນ ສຳລັບ​ການ​ຄ້າ ທີ່​ພວມ​ດຳ ​ເນີນ​ຢູ່ ຂອງທະນາຄານ​ພັດທະນາ​ອາຊີ ໄດ້​ໃຫ້ການ​ສະຫນັບສະຫນູນ ໃນ​ການ​ຄ້າ ຈຳນວນ 2,8 ຕື້​ໂດ​ລາ.

LAST_UPDATED2